Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:8 - ພຣະຄຳພີສັກສິ

8 ດ້ວຍເຫດນີ້ ຜູ້​ທີ່​ຝ່າຝືນ​ນັ້ນ​ກໍ​ບໍ່​ໄດ້​ຝ່າຝືນ​ຕໍ່​ມະນຸດ ແຕ່​ຝ່າຝືນ​ຕໍ່​ພຣະເຈົ້າ ຜູ້​ຊົງ​ໂຜດ​ປະທານ​ພຣະວິນຍານ​ບໍຣິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ເຫດສະນັ້ນ ຜູ້ໃດ​ກໍ​ຕາມ​ທີ່​ປະຕິເສດ​ຄຳສອນ​ນີ້​ກໍ​ບໍ່​ໄດ້​ປະຕິເສດ​ມະນຸດ​ແຕ່​ປະຕິເສດ​ພຣະເຈົ້າ​ຜູ້​ມອບ​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະອົງ​ໃຫ້​ແກ່​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:8
21 Jak'a apnaqawi uñst'ayäwi  

ເປັນ​ເວລາ​ຫລາຍ​ປີ​ແລ້ວ ທີ່​ພຣະອົງ​ໄດ້​ຕັກເຕືອນ​ພວກເພິ່ນ ໂດຍ​ບັນດານ​ໃຈ​ຜູ້ທຳນວາຍ​ໃຫ້​ກ່າວ​ຕັກເຕືອນ​ພວກເພິ່ນ; ແຕ່​ປະຊາຊົນ​ຂອງ​ພຣະອົງ​ຫູ​ໜວກ ແລະ​ຫູຕຶງ ສະນັ້ນ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເພິ່ນ​ຖືກ​ພ່າຍແພ້.


ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ການ​ຢຳເກງ​ພຣະເຈົ້າຢາເວ ເປັນ​ບໍ່ເກີດ​ແຫ່ງ​ປັນຍາ ຄົນ​ໂງ່ຈ້າ​ປະໝາດ​ປັນຍາ ແລະ​ການ​ສຶກສາ​ຮຽນຮູ້.


ຢ່າ​ພະຍາຍາມ​ເວົ້າ​ໃຫ້​ຄົນໂງ່ຈ້າ​ເຂົ້າໃຈ ລາວ​ບໍ່​ຮູ້ຈັກ​ຄຸນຄ່າ​ສິ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ດອກ.


ພຣະເຈົ້າຢາເວ​ອົງ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະ​ຜູ້ໄຖ່​ກ່າວ​ແກ່​ຜູ້​ທີ່​ຖືກ​ດູໝິ່ນ​ໜັກ ຄື​ຜູ້​ທີ່​ບັນດາ​ນາໆ​ຊາດ​ພາກັນ​ກຽດຊັງ ທັງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກ​ນັກປົກຄອງ​ວ່າ, “ກະສັດ​ຈະ​ເຫັນ​ເຈົ້າ​ຖືກ​ປ່ອຍຕົວ​ໄປ ພວກເຂົາ​ຈະ​ລຸກຂຶ້ນ​ຢືນ​ສະແດງ​ຄວາມ​ເຄົາຣົບ​ຕໍ່​ເຈົ້າ; ພວກ​ເຈົ້າຊາຍ​ກໍ​ຈະ​ໄດ້​ເຫັນ​ເຫດການ​ນີ້​ຄືກັນ ແລະ​ພວກເຂົາ​ຈະ​ກົ້ມ​ລົງ​ໃຫ້ກຽດ​ແກ່​ເຈົ້າ.” ສິ່ງນີ້​ຈະ​ເກີດຂຶ້ນ​ເພາະ​ພຣະເຈົ້າຢາເວ​ກະທຳການ ພຣະອົງ​ໄດ້​ເລືອກ​ເຈົ້າ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ; ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເປັນ​ອົງ​ບໍຣິສຸດ ຊົງ​ຮັກສາ​ຄຳສັນຍາ​ທີ່​ພຣະອົງ​ໄດ້​ກະທຳ​ໄວ້.


ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ການ​ທີ່​ທ່ານ​ທົນທຸກ​ຄື​ຄວາມປະສົງ​ຂອງເຮົາ ຄວາມຕາຍ​ຂອງທ່ານ​ເປັນ​ເຄື່ອງ​ບູຊາ ເພື່ອ​ນຳ​ເອົາ​ການ​ຍົກໂທດ​ມາ​ໃຫ້. ທ່ານ​ຈຶ່ງ​ໄດ້​ເຫັນ​ເຊື້ອສາຍ​ມີ​ຊີວິດ​ຍາວ​ໄກ ເປົ້າໝາຍ​ຂອງ​ພຣະເຈົ້າຢາເວ​ຈະ​ສຳເລັດ​ທາງ​ທ່ານ.


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ພວກ​ທີ່​ປະຕິເສດ​ເຮົາ ແລະ​ບໍ່​ຮັບ​ເອົາ​ຖ້ອຍຄຳ​ຂອງເຮົາ ກໍ​ມີ​ສິ່ງ​ຕັດສິນ​ພວກເຂົາ​ແລ້ວ ຖ້ອຍຄຳ​ທີ່​ເຮົາ​ໄດ້​ກ່າວ​ນັ້ນ​ແຫຼະ ຈະ​ຕັດສິນ​ພວກ​ນັ້ນ​ໃນ​ວັນ​ສຸດທ້າຍ.


‘ຈົ່ງ​ເບິ່ງ​ເຖີດ ຄົນ​ທີ່​ມັກ​ປະໝາດ​ນິນທາ ຈົ່ງ​ປະຫລາດ​ໃຈ​ແລະ​ຈິບຫາຍ​ໄປ​ສາ​ເຖີດ ດ້ວຍວ່າ, ສິ່ງ​ທີ່​ເຮົາ​ກະທຳ​ຢູ່​ໃນວັນນີ້ ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຈະ​ບໍ່​ຍອມ ເຊື່ອຟັງ​ເປັນ​ແນ່ ເຖິງ​ແມ່ນ​ວ່າ​ມີ​ບາງຄົນ ມາ​ອະທິບາຍ​ໃຫ້​ຟັງ​ແລ້ວ​ກໍຕາມ.”’


ແລະ​ຄວາມ​ໄວ້ວາງໃຈ ບໍ່​ຫ່ອນ​ເຮັດ​ໃຫ້​ມີ​ຄວາມ​ເສຍໃຈ ເພາະ​ຜິດຫວັງ ເພາະ​ເຫັນ​ວ່າ​ພຣະເຈົ້າ​ຊົງ​ເປັ່ງ​ຄວາມຮັກ​ຂອງ​ພຣະອົງ​ເຂົ້າ​ໃນ​ໃຈ​ຂອງ​ພວກເຮົາ​ໂດຍ​ທາງ​ພຣະວິນຍານ​ບໍຣິສຸດເຈົ້າ ຊຶ່ງ​ພຣະອົງ​ໄດ້​ຊົງ​ປະທານ​ໃຫ້​ແກ່​ເຮົາ​ທັງຫລາຍ​ແລ້ວ.


ແຕ່​ວ່າ ພຣະເຈົ້າ​ໄດ້​ເປີດເຜີຍ​ຄວາມ​ເລິກລັບ​ຂອງ​ພຣະອົງ ແກ່​ພວກເຮົາ​ໂດຍ​ທາງ​ພຣະວິນຍານ. ແທ້ຈິງ​ແລ້ວ, ພຣະວິນຍານ​ຢັ່ງ​ຮູ້​ທຸກສິ່ງ ເຖິງ​ແມ່ນ​ເປັນ​ຄວາມ​ເລິກລັບ​ຂອງ​ພຣະເຈົ້າ.


ແຕ່​ຕາມ​ຄວາມ​ເຫັນ​ຂອງເຮົາ​ວ່າ, ຖ້າ​ນາງ​ຢູ່​ຜູ້​ດຽວ ກໍ​ຈະ​ເປັນ​ສຸກ​ກວ່າ ແລະ​ເຮົາ​ຄິດ​ວ່າ ພຣະວິນຍານ​ຂອງ​ພຣະເຈົ້າ​ຊົງ​ສະຖິດ​ຢູ່​ນຳ​ເຮົາ​ດ້ວຍ.


ພຣະອົງ​ໄດ້​ຊົງ​ປະທັບຕາ​ໃສ່​ພວກເຮົາ ແລະ​ຊົງ​ປະທານ​ພຣະວິນຍານ​ຂອງ​ພຣະອົງ​ໄວ້​ໃນ​ຈິດໃຈ​ຂອງ​ພວກເຮົາ​ເພື່ອ​ເປັນ​ເຄື່ອງ​ມັດຈຳ.


