16 ຈົ່ງຊົມຊື່ນຍິນດີຢູ່ສະເໝີ,
ຈົ່ງເປັນສຸກແລະຈົ່ງຊົມຊື່ນຍິນດີເຖີດ ເພາະພວກເຈົ້າມີບຳເໜັດອັນຍິ່ງໃຫຍ່ໃນສະຫວັນແລ້ວ ບັນດາຜູ້ທຳນວາຍໃນສະໄໝກ່ອນກໍຖືກຂົ່ມເຫັງຢ່າງດຽວກັນນີ້ແຫຼະ.”
ແຕ່ຢ່າໄດ້ຍິນດີຢູ່ໃນສິ່ງເຫຼົ່ານີ້ ຄືເພາະຜີຮ້າຍຍອມເຊື່ອຟັງພວກເຈົ້າ, ແຕ່ຈົ່ງຊົມຊື່ນຍິນດີ ເພາະຊື່ຂອງພວກເຈົ້າໄດ້ຈົດໄວ້ແລ້ວໃນສະຫວັນ.”
ພວກເຂົາຈຶ່ງເວົ້າກັບພຣະອົງວ່າ, “ພຣະອົງເຈົ້າເອີຍ ຈົ່ງໂຜດໃຫ້ເຂົ້າຈີ່ນັ້ນແກ່ພວກຂ້ານ້ອຍຢູ່ເລື້ອຍໆແດ່ທ້ອນ.”
ຈົ່ງຊົມຊື່ນຍິນດີໃນຄວາມຫວັງ ຈົ່ງອົດທົນໃນຄວາມຍາກລຳບາກ ຈົ່ງພາວັນນາອະທິຖານຢູ່ບໍ່ຂາດ.
ເຖິງແມ່ນໄດ້ຮັບຄວາມເສົ້າໂສກ, ແຕ່ກໍຍັງຊົມຊື່ນຍິນດີຢູ່ສະເໝີ; ເປັນຄົນຍາກຈົນ, ແຕ່ກໍເຮັດໃຫ້ຫລາຍຄົນຮັ່ງມີ; ເປັນຄົນບໍ່ມີຫຍັງ, ແຕ່ກໍຍັງມີທຸກສິ່ງ.
ຈົ່ງຊົມຊື່ນຍິນດີໃນອົງພຣະຜູ້ເປັນເຈົ້າທຸກເວລາ ເຮົາຂໍຢໍ້າອີກວ່າ ຈົ່ງຊົມຊື່ນຍິນດີເທີ້ນ.