Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:5 - ພຣະຄຳພີສັກສິ

5 ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

5 ບໍ່​ແມ່ນ​ມົວເມົາ​ໃນ​ລາຄະຕັນຫາ​ເໝືອນ​ຄົນ​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:5
17 Jak'a apnaqawi uñst'ayäwi  

ຈົ່ງ​ໂກດຮ້າຍ​ຊົນຊາດ​ທີ່​ບໍ່​ເຊື່ອ​ພຣະອົງ​ສາ ຄື​ປະຊາຊົນ​ທີ່​ບໍ່​ພາວັນນາ​ອະທິຖານ​ໃນ​ພຣະນາມ​ຂອງ​ພຣະອົງ.


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ສິ່ງ​ທັງໝົດ​ເຫຼົ່ານີ້​ແຫຼະ ທີ່​ຄົນ​ບໍ່​ນັບຖື​ພຣະເຈົ້າ​ຊອກ​ຫາ ພຣະບິດາ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້​ແລ້ວ.


ດ້ວຍວ່າ, ຄົນ​ທົ່ວ​ໄປ​ຢູ່​ໃນ​ໂລກນີ້​ກະວົນ​ກະວາຍ​ຢູ່​ສະເໝີ ກັບ​ເລື່ອງ​ທັງໝົດ​ເຫຼົ່ານີ້.) ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຮູ້​ວ່າ ພວກເຈົ້າ​ຕ້ອງການ​ສິ່ງ​ເຫຼົ່ານີ້.


ເພາະວ່າ ເມື່ອ​ຂ້າພະເຈົ້າ​ກຳລັງ​ເດີນທາງ​ຜ່ານ​ເມືອງ​ຂອງ​ພວກທ່ານ​ມາ ແລະ​ເບິ່ງ​ຕາມ​ສະຖານທີ່​ຕ່າງໆ ທີ່​ພວກທ່ານ​ນະມັດສະການ ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ມີ​ຄຳ​ຈາລຶກ​ວ່າ, ‘ແດ່​ພຣະເຈົ້າ​ທີ່​ເຮົາ​ບໍ່​ຮູ້ຈັກ.’ ພຣະເຈົ້າ​ທີ່​ທ່ານ​ທັງຫລາຍ​ນະມັດສະການ ແຕ່​ບໍ່​ຮູ້ຈັກ ແມ່ນ​ພຣະເຈົ້າ​ອົງ​ນັ້ນ​ແຫຼະ ທີ່​ຂ້າພະເຈົ້າ​ມາ​ປະກາດ​ແກ່​ພວກທ່ານ.


ດ້ວຍເຫດນັ້ນ ພຣະເຈົ້າ​ຈຶ່ງ​ປ່ອຍ​ມະນຸດ​ໃຫ້​ເຮັດ​ການ​ຊົ່ວຊ້າ ຕາມ​ຣາຄະ​ຕັນຫາ​ໃນ​ໃຈ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈຶ່ງ​ເຮັດ​ໃນ​ສິ່ງ​ທີ່​ໜ້າ​ອັບອາຍ​ທາງ​ຮ່າງກາຍ​ຕໍ່​ກັນ.


ເພາະ​ດ້ວຍ​ເຫດນີ້ ພຣະເຈົ້າ​ຈຶ່ງ​ໄດ້​ປ່ອຍ​ພວກເຂົາ​ໃຫ້​ຢູ່​ໃຕ້​ກິເລດ​ຕັນຫາ​ຢ່າງ​ໜ້າ​ອັບອາຍ ແມ່ຍິງ​ປ່ຽນ​ຄວາມ​ສຳພັນ​ທາງ​ເພດ​ຕາມ​ທຳມະຊາດ ໃຫ້​ຜິດ​ທຳມະຊາດ​ໄປ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ເພາະ​ຕາມ​ພຣະ​ສະຕິປັນຍາ​ຂອງ​ພຣະເຈົ້າ ເຫັນ​ວ່າ ມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະອົງ​ໄດ້​ດ້ວຍ​ປັນຍາ​ຂອງ​ເຂົາ​ເອງ ແຕ່​ພຣະອົງ​ພໍໃຈ​ໃຊ້​ຂ່າວ​ເລື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ ຊຶ່ງ​ພວກເຮົາ​ປະກາດ​ຢູ່​ນັ້ນ ເພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ.


ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.


ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ດ້ວຍວ່າ, ຜ່ານ​ມາ​ນັ້ນ ພວກເຈົ້າ​ໄດ້​ໃຊ້​ເວລາ​ດົນນານ ເຮັດ​ໃນ​ສິ່ງ​ທີ່​ຄົນ​ຕ່າງ​ຄວາມເຊື່ອ​ມັກ​ເຮັດ ຄື​ເມື່ອ​ພວກເຈົ້າ​ໄດ້​ດຳເນີນ​ຊີວິດ​ຕາມ​ຣາຄະ​ຕັນຫາ, ໃນ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ, ດື່ມ​ເຫຼົ້າ​ເມົາ​ສຸຣາ, ກິນລ້ຽງ​ຢ່າງ​ມົວເມົາ, ຮ່ວມ​ສັງສັນ​ກິນ​ເຫຼົ້າ​ຢ່າງ​ເກີນສ່ວນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າລັງກຽດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka