1 ເທສະໂລນິກ 4:6 - ພຣະຄຳພີສັກສິ6 ໃນເລື່ອງນີ້ ຢ່າໃຫ້ຄົນໃດລ່ວງເຮັດຜິດຕໍ່ພີ່ນ້ອງຄຣິສຕຽນຂອງຕົນ ຕາມທີ່ພວກເຮົາໄດ້ບອກພວກເຈົ້າໄວ້ກ່ອນແລ້ວ ແລະພວກເຮົາກໍໄດ້ເຕືອນພວກເຈົ້າຢ່າງໜັກແໜ້ນວ່າ ອົງພຣະຜູ້ເປັນເຈົ້າຈະລົງໂທດຄົນທີ່ເຮັດຜິດໃນເລື່ອງນີ້. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່6 ແລະ ຢ່າໃຫ້ຜູ້ໃດລ່ວງເກີນ ຫລື ເຮັດຜິດຕໍ່ພີ່ນ້ອງໃນເລື່ອງນີ້. ອົງພຣະຜູ້ເປັນເຈົ້າຈະລົງໂທດທຸກຄົນທີ່ເຮັດບາບຢ່າງນັ້ນ ຕາມທີ່ພວກເຮົາໄດ້ບອກ ແລະ ໄດ້ເຕືອນພວກເຈົ້າໄວ້ກ່ອນແລ້ວ. Uka jalj uñjjattʼäta |
ສວນອະງຸ່ນຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ແມ່ນຊາດອິດສະຣາເອນ ແລະປະຊາຊົນຊາວຢູດາແມ່ນເບ້ຍອະງຸ່ນ ຊຶ່ງພຣະອົງໄດ້ປູກໄວ້. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ດີ, ແຕ່ພວກເຂົາມີແຕ່ປະພຶດຕົນເປັນຜູ້ຂ້າຄົນ. ພຣະອົງຄາດຫວັງໃຫ້ພວກເຂົາເຮັດໃນສິ່ງທີ່ຊອບທຳ, ແຕ່ຄົນຮັບເຄາະກຳຮ້ອງຂໍຄວາມຍຸດຕິທຳ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ເຮົາຈະມາປາກົດຢູ່ທ່າມກາງພວກເຈົ້າເພື່ອຕັດສິນ ແລະເຮົາຈະເປັນພະຍານຕໍ່ສູ້ພວກທີ່ລົງມືຝຶກເວດມົນຄາຖາ, ຕໍ່ສູ້ພວກທີ່ຫລິ້ນຊູ້ສູ່ຜົວເມຍ, ຕໍ່ສູ້ພວກທີ່ເປັນພະຍານບໍ່ຈິງ, ຕໍ່ສູ້ພວກທີ່ສໍ້ໂກງຄ່າແຮງງານຂອງລູກຈ້າງ, ຕໍ່ສູ້ພວກທີ່ເອົາປຽບແມ່ໝ້າຍ, ເດັກກຳພ້າ ແລະຄົນຕ່າງດ້າວ ຄືຕໍ່ສູ້ທຸກຄົນທີ່ບໍ່ຢຳເກງເຮົາ.”
ຈົ່ງພິຈາລະນາເບິ່ງວ່າ ການທີ່ເຈົ້າທັງຫລາຍໄດ້ທຸກໃຈ ຕາມຢ່າງຊອບພຣະໄທພຣະເຈົ້ານັ້ນ ໄດ້ເຮັດໃຫ້ພວກເຈົ້າເກີດມີຄວາມຂະຫຍັນຂັນແຂງຫລາຍເທົ່າໃດ ເອົາໃຈໃສ່ທີ່ຈະແກ້ຕົວຫລາຍເທົ່າໃດ ຄວາມເຄືອງໃຈ ຄວາມຕື່ນຕົວ ຄວາມອາໄລ ຄວາມຮ້ອນຮົນ ແລະການລົງໂທດຕອບແທນຫລາຍເທົ່າໃດ ໃນທຸກສິ່ງເຫຼົ່ານີ້ ເຈົ້າທັງຫລາຍໄດ້ສະແດງຕົວວ່າ ເປັນຄົນບໍ່ມີຜິດໃນການນັ້ນແລ້ວ.