Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:9 - ພຣະຄຳພີສັກສິ

9 ສ່ວນ​ເລື່ອງ​ການ​ຮັກ​ພີ່ນ້ອງ​ທັງຫລາຍ​ນັ້ນ ເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ຝາກ​ມາ​ໃຫ້​ພວກເຈົ້າ ເພາະ​ເຈົ້າ​ເອງ​ກໍໄດ້​ຮັບ​ການ​ຊົງ​ສັ່ງສອນ​ຈາກ​ພຣະເຈົ້າ​ແລ້ວ​ວ່າ ໃຫ້​ຮັກ​ກັນແລະກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ບັດນີ້ ພວກເຮົາ​ບໍ່​ຈຳເປັນ​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມຮັກ​ລະຫວ່າງ​ພີ່ນ້ອງ ເພາະ​ພຣະເຈົ້າ​ສອນ​ພວກເຈົ້າ​ເອງ​ໃຫ້​ຮັກເຊິ່ງກັນແລະກັນ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:9
30 Jak'a apnaqawi uñst'ayäwi  

ເປັນ​ການດີ​ແທ້ໆ ຊ່າງ​ສຸກໃຈ​ອີຫລີ ທີ່​ປະຊາຊົນ​ຂອງ​ພຣະເຈົ້າ​ຢູ່​ຮ່ວມກັນ ດ້ວຍ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ


ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, ພັນທະສັນຍາ​ໃໝ່​ທີ່​ເຮົາ​ຈະ​ເຮັດ​ກັບ​ປະຊາຊົນ​ອິດສະຣາເອນ ຈະ​ເປັນ​ດັ່ງນີ້: ເຮົາ​ຈະ​ຕັ້ງ​ກົດບັນຍັດ​ຂອງເຮົາ​ໄວ້​ພາຍໃນ​ພວກເຂົາ ແລະ​ຂຽນ​ກົດບັນຍັດ​ນັ້ນ​ໄວ້​ທີ່​ຫົວໃຈ​ຂອງ​ພວກເຂົາ. ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ພວກເຂົາ​ກໍ​ຈະ​ເປັນ​ປະຊາຊົນ​ຂອງເຮົາ.


ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”


ຜູ້ໃດ​ຜູ້ໜຶ່ງ​ທີ່​ກິນ​ຊີ້ນ​ນັ້ນ ຈະ​ມີ​ຄວາມຜິດ​ເພາະ​ເຂົາ​ໄດ້​ເຮັດ​ໃຫ້​ສິ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ​ເປັນ​ມົນທິນ ແລະ​ເຮົາ​ຈະ​ບໍ່​ຖື​ຄົນ​ນັ້ນ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ຂໍ້​ທີ​ສອງ​ກໍ​ເໝືອນກັນ​ຄື: ‘ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.’


ແຕ່​ພຣະຜູ້​ຊ່ວຍ​ຄື​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ທີ່​ພຣະບິດາເຈົ້າ​ຈະ​ໃຊ້​ມາ​ໃນ​ນາມ​ຂອງເຮົາ ອົງ​ນັ້ນ​ແຫຼະ ຈະ​ສັ່ງສອນ​ພວກເຈົ້າ​ທຸກສິ່ງ ແລະ​ຈະ​ເຕືອນ​ໃຫ້​ພວກເຈົ້າ​ລະນຶກເຖິງ​ທຸກສິ່ງ ຊຶ່ງ​ເຮົາ​ໄດ້​ບອກ​ພວກເຈົ້າ​ແລ້ວ​ນັ້ນ.”


ຄົນ​ທັງຫລາຍ​ທີ່​ເຊື່ອ​ນັ້ນ ກໍ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ແລະ​ບໍ່ມີ​ຜູ້ໃດ​ຈັກ​ຄົນ ອ້າງ​ວ່າ​ສິ່ງ​ຂອງ​ທີ່​ຕົນ​ມີ​ຢູ່​ນັ້ນ​ເປັນ​ຂອງ​ສ່ວນ​ຕົວ, ແຕ່​ຖື​ວ່າ​ສິ່ງ​ຂອງ​ທັງໝົດ​ເປັນ​ຂອງ​ກາງ.


ຈົ່ງ​ຮັກ​ຊຶ່ງກັນແລະກັນ​ເໝືອນ​ສັນ​ພີ່ນ້ອງ ສ່ວນ​ການ​ໃຫ້ກຽດ​ຊຶ່ງກັນແລະກັນ​ນັ້ນ ຈົ່ງ​ຖື​ວ່າ​ຜູ້ອື່ນ​ດີກວ່າ​ຕົນ.


ເຮົາ​ບໍ່​ຈຳເປັນ​ຂຽນ​ຫາ​ພວກເຈົ້າ​ເຖິງ​ການ​ສົງເຄາະ ທີ່​ສົ່ງ​ໄປ​ຊ່ວຍເຫລືອ​ໄພ່ພົນ​ຂອງ​ພຣະເຈົ້າ.


ເຮົາ​ທຸກຄົນ​ທີ່​ເປັນ​ຜູ້​ໃຫຍ່​ແລ້ວ​ຝ່າຍ​ຄວາມເຊື່ອ ຄວນ​ຄິດ​ຢ່າງ​ດຽວກັນ​ນີ້ ແຕ່​ຖ້າ​ບາງຄົນ​ໃນ​ພວກເຈົ້າ​ຄິດ​ຢ່າງ​ອື່ນ ພຣະເຈົ້າ​ກໍ​ຈະ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ນີ້​ຢ່າງ​ຈະແຈ້ງ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ບໍ່​ຈຳເປັນ​ຂຽນ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ວັນ ແລະ​ເວລາ​ທີ່​ເຫດການ​ເຫຼົ່ານີ້​ຈະ​ເກີດຂຶ້ນ.


“ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ກ່າວ​ວ່າ, ‘ອັນ​ນີ້​ແມ່ນ​ພັນທະສັນຍາ ທີ່​ເຮົາ​ຈະ​ເຮັດ​ກັບ​ເຂົາ​ເຫຼົ່ານັ້ນ ຄື​ໃນ​ວັນ​ທັງຫລາຍ​ຈະ​ມາ​ເຖິງ​ນັ້ນ ເຮົາ​ຈະ​ເອົາ​ກົດບັນຍັດ​ຂອງເຮົາ ໃສ່​ໄວ້​ໃນ​ຈິດໃຈ​ຂອງ​ພວກເຂົາ ແລະ​ຂຽນ​ຂໍ້ຄວາມ​ໃສ່​ເທິງ ຫົວໃຈ​ຂອງ​ເຂົາເຈົ້າ.”’


ຈົ່ງ​ໃຫ້​ຄວາມຮັກ​ຢ່າງ​ພີ່ນ້ອງ ມີ​ຢູ່​ຕໍ່ກັນ​ສະເໝີ​ໄປ.


ໃນ​ທີ່ສຸດ​ນີ້ ຂໍ​ໃຫ້​ພວກເຈົ້າ​ທຸກຄົນ​ຈົ່ງ​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ, ຈົ່ງ​ເຫັນອົກ​ເຫັນໃຈ​ກັນ, ຈົ່ງ​ຮັກ​ກັນ​ເໝືອນ​ພີ່ນ້ອງ​ຮ່ວມ​ທ້ອງ, ຈົ່ງ​ມີ​ຈິດໃຈ​ເມດຕາ ແລະ​ອ່ອນນ້ອມ​ຖ່ອມຕົວ​ລົງ.


ທີ່​ສຳຄັນ​ກວ່າ​ສິ່ງ​ອື່ນ​ໃດ​ໝົດ ຈົ່ງ​ຮັກ​ຊຶ່ງກັນແລະກັນ​ດ້ວຍ​ເຕັມໃຈ ເພາະ​ຄວາມຮັກ​ກໍ​ປິດບັງ​ຄວາມ​ຜິດບາບ​ໄວ້​ຢ່າງ​ຫລວງຫລາຍ.


ເອົາ​ຄວາມຮັກ​ພີ່ນ້ອງ​ເພີ່ມ​ຄວາມ​ເຫຼື້ອມໃສ​ໃນ​ພຣະເຈົ້າ ແລະ​ເອົາ​ຄວາມຮັກ​ຄົນ​ທົ່ວໄປ​ເພີ່ມ​ຄວາມຮັກ​ພີ່ນ້ອງ.


ຜູ້​ທີ່​ຮັກ​ພີ່ນ້ອງ​ຂອງຕົນ ກໍ​ຕັ້ງ​ຢູ່​ໃນ​ຄວາມ​ສະຫວ່າງ ແລະ​ເຫດ​ທີ່​ຈະ​ໃຫ້​ສະດຸດ​ໃຈ​ກໍ​ບໍ່ມີ​ໃນ​ຄົນ​ນັ້ນ.


ຖ້ອຍຄຳ​ທີ່​ພວກເຈົ້າ​ໄດ້ຍິນ​ແລະ​ໄດ້​ຟັງ​ມາ​ຕັ້ງແຕ່​ຕອນ​ຕົ້ນ​ນັ້ນ ຄື​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ.


ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.


ຂໍ້ຄຳສັ່ງ​ທີ່​ພຣະອົງ​ໄດ້​ມອບ​ແກ່​ພວກເຮົາ​ມີ​ດັ່ງນີ້: “ຜູ້ໃດ​ທີ່​ຮັກ​ພຣະເຈົ້າ​ນັ້ນ ຈົ່ງ​ຮັກ​ພີ່ນ້ອງ​ຂອງຕົນ​ເໝືອນກັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka