Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:3 - ພຣະຄຳພີສັກສິ

3 ສິ່ງ​ນີ້​ແຫຼະ ແມ່ນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຈົ້າ​ເປັນ​ຄົນ​ບໍຣິສຸດ ແລະ​ເວັ້ນ​ຈາກ​ການ​ຜິດ​ສິນທຳ​ທາງ​ເພດ​ທຸກ​ຮູບແບບ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ພຣະເຈົ້າ​ປະສົງ​ໃຫ້​ພວກເຈົ້າ​ໄດ້​ຮັບ​ການຊຳລະ​ໃຫ້​ບໍລິສຸດ​ຄື: ໃຫ້​ພວກເຈົ້າ​ຫລີກ​ເວັ້ນ​ຈາກ​ການ​ຜິດສິນທຳທາງເພດ,

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:3
47 Jak'a apnaqawi uñst'ayäwi  

ຈົ່ງ​ສັ່ງສອນ​ຂ້ານ້ອຍ​ໃຫ້​ຮູ້​ເຖິງ​ພຣະປະສົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ. ຂໍ​ໃຫ້​ພຣະວິນຍານ​ນັ້ນ​ນຳ​ຂ້ານ້ອຍ​ໄປ​ສູ່ ບ່ອນ​ບໍ່ມີ​ອຸປະສັກ ແລະ​ທາງ​ອັນ​ລາບລື້ນ.


ຂ້າແດ່​ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ຍິນດີ​ເຮັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຄື​ຮັກສາ​ຂໍ້​ຄຳສັ່ງສອນ​ຂອງ​ພຣະອົງ​ໄວ້​ຢູ່​ໃນ​ຈິດໃຈ​ແລ້ວ.”


ຫລັງຈາກ​ສົມສູ່​ກັນ​ແລ້ວ ທັງ​ຜູ້ຊາຍ​ແລະ​ຜູ້ຍິງ​ຕ້ອງ​ອາບນໍ້າ ແລະ​ທັງສອງ​ຍັງ​ເປັນ​ມົນທິນ​ຈົນ​ຮອດ​ຄໍ່າ.


ຜູ້ໃດ​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ພຣະບິດາ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ, ນ້ອງສາວ ແລະ​ມານດາ​ຂອງເຮົາ.”


ເພາະ​ຄວາມ​ຄິດ​ຊົ່ວ ຊຶ່ງ​ນຳ​ໄປ​ສູ່​ການ​ຂ້າ​ຄົນ, ການ​ຫລິ້ນຊູ້​ສູ່​ຜົວເມຍ ແລະ​ການ​ຜິດ​ສິນທຳ​ທາງ​ເພດ, ການ​ລັກ, ການ​ກ່າວ​ຄຳ​ພະຍານ​ບໍ່​ຈິງ ແລະ​ການ​ກ່າວຮ້າຍ​ປ້າຍສີ​ຜູ້​ອື່ນ ແມ່ນ​ສິ່ງ​ທີ່​ອອກ​ມາ​ຈາກ​ໃຈ​ມະນຸດ.


ແຕ່​ເຮົາ​ບອກ​ເຈົ້າ​ທັງຫລາຍ​ວ່າ, ຖ້າ​ຜູ້ໃດ​ປະຮ້າງ​ເມຍ​ຂອງຕົນ​ດ້ວຍ​ເຫດຜົນ​ອື່ນ​ໃດ ນອກຈາກ​ການ​ຫລິ້ນຊູ້​ກັບ​ຊາຍ​ອື່ນ. ກໍ​ເທົ່າ​ກັບ​ວ່າ​ຜູ້ນັ້ນ​ເຮັດ​ໃຫ້​ນາງ​ຫລິ້ນຊູ້ ເມື່ອ​ນາງ​ແຕ່ງງານ​ໃໝ່ ແລະ​ຜູ້​ທີ່​ແຕ່ງງານ​ກັບ​ນາງ​ນັ້ນ ກໍ​ມີ​ຄວາມຜິດ​ໃນ​ຖານ​ຫລິ້ນຊູ້​ເໝືອນກັນ.”


“ບໍ່ແມ່ນ​ວ່າ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະບິດາ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.


ດ້ວຍວ່າ, ຜູ້ໃດ​ກໍຕາມ​ທີ່​ຍອມ​ປະຕິບັດ​ຕາມ​ພຣະ​ປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ ແລະ​ນ້ອງສາວ ແລະ​ແມ່​ຂອງເຮົາ.”


