21 ແຕ່ຈົ່ງທົດລອງເບິ່ງທຸກສິ່ງ ສິ່ງໃດດີ ຈົ່ງຢຶດຖືໄວ້ໃຫ້ໝັ້ນ
21 ແຕ່ຈົ່ງທົດສອບທຸກສິ່ງ. ຈົ່ງຢຶດໝັ້ນໃນສິ່ງທີ່ດີ.
ຄວາມຈິງ, ປັນຍາ, ການຮຽນຮູ້ ແລະຄວາມເຂົ້າໃຈເປັນຂອງມີຄ່າທີ່ຄວນຊື້ຫາມາໄວ້ ສິ່ງເຫຼົ່ານີ້ທັງໝົດມີຄ່າສູງທີ່ສຸດ ເກີນກວ່າທີ່ເຈົ້າຈະຂາຍອອກໄປ.
ລູກເອີຍ ຢ່າລືມໄລສິ່ງທີ່ພໍ່ບອກສອນ ຈົ່ງຈື່ຈຳໃສ່ໃຈສະເໝີສິ່ງທີ່ພໍ່ບອກໃຫ້ປະພຶດ.
ຈົ່ງຈື່ຈຳເອົາໄວ້ສະເໝີສິ່ງທີ່ເຈົ້າໄດ້ຮຽນຮູ້ມາແລ້ວນັ້ນ. ການສຶກສາຄືຊີວິດຂອງເຈົ້າ ຈົ່ງເຝົ້າຮັກສາເອົາສິ່ງນີ້ໄວ້ໃຫ້ດີ.
ພໍຂ້ອຍຈາກພວກເຂົາໄປແລ້ວ ຂ້ອຍກໍໄດ້ພົບລາວ ຂ້ອຍດຶງເອົາລາວ ແລະບໍ່ຍອມໃຫ້ລາວໜີຫ່າງ ຈົນກວ່າຂ້ອຍໄດ້ຄຽງຂ້າງພາລາວໄປເຮືອນມານດາ ແລະພາເຂົ້າໄປໃນຫ້ອງບ່ອນທີ່ຂ້ອຍເກີດມານັ້ນ.
ພວກເຈົ້າຕ້ອງຕອບພວກເຂົາວ່າ, “ຈົ່ງຟັງສິ່ງທີ່ອົງພຣະຜູ້ເປັນເຈົ້າກຳລັງສັ່ງສອນພວກເຈົ້າ ຢ່າສູ່ຟັງຄວາມຂອງໝໍຜີ ເພາະສິ່ງທີ່ເຂົາບອກພວກເຈົ້າໃຫ້ເຮັດນັ້ນມັນບໍ່ດີ.”
“ດ້ວຍເຫດໃດ ເຈົ້າທັງຫລາຍຈຶ່ງບໍ່ຕັດສິນເອົາເອງວ່າ ສິ່ງໃດເປັນເລື່ອງທີ່ຖືກຕ້ອງ?
ຈົ່ງເຂົ້າສະໜິດຢູ່ໃນເຮົາ ແລະເຮົາເຂົ້າສະໜິດຢູ່ໃນພວກເຈົ້າ, ກິ່ງຈະເກີດຜົນເອງບໍ່ໄດ້ ນອກຈາກຈະຕິດຢູ່ກັບເຄືອສັນໃດ ພວກເຈົ້າຈະເກີດຜົນເອງບໍ່ໄດ້ ນອກຈາກພວກເຈົ້າຈະເຂົ້າສະໜິດຢູ່ໃນເຮົາສັນນັ້ນ.”
ດັ່ງນັ້ນ ພຣະເຢຊູເຈົ້າຈຶ່ງກ່າວຕໍ່ພວກຢິວທີ່ເຊື່ອໃນພຣະອົງວ່າ, “ຖ້າພວກເຈົ້າຕັ້ງໝັ້ນຢູ່ໃນຖ້ອຍຄຳຂອງເຮົາ ພວກເຈົ້າກໍເປັນສາວົກແທ້ຂອງເຮົາ,
ເມື່ອເພິ່ນໄດ້ມາຮອດ ແລະເຫັນພຣະຄຸນພຣະເຈົ້າອວຍພອນຄົນເຫຼົ່ານັ້ນຢ່າງໃດເພິ່ນກໍດີໃຈ ແລະເຕືອນເຂົາທຸກຄົນໃຫ້ສັດຊື່ ແລະຕັ້ງໝັ້ນຄົງໃນອົງພຣະຜູ້ເປັນເຈົ້າດ້ວຍສຸດຈິດສຸດໃຈຂອງເຂົາ.
ທ່ານທັງສອງໄດ້ໜູນໃຈລູກສິດທັງຫລາຍໃຫ້ເຂັ້ມແຂງຂຶ້ນ ແລະໜູນໃຈພວກເຂົາໃຫ້ຕັ້ງໝັ້ນຄົງຢູ່ໃນຄວາມເຊື່ອໂດຍກ່າວວ່າ, “ເຮົາທັງຫລາຍຕ້ອງຜ່ານຜ່າຄວາມທຸກລຳບາກຫລາຍປະການ ເພື່ອຈະເຂົ້າໄປໃນແຜ່ນດິນຂອງພຣະເຈົ້າ.”
ຄົນຢິວໃນເມືອງນີ້ມີຈິດໃຈສູງສົ່ງ ຫລາຍກວ່າຄົນຢິວໃນເມືອງເທສະໂລນິກ, ພວກເຂົາມີໃຈເຫຼື້ອມໃສຫລາຍ ແລະຢາກຈະຟັງຖ້ອຍຄຳທີ່ໂປໂລກ່າວ ແລະພວກເຂົາສຶກສາພຣະຄຳພີທຸກໆວັນ ເພື່ອຢາກຮູ້ວ່າຖ້ອຍຄຳທີ່ໂປໂລກ່າວນັ້ນເປັນຄວາມຈິງແທ້ຫລືບໍ່.
ຢ່າດຳເນີນຊີວິດເໝືອນຢ່າງຊາວໂລກນີ້ ແຕ່ຈົ່ງຮັບການຊົງປ່ຽນແປງຈິດໃຈຂອງພວກເຈົ້າໃໝ່ ແລ້ວອຸປະນິໄສຂອງພວກເຈົ້າຈຶ່ງຈະປ່ຽນໃໝ່ ເພື່ອພວກເຈົ້າຈະໄດ້ຮູ້ນໍ້າພຣະໄທຂອງພຣະເຈົ້າ ຄືຈະຮູ້ວ່າອັນໃດດີ ອັນໃດເປັນທີ່ພໍພຣະໄທ ແລະອັນໃດດີທີ່ສຸດ.
ຈົ່ງຮັກດ້ວຍໃຈຈິງ ຈົ່ງກຽດຊັງສິ່ງທີ່ຊົ່ວຮ້າຍ ຈົ່ງຍຶດໝັ້ນໃນສິ່ງທີ່ດີ
ດັ່ງນີ້ແຫລະ ພີ່ນ້ອງທີ່ຮັກຂອງເຮົາເອີຍ, ເຈົ້າທັງຫລາຍຈົ່ງຕັ້ງໝັ້ນຢູ່ ຢ່າຫວັ່ນໄຫວ ຈົ່ງປະຕິບັດງານຂອງອົງພຣະຜູ້ເປັນເຈົ້າໃຫ້ຄົບບໍຣິບູນທຸກເວລາ ດ້ວຍຮູ້ວ່າ ໃນອົງພຣະຜູ້ເປັນເຈົ້າ ການຂອງພວກເຈົ້ານັ້ນຈະບໍ່ໄຮ້ປະໂຫຍດ.