ແລະ​ເພາະ​ເຈົ້າ​ທັງຫລາຍ​ເປັນ​ບຸດ​ຂອງ​ພຣະເຈົ້າ​ແລ້ວ ພຣະອົງ​ຈຶ່ງ​ຊົງ​ໃຊ້​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ ແລ້ວ​ຮ້ອງ​ວ່າ, “ອັບບາ” ຄື “ພຣະບິດາເຈົ້າ.”


ກໍ​ຊົງ​ສຳແດງ​ໃຫ້​ພວກ​ຜູ້ທຳນວາຍ​ນັ້ນ​ຮູ້​ວ່າ ທີ່​ທ່ານ​ເຫຼົ່ານັ້ນ​ໄດ້​ປະຕິບັດ​ໃນ​ເຫດການ​ທັງປວງ​ນັ້ນ ບໍ່ແມ່ນ​ສຳລັບ​ພວກເພິ່ນ​ເອງ ແຕ່​ສຳລັບ​ເຈົ້າ​ທັງຫລາຍ. ບັດນີ້ ຄົນ​ເຫຼົ່ານັ້ນ​ທີ່​ປະກາດ​ຂ່າວປະເສີດ​ແກ່​ເຈົ້າ​ທັງຫລາຍ ໄດ້​ກ່າວ​ສິ່ງ​ເຫຼົ່ານັ້ນ​ແກ່​ພວກເຈົ້າ​ແລ້ວ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ຜູ້​ຊົງ​ຮັບໃຊ້​ມາ​ຈາກ​ສະຫວັນ. ເຫດການ​ເຫຼົ່ານີ້ ເປັນ​ສິ່ງ​ຊຶ່ງ​ພວກ​ເທວະດາ​ປາຖະໜາ​ຈະ​ພິຈາລະນາ​ເບິ່ງ.


ເພາະວ່າ ຄຳທຳນວາຍ​ນັ້ນ​ບໍ່ໄດ້​ມາ​ຈາກ​ນໍ້າໃຈ​ຂອງ​ມະນຸດ​ຈັກເທື່ອ, ແຕ່​ມະນຸດ​ໄດ້​ກ່າວ​ຄຳ​ທີ່​ມາ​ຈາກ​ພຣະເຈົ້າ ຕາມ​ທີ່​ພຣະວິນຍານ​ບໍຣິສຸດເຈົ້າ​ຊົງ​ດົນໃຈ.


ທຸກຄົນ​ຜູ້​ທີ່​ຖື​ຮັກສາ​ບັນດາ​ຂໍ້​ບັນຍັດ​ຂອງ​ພຣະເຈົ້າ ກໍ​ຕັ້ງ​ຢູ່​ໃນ​ພຣະອົງ ແລະ​ພຣະອົງ​ກໍ​ຊົງ​ສະຖິດ​ຢູ່​ໃນ​ພວກເຂົາ ແລະ​ດ້ວຍ​ພຣະວິນຍານ​ທີ່​ພຣະອົງ​ໄດ້​ປະທານ​ໃຫ້​ພວກເຮົາ​ນັ້ນ ພວກເຮົາ​ຈຶ່ງ​ຮູ້​ວ່າ​ພຣະອົງ​ຊົງ​ສະຖິດ​ຢູ່​ໃນ​ພວກເຮົາ.


ເຖິງປານນັ້ນ ພວກ​ເຫຼົ່ານີ້​ກໍ​ຍັງ​ມົວ​ຝັນ ເຮັດ​ໃຫ້​ຮ່າງກາຍ​ຂອງຕົນ​ຊົ່ວ​ມົວໝອງ, ພວກເຂົາ​ໝິ່ນປະໝາດ​ສິດ​ອຳນາດ​ຂອງ​ພຣະເຈົ້າ ແລະ​ດ່າວ່າ​ບັນດາ​ຜູ້​ມີ​ກຽດ​ສັກສີ​ຢູ່​ເບື້ອງ​ເທິງ.


ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’


ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກໆ​ສິ່ງ​ທີ່​ປະຊາຊົນ​ເວົ້າ​ຕໍ່​ເຈົ້າ. ພວກເຂົາ​ບໍ່ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ​ຕ່າງຫາກ ໂດຍ​ບໍ່​ຍອມ​ຮັບ​ເອົາ​ເຮົາ​ເປັນ​ເຈົ້າຊີວິດ​ຂອງ​ພວກເຂົາ​ຕໍ່ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka