19 ຢ່າຫັກຫ້າມພຣະວິນຍານ,
ເມື່ອພຣະເຈົ້າຢາເວເຫັນດັ່ງນັ້ນ ຈຶ່ງກ່າວວ່າ, “ເຮົາຈະບໍ່ອະນຸຍາດໃຫ້ມະນຸດມີຊີວິດຢູ່ຕະຫລອດໄປ ເພາະພວກເຂົາເປັນມະນຸດທີ່ຕ້ອງຕາຍ, ແຕ່ບັດນີ້ໄປ ພວກເຂົາຈະມີອາຍຸບໍ່ເກີນ 120 ປີ.”
ເປັນເວລາຫລາຍປີແລ້ວ ທີ່ພຣະອົງໄດ້ຕັກເຕືອນພວກເພິ່ນ ໂດຍບັນດານໃຈຜູ້ທຳນວາຍໃຫ້ກ່າວຕັກເຕືອນພວກເພິ່ນ; ແຕ່ປະຊາຊົນຂອງພຣະອົງຫູໜວກ ແລະຫູຕຶງ ສະນັ້ນ ພຣະອົງຈຶ່ງປ່ອຍໃຫ້ພວກເພິ່ນຖືກພ່າຍແພ້.
ຂໍຢ່າຂັບໄລ່ໃຫ້ໜີໄປຈາກບ່ອນທີ່ພຣະອົງສະຖິດ ແລະຢ່າຖອນພຣະວິນຍານບໍຣິສຸດຂອງພຣະອົງໄປຈາກຂ້ານ້ອຍ.
ນໍ້າກໍມອດບໍ່ໄດ້ໃຫ້ມັນດັບລົງເປັນ ນໍ້າໄຫລຖ້ວມທົ່ວໄປກໍຈົມມັນລົງບໍ່ໄດ້. ຖ້າຄວາມຮັກຫາຊື້ໄດ້ດ້ວຍຄວາມຮັ່ງມີ ສິ່ງທີ່ລາວໄດ້ມາກໍຈະຖືກດູໝິ່ນປະໝາດ.
ແຕ່ພວກເຂົາໄດ້ກະບົດຕໍ່ພຣະອົງ ແລະເຮັດໃຫ້ພຣະວິນຍານຂອງພຣະອົງເສົ້າໝອງ. ສະນັ້ນ ອົງພຣະຜູ້ເປັນເຈົ້າຈຶ່ງໄດ້ກາຍເປັນສັດຕູຂອງພວກເຂົາ ແລະຕໍ່ສູ້ພວກເຂົາ.
ພວກເຈົ້າຊ່າງດື້ດ້ານແທ້ນໍ ໃຈຂອງພວກເຈົ້າຊ່າງຄືກັບໃຈຄົນທີ່ບໍ່ນັບຖືພຣະເຈົ້າ ຫູຂອງພວກເຈົ້າຊ່າງໜັກຕໍ່ພຣະຄຳແທ້ໆ ບັນພະບຸລຸດຂອງພວກເຈົ້າເປັນຢ່າງໃດ ພວກເຈົ້າກໍເປັນຢ່າງນັ້ນ ຄືເຈົ້າທັງຫລາຍຂັດຂວາງພຣະວິນຍານບໍຣິສຸດເຈົ້າຢູ່ສະເໝີ.
ແລະຖ້າມີສິ່ງໃດຊົງສຳແດງແກ່ຄົນອື່ນ ທີ່ນັ່ງຢູ່ດ້ວຍກັນນັ້ນ ກໍໃຫ້ຜູ້ກ່າວກ່ອນນັ້ນມິດຢູ່.
ແລະຢ່າເຮັດໃຫ້ພຣະວິນຍານບໍຣິສຸດເຈົ້າຂອງພຣະເຈົ້າເສຍພຣະໄທ ເພາະໂດຍພຣະວິນຍານນັ້ນ ເຈົ້າທັງຫລາຍໄດ້ຊົງຖືກປະທັບຕາໝາຍໄວ້ເພື່ອວັນທີ່ຈະຊົງໄຖ່ໃຫ້ພົ້ນ.
ແລະພ້ອມກັບສິ່ງທັງໝົດນີ້ ຈົ່ງຍົກເອົາຄວາມເຊື່ອເປັນເຂນ ດ້ວຍເຂນນັ້ນ ເຈົ້າທັງຫລາຍຈະສາມາດດັບລູກສອນໄຟທັງໝົດຂອງມານຊົ່ວຮ້າຍນັ້ນໃຫ້ມອດເສຍ.
ຢ່າປະໝາດຄຳທຳນວາຍ.
ຢ່າເມີນເສີຍຕໍ່ຂອງປະທານ ຝ່າຍຈິດວິນຍານທີ່ມີໃນເຈົ້າ ຊຶ່ງຖືກມອບໝາຍໃຫ້ເຈົ້າ ເມື່ອພວກຜູ້ທຳນວາຍແລະພວກເຖົ້າແກ່ວາງມືໃສ່ເຈົ້າ.
ເພາະເຫດນີ້ ເຮົາຈຶ່ງຂໍເຕືອນສະຕິເຈົ້າ ຈົ່ງພັດທະນາຂອງປະທານທີ່ມີໃນຕົວເຈົ້າ ໃຫ້ຈະເລີນຮຸ່ງເຮືອງຂຶ້ນ ຄືຂອງປະທານ ຊຶ່ງພຣະເຈົ້າໄດ້ໂຜດປະທານໃຫ້ເຈົ້າ ເມື່ອເຮົາໄດ້ວາງມືໃສ່ເຈົ້າ.
ຊາມູເອນປະຕິບັດຕາມທີ່ພຣະເຈົ້າຢາເວໄດ້ສັ່ງ. ເມື່ອເພິ່ນເດີນທາງໄປທີ່ເມືອງເບັດເລເຮັມ, ພວກເຖົ້າແກ່ໃນເມືອງໄດ້ອອກມາຕ້ອນຮັບເພິ່ນ ທັງຢ້ານກົວຈົນຕົວສັ່ນເຊັນ ແລະຖາມວ່າ, “ທ່ານມາຢ້ຽມຢາມພວກຂ້ານ້ອຍຢ່າງສັນຕິຫລືບໍ່?”