ດ້ວຍວ່າ, ຜູ້ໃດໜໍ ອາດຮູ້ຄວາມຄິດຂອງມະນຸດໄດ້ ເວັ້ນໄວ້ແຕ່ຈິດວິນຍານທີ່ຢູ່ພາຍໃນມະນຸດຜູ້ນັ້ນ, ໃນທຳນອງດຽວກັນ ບໍ່ມີຜູ້ໃດຮູ້ພຣະໄທພຣະເຈົ້າ ແຕ່ແມ່ນພຣະວິນຍານຂອງພຣະເຈົ້າເທົ່ານັ້ນ ທີ່ຮູ້ທຸກສິ່ງກ່ຽວກັບພຣະເຈົ້າ.
ເພາະສະນັ້ນ ເມື່ອພວກເຮົາມີໂອກາດ ຈົ່ງເຮັດດີຕໍ່ທຸກຄົນ ເປັນຕົ້ນຕໍ່ຄອບຄົວທີ່ຮ່ວມຢູ່ໃນຄວາມເຊື່ອ.
ເຈົ້າທັງຫລາຍຈົ່ງພະຍາຍາມຮຽນຮູ້ຈັກວ່າ, ເຮັດອັນໃດຈຶ່ງຈະເປັນທີ່ພໍພຣະໄທອົງພຣະຜູ້ເປັນເຈົ້າ.
ເພື່ອເຈົ້າທັງຫລາຍຈະສັງເກດໄດ້ວ່າ ສິ່ງໃດປະເສີດທີ່ສຸດ ແລະເພື່ອພວກເຈົ້າຈະເປັນຄົນບໍຣິສຸດ ບໍ່ມີທີ່ຕິຕຽນໄດ້ໃນວັນແຫ່ງພຣະຄຣິດ.
ຖ້າພວກເຮົາເຖິງຂັ້ນໃດແລ້ວ ກໍໃຫ້ພວກເຮົາດຳເນີນຊື່ໄປຕາມນັ້ນ.
ພີ່ນ້ອງທັງຫລາຍເອີຍ ໃນທີ່ສຸດນີ້ ສິ່ງໃດທີ່ສັດຈິງ ສິ່ງໃດທີ່ໜ້ານັບຖື ສິ່ງໃດທີ່ຍຸດຕິທຳ ສິ່ງໃດທີ່ບໍຣິສຸດ ສິ່ງໃດທີ່ໜ້າຮັກ ສິ່ງໃດທີ່ໜ້າຍິນດີ ສິ່ງໃດທີ່ລໍ້າເລີດ ແລະຖ້າມີສິ່ງໃດຄວນແກ່ການສັນລະເສີນ ຈົ່ງພິຈາລະນາເຖິງສິ່ງເຫຼົ່ານັ້ນ.
ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດເຮັດຄວາມຊົ່ວຕອບແທນຄວາມຊົ່ວ ແຕ່ໃຫ້ສະແຫວງຫາທາງເຮັດຄວາມດີຕໍ່ກັນແລະກັນສະເໝີ ແລະແກ່ທຸກຄົນດ້ວຍ.
ແລະຈົ່ງລະເວັ້ນຈາກຄວາມຊົ່ວທຸກຊະນິດ.
ເຫດສະນັ້ນ ພີ່ນ້ອງທັງຫລາຍເອີຍ, ຈົ່ງຕັ້ງໝັ້ນຄົງຢູ່ ແລະຢຶດຖືເອົາຄຳສອນທີ່ສືບມາ ຊຶ່ງພວກເຮົາໄດ້ສອນພວກເຈົ້ານັ້ນ ບໍ່ວ່າຈະເປັນທາງວາຈາ ຫລືທາງຈົດໝາຍຂອງພວກເຮົາກໍດີ.
ເຈົ້າກໍຮູ້ແລ້ວວ່າ ທຸກຄົນໃນແຂວງເອເຊຍລວມທັງຟູເຄໂລ ແລະ ເຮຣະໂມເກນໄດ້ປະຖິ້ມເຮົາ.
ເພາະໃນບັນດາຄົນເຫຼົ່ານັ້ນ ມີຄົນທີ່ມັກລ່ວງເຂົ້າໄປຕາມບ້ານເຮືອນ ກ້ຽວກ່ອມເອົາໃຈແມ່ຍິງທີ່ເບົາປັນຍາ ໜາດ້ວຍຄວາມຜິດບາບ ແລະຫລົງໄຫລໄປດ້ວຍຕັນຫາຕ່າງໆ ເອົາໄປເປັນຊະເລີຍ,
ອາເລັກຊັນເດີຊ່າງທອງແດງນັ້ນ ໄດ້ເຮັດຮ້າຍຕໍ່ເຮົາຫລາຍຢ່າງ ອົງພຣະຜູ້ເປັນເຈົ້າຈະຊົງຕອບແທນໃຫ້ສົມກັບການທີ່ລາວເຮັດນັ້ນ.
ຈົ່ງຢຶດໝັ້ນຢູ່ກັບຄວາມຫວັງທີ່ພວກເຮົາປະກາດຕົວວ່າ ໄດ້ຮັບໄວ້ແລ້ວນັ້ນ ຢ່າໃຫ້ຫວັ່ນໄຫວ, ເພາະວ່າ ພຣະອົງຜູ້ຊົງປະທານພຣະສັນຍານັ້ນກໍຊົງສັດຊື່.
ພວກທີ່ຮັກເອີຍ, ຢ່າເຊື່ອວິນຍານທຸກໆດວງ ແຕ່ຈົ່ງພິສູດວິນຍານທັງຫລາຍນັ້ນວ່າ ມາຈາກພຣະເຈົ້າຫລືບໍ່ ເພາະວ່າມີຜູ້ທຳນວາຍປອມຫລາຍຄົນໄດ້ອອກໄປໃນໂລກ.
ເຮົາຮູ້ຈັກການກະທຳຂອງເຈົ້າ ເຮົາຮູ້ຈັກພາລະກິດອັນຍາກລຳບາກ ແລະຄວາມອົດທົນຂອງເຈົ້າ ເຮົາຮູ້ວ່າເຈົ້າທົນຕໍ່ຄົນຊົ່ວຮ້າຍບໍ່ໄດ້. ເຈົ້າໄດ້ລອງໃຈຄົນເຫຼົ່ານັ້ນທີ່ອວດວ່າ ເປັນອັກຄະສາວົກ, ແຕ່ພວກເຂົາບໍ່ໄດ້ເປັນ ແລະເຈົ້າກໍຮູ້ຈັກແລ້ວວ່າພວກເຂົາເປັນຄົນຂີ້ຕົວະ.
ແຕ່ໃຫ້ພວກເຈົ້າຢຶດຖືສິ່ງທີ່ພວກເຈົ້າມີຢູ່ແລ້ວນັ້ນ ໄວ້ຈົນກວ່າເຮົາຈະມາ.’
ເຮົາຈະມາໃນໄວໆນີ້, ຈົ່ງຢຶດໝັ້ນໃນສິ່ງທີ່ເຈົ້າມີຢູ່ນັ້ນ ເພື່ອວ່າຈະບໍ່ມີຜູ້ໃດຍາດຊີງເອົາມົງກຸດແຫ່ງໄຊຊະນະຂອງເຈົ້າໄປຈາກເຈົ້າໄດ້.
ເຫດສະນັ້ນ ເຈົ້າຈົ່ງຈຳໄວ້ວ່າເຈົ້າໄດ້ຮັບແລະໄດ້ຍິນຢ່າງໃດ ຈົ່ງຖືຮັກສາແລະກັບໃຈເສຍໃໝ່. ຖ້າເຈົ້າບໍ່ຕື່ນຂຶ້ນ ເຮົາຈະມາຫາເຈົ້າເໝືອນດັ່ງຂະໂມຍ ແລະເຈົ້າຈະບໍ່ຮູ້ວ່າຍາມໃດເຮົາຈະມາຫາເຈົ້າ.