Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 5:20 - ພຣະຄຳພີສັກສິ

20 ຢ່າ​ປະໝາດ​ຄຳທຳນວາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

20 ຢ່າ​ປະໝາດ​ຄຳ​ເຜີຍ​ພຣະຄຳ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 5:20
20 Jak'a apnaqawi uñst'ayäwi  

ຄາວນັ້ນ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ ມີ​ບາງຄົນ​ເປັນ​ຜູ້ທຳນວາຍ ແລະ​ອາຈານ ຄື​ບາຣະນາບາ, ຊີໂມນ​ຜູ້​ທີ່​ຄົນ​ເອີ້ນ​ວ່າ ນີເກີ, ລູກີໂອ​ຊາວ​ເມືອງ​ກີເຣເນ, ມານາເອນ ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ເຕີບ​ໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ ຜູ້​ປົກຄອງ ແລະ​ໂຊໂລ.


ໂປໂລ​ໄດ້​ວາງ​ມື​ໃສ່​ພວກເຂົາ ແລະ​ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ພວກເຂົາ​ຈຶ່ງ​ຕັ້ງຕົ້ນ​ປາກ​ພາສາ​ແປກໆ ແລະ​ທຳນວາຍ.


ດັ່ງນັ້ນ ຊາຍ​ຄົນ​ໃດ​ທີ່​ກຳລັງ​ພາວັນນາ​ອະທິຖານ ຫລື​ປະກາດ​ພຣະທຳ​ໃນ​ທີ່​ຊຸມຊົນ ໂດຍ​ມີ​ຜ້າປົກ​ຫົວ​ຂອງຕົນ ກໍ​ເຮັດ​ໃຫ້​ເສຍ​ກຽດ​ແກ່​ປະມຸກ​ຂອງຕົນ.


ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຣິດອຳນາດ​ເຮັດ​ການ​ອັດສະຈັນ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ຮູ້​ສັງເກດ​ວິນຍານ​ຕ່າງໆ ແລະ​ໃຫ້​ຄົນ​ໜຶ່ງ​ມີ​ຄວາມ​ສາມາດ​ເວົ້າ​ພາສາ​ແປກໆ ແລະ​ໂຜດ​ໃຫ້​ຄົນ​ໜຶ່ງ​ອີກ​ມີ​ຄວາມ​ສາມາດ​ແປ​ພາສາ​ແປກໆ.


ແລະ​ພຣະເຈົ້າ​ໄດ້​ຊົງ​ຕັ້ງ​ບາງຄົນ​ໄວ້​ໃນ​ຄຣິສຕະຈັກ​ຄື: ໜຶ່ງ​ແມ່ນ​ອັກຄະສາວົກ ສອງ​ແມ່ນ​ຜູ້​ປະກາດ​ພຣະທຳ ສາມ​ແມ່ນ​ອາຈານ ແລ້ວ​ຕໍ່​ຈາກ​ນັ້ນ​ກໍ​ມີ​ຜູ້​ເຮັດ​ການ​ອິດທິຣິດ​ຕ່າງໆ ຜູ້​ມີ​ອຳນາດ​ໃຫ້​ດີ​ພະຍາດ​ໂຣຄາ ຜູ້​ອຸປະຖຳ ຜູ້ປົກຄອງ ແລະ​ຜູ້​ເວົ້າ​ພາສາ​ແປກໆ.


ເຖິງ​ແມ່ນ​ເຮົາ​ຈະ​ປະກາດ​ພຣະທຳ​ໄດ້​ ແລະ​ເຂົ້າໃຈ​ໃນ​ຂໍ້​ລັບເລິກ​ທັງປວງ ແລະ​ມີ​ຄວາມຮູ້​ທັງ​ສິ້ນ ແລະ​ມີ​ຄວາມເຊື່ອ​ຢ່າງ​ຄົບຖ້ວນ ພໍ​ຈະ​ບອກ​ໃຫ້​ພູ​ເຄື່ອນທີ່​ໄປ​ໄດ້, ແຕ່​ບໍ່ມີ​ຄວາມຮັກ ເຮົາ​ກໍ​ບໍ່ມີ​ຄ່າ​ອັນ​ໃດ.


ເພາະວ່າ​ຄວາມຮູ້​ຂອງເຮົາ​ນັ້ນ​ບໍ່​ສົມບູນ ແລະ​ການ​ປະກາດ​ພຣະທຳ​ກໍ​ບໍ່​ສົມບູນ,


ຈົ່ງ​ຕັ້ງ​ຈຸດ​ມຸ່ງໝາຍ​ຫາ​ຄວາມຮັກ ຈົ່ງ​ຮ້ອນ​ໃຈ​ສະແຫວງ​ຫາ​ຂອງ​ປະທານ​ຝ່າຍ​ພຣະວິນຍານ ໂດຍ​ສະເພາະ​ແມ່ນ​ຂອງ​ປະທານ​ໃນ​ການ​ປະກາດ​ພຣະທຳ.


ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.


ພວກ​ທີ່ຮັກ​ເອີຍ, ຢ່າ​ເຊື່ອ​ວິນຍານ​ທຸກໆ​ດວງ ແຕ່​ຈົ່ງ​ພິສູດ​ວິນຍານ​ທັງຫລາຍ​ນັ້ນ​ວ່າ ມາ​ຈາກ​ພຣະເຈົ້າ​ຫລື​ບໍ່ ເພາະວ່າ​ມີ​ຜູ້ທຳນວາຍ​ປອມ​ຫລາຍ​ຄົນ​ໄດ້​ອອກ​ໄປ​ໃນ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka