22 ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ.
22 ຈົ່ງປະຕິເສດຄວາມຊົ່ວທຸກຢ່າງ.
ຢ່າໃສ່ຄຳກ່າວຫາຢ່າງຜິດໆ ແລະຢ່າປະຫານຊີວິດຄົນບໍຣິສຸດ ເພາະເຮົາຈະລົງໂທດຄົນທີ່ກະທຳຊົ່ວເຊັ່ນນັ້ນ.
ພວກເຈົ້າຈະມີຊີວິດຢູ່ໄດ້ ຖ້າພວກເຈົ້າເວົ້າ ແລະເຮັດໃນສິ່ງທີ່ຊອບທຳ. ຢ່າໃຊ້ອຳນາດຂອງພວກເຈົ້າສໍ້ໂກງຄົນຍາກຈົນ ແລະຢ່າຮັບສິນຈ້າງລາງວັນ. ຢ່າຮ່ວມກັບຜູ້ທີ່ວາງແຜນຂ້າຄົນຫລືກະທຳສິ່ງທີ່ຊົ່ວຮ້າຍ.
ຢ່າເຮັດຊົ່ວຕອບແທນການຊົ່ວແກ່ຜູ້ໃດຜູ້ໜຶ່ງ ຈົ່ງພະຍາຍາມເຮັດໃນສິ່ງທີ່ຄົນທັງຫລາຍເຫັນວ່າດີ.
ເພາະສະນັ້ນ ຖ້າອາຫານເປັນເຫດເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ ເຮົາກໍຈະບໍ່ກິນຊີ້ນຕະຫລອດໄປ ເພື່ອວ່າຈະບໍ່ໄດ້ເຮັດໃຫ້ພີ່ນ້ອງຂອງເຮົາສະດຸດໃຈ.
ພວກເຮົາບໍ່ໄດ້ເຮັດໃຫ້ຜູ້ໃດຊຸນສະດຸດໃຈຈັກຢ່າງ ເພື່ອບໍ່ໃຫ້ການທີ່ພວກເຮົາຮັບໃຊ້ປະຕິບັດນັ້ນ ເປັນທີ່ຕິຕຽນໄດ້.
ພີ່ນ້ອງທັງຫລາຍເອີຍ ໃນທີ່ສຸດນີ້ ສິ່ງໃດທີ່ສັດຈິງ ສິ່ງໃດທີ່ໜ້ານັບຖື ສິ່ງໃດທີ່ຍຸດຕິທຳ ສິ່ງໃດທີ່ບໍຣິສຸດ ສິ່ງໃດທີ່ໜ້າຮັກ ສິ່ງໃດທີ່ໜ້າຍິນດີ ສິ່ງໃດທີ່ລໍ້າເລີດ ແລະຖ້າມີສິ່ງໃດຄວນແກ່ການສັນລະເສີນ ຈົ່ງພິຈາລະນາເຖິງສິ່ງເຫຼົ່ານັ້ນ.
ເພື່ອການດຳເນີນຊີວິດຂອງພວກເຈົ້າຈະເປັນທີ່ນັບຖືແກ່ຄົນພາຍນອກ ແລ້ວພວກເຈົ້າຈະບໍ່ຕ້ອງເອື່ອຍອີງຄົນອື່ນ.
ແຕ່ຈົ່ງທົດລອງເບິ່ງທຸກສິ່ງ ສິ່ງໃດດີ ຈົ່ງຢຶດຖືໄວ້ໃຫ້ໝັ້ນ
ຂໍພຣະເຈົ້າຜູ້ໂຜດໃຫ້ສັນຕິສຸກ ຊົງຊຳລະພວກເຈົ້າໃຫ້ເປັນຄົນບໍຣິສຸດຮຽບຮ້ອຍໃນທຸກດ້ານ ແລະຊົງຮັກສາທັງຈິດວິນຍານ ຈິດໃຈ ແລະຮ່າງກາຍຂອງພວກເຮົາ ໃຫ້ປາສະຈາກຄວາມຜິດໃດໆ ຈົນເຖິງວັນທີ່ອົງພຣະເຢຊູຄຣິດເຈົ້າຂອງພວກເຮົາສະເດັດມາປາກົດ.
ຈົ່ງຍາດເອົາບາງຄົນໃຫ້ພົ້ນ ດ້ວຍດຶງເຂົາອອກຈາກໄຟ, ຈົ່ງເມດຕາອີກບາງຄົນ ດ້ວຍຄວາມຈຽມຕົວ ແລະຈົ່ງໜ່າຍຊັງເສື້ອຜ້າທີ່ເປື້ອນເປິດ້ວຍຣາຄະຕັນຫາ.
ດັ່ງນັ້ນ ນາງຣຸດຈຶ່ງນອນຢູ່ທີ່ນັ້ນທີ່ຕີນຂອງໂບອາດ; ແຕ່ກ່ອນແຈ້ງພໍເຫັນຮຸ່ງ ນາງຈຶ່ງລຸກຂຶ້ນຈາກໄປ ເພາະໂບອາດບໍ່ຢາກໃຫ້ຜູ້ໃດຜູ້ໜຶ່ງຮູ້ວ່າ ນາງນອນຢູ່ໃນທີ່ນັ້ນ.
ແຕ່ຢ່າລືມສັງເກດເບິ່ງບ່ອນທີ່ເພິ່ນເຂົ້າໄປນອນ. ເວລາເພິ່ນນອນຫລັບແລ້ວ ໃຫ້ເຈົ້າເຂົ້າໄປເປີດຜ້າຫົ່ມທີ່ຕີນຂອງເພິ່ນແລະນອນຢູ່ທີ່ນັ້ນ. ເພິ່ນຈະບອກວ່າເຈົ້າຄວນຈະເຮັດຢ່າງໃດໃນຂັ້ນຕໍ່ໄປ.”