ພຣະເຢຊູເຈົ້າ​ໄດ້​ເວົ້າ​ກັບ​ພວກເພິ່ນ​ວ່າ, “ອາຫານ​ຂອງເຮົາ​ແມ່ນ​ການ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ແລະ​ເຮັດ​ໃຫ້​ວຽກງານ​ຂອງ​ພຣະອົງ​ສຳເລັດ.


ຜູ້ໃດ​ທີ່​ເຕັມໃຈ​ປະຕິບັດ​ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ຜູ້ນັ້ນ​ກໍ​ຈະ​ຮູ້​ວ່າ​ສິ່ງ​ທີ່​ເຮົາ​ສັ່ງສອນ​ນັ້ນ ມາ​ຈາກ​ພຣະເຈົ້າ ຫລື​ເຮົາ​ກ່າວ​ຕາມໃຈ​ຂອງເຮົາ​ເອງ.


ແຕ່​ເຮົາ​ຈົ່ງ​ສັ່ງ​ພວກເຂົາ​ເປັນ​ລາຍລັກ​ອັກສອນ ໃຫ້​ເວັ້ນເສຍ​ຈາກ​ສິ່ງ​ຊົ່ວ​ມົວໝອງ ເນື່ອງ​ດ້ວຍ​ພະທຽມ, ຈາກ​ການ​ຫລິ້ນຊູ້, ຈາກ​ການ​ກິນ​ສັດ​ຕາຍ​ຮັດ​ຄໍ ແລະ​ຈາກ​ການ​ກິນ​ເລືອດ.


ຄື​ໃຫ້​ງົດເວັ້ນ​ເສຍ​ຈາກ​ກິນ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບເຄົາຣົບ​ແລ້ວ, ໃຫ້​ງົດ​ຈາກ​ການ​ກິນ​ເລືອດ, ໃຫ້​ງົດ​ຈາກ​ການ​ກິນ​ສັດ​ທີ່​ຕາຍ​ເພາະ​ຖືກ​ຮັດ​ຄໍ ແລະ​ໃຫ້​ຫລີກເວັ້ນ​ຈາກ​ການ​ຫລິ້ນຊູ້, ຖ້າ​ພວກທ່ານ​ງົດ​ຈາກ​ສິ່ງ​ເຫຼົ່ານີ້​ໄດ້ ພວກທ່ານ​ກໍ​ຢູ່ເຢັນ​ເປັນສຸກ ຈົ່ງ​ຈະເລີນ​ເທີ້ນ.”


“ມາບັດນີ້ ຂ້າພະເຈົ້າ​ຂໍ​ຝາກ​ພວກທ່ານ​ໄວ້​ກັບ​ພຣະເຈົ້າ ແລະ​ໄວ້​ກັບ​ພຣະທຳ​ອັນ​ປະກອບ​ດ້ວຍ​ພຣະຄຸນ, ພຣະທຳ​ນັ້ນ​ມີ​ຣິດອຳນາດ​ທີ່​ຈະ​ສ້າງ​ພວກທ່ານ​ຂຶ້ນ​ໄດ້ ແລະ​ຈະ​ໃຫ້​ພວກທ່ານ​ໄດ້​ຮັບ​ມໍຣະດົກ ຊຶ່ງ​ພຣະເຈົ້າ​ມີ​ໄວ້​ສຳລັບ​ຜູ້​ຖືກ​ຊຳລະ​ໃຫ້​ບໍຣິສຸດ​ຂອງ​ພຣະອົງ​ທຸກຄົນ.


ເຮົາ​ໃຊ້​ເຈົ້າ​ໄປ​ກໍ​ເພື່ອ​ວ່າ ເຈົ້າ​ຈະ​ໄຂ​ຕາ​ຄົນ​ເຫຼົ່ານັ້ນ ແລະ​ເພື່ອ​ວ່າ ເຈົ້າ​ຈະ​ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ ມາ​ຫາ​ຄວາມ​ສະຫວ່າງ ແລະ​ຈາກ​ອຳນາດ​ຂອງ​ມານຊາຕານ ມາ​ຫາ​ພຣະເຈົ້າ ໂດຍ​ວາງໃຈເຊື່ອ​ໃນ​ເຮົາ​ບາບກຳ​ຂອງ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ ແລະ​ຮັບ​ສ່ວນ​ໃນ​ທ່າມກາງ​ປະຊາຊົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້.”’


ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ຊົ່ວຊ້າ​ທຸກປະການ, ຄວາມ​ຮ້າຍກາດ, ຄວາມ​ໂລບມາກ ແລະ​ການ​ປອງຮ້າຍ, ພວກເຂົາ​ເຕັມ​ໄປ​ດ້ວຍ​ຄວາມ​ອິດສາ, ການ​ຂ້າຟັນ, ການ​ສູ້ຮົບ​ຕົບຕີ, ການ​ຫລອກລວງ, ການ​ຜູກພະຍາບາດ, ພວກເຂົາ​ເວົ້າຂວັນ​ນິນທາ​ກັນ


ຢ່າ​ດຳເນີນ​ຊີວິດ​ເໝືອນ​ຢ່າງ​ຊາວ​ໂລກນີ້ ແຕ່​ຈົ່ງ​ຮັບ​ການ​ຊົງ​ປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ອຸປະນິໄສ​ຂອງ​ພວກເຈົ້າ​ຈຶ່ງ​ຈະ​ປ່ຽນ​ໃໝ່ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຄື​ຈະ​ຮູ້​ວ່າ​ອັນ​ໃດ​ດີ ອັນ​ໃດ​ເປັນ​ທີ່​ພໍພຣະໄທ ແລະ​ອັນ​ໃດ​ດີທີ່ສຸດ.


ແຕ່​ບັດນີ້ ພວກເຈົ້າ​ໄດ້​ເປັນ​ອິດສະຫລະ​ຈາກ​ຄວາມ​ບາບ​ແລ້ວ ແລະ​ໄດ້​ກັບ​ມາ​ເປັນ​ທາດ​ຂອງ​ພຣະເຈົ້າ​ແລ້ວ ຜົນ​ຕອບ​ແທນ​ຂອງ​ພວກເຈົ້າ ຄື​ການ​ຖືກ​ຊຳລະ​ໃຫ້​ບໍຣິສຸດ ແລະ​ຜົນ​ສຸດທ້າຍ​ກໍ​ຄື​ຊີວິດ​ນິຣັນດອນ.


ໂດຍ​ພຣະອົງ​ນັ້ນ, ເຈົ້າ​ທັງຫລາຍ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າ​ເຢຊູ, ຜູ້​ຊົງ​ເປັນ​ປັນຍາ​ຈາກ​ພຣະເຈົ້າ ແລະ​ຊົງ​ເປັນ​ຜູ້​ເຮັດ​ໃຫ້​ເຮົາ​ຊອບທຳ ແລະ​ຊົງ​ຊຳລະ​ເຮົາ​ໃຫ້​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ ແລະ​ຊົງ​ໄຖ່​ເຮົາ​ໃຫ້​ພົ້ນ.


ແຕ່​ເພື່ອ​ປ້ອງກັນ​ການ​ຫລິ້ນຊູ້ ຊາຍ​ທຸກຄົນ​ຄວນ​ມີ​ເມຍ​ຂອງຕົນ ແລະ​ຍິງ​ທຸກຄົນ​ກໍ​ຄວນ​ມີ​ຜົວ​ຂອງຕົນ.


ເຮົາ​ຢ້ານ​ວ່າ​ເມື່ອ​ເຮົາ​ກັບ​ມາ​ອີກ ພຣະເຈົ້າ​ຂອງເຮົາ​ຈະ​ຊົງ​ໃຫ້​ເຮົາ​ຖ່ອມຕົວ​ລົງ ລະອາຍ​ໃຈ​ຕໍ່ໜ້າ​ເຈົ້າ​ທັງຫລາຍ ແລະ​ເຮົາ​ຈະ​ທຸກໂສກ ເພາະ​ເຫດ​ທີ່​ຫລາຍ​ຄົນ​ໄດ້​ເຮັດ​ຜິດບາບ​ມາ​ແຕ່​ກ່ອນ​ແລ້ວ ແລະ​ບໍ່ໄດ້​ກັບໃຈ​ຈາກ​ການ​ຊົ່ວຮ້າຍ ການ​ຫລິ້ນຊູ້ ແລະ​ການ​ໂລພາ​ຕັນຫາ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ກິດຈະການ​ແຫ່ງ​ສັນດານ​ມະນຸດ​ກໍ​ປາກົດ​ແຈ້ງ​ດັ່ງນີ້: ຄື​ການ​ຫລິ້ນຊູ້, ຄວາມ​ບໍ່​ສະອາດ, ຄວາມ​ປະພຶດ​ຊົ່ວຮ້າຍ,


ສະນັ້ນ ຢ່າ​ສູ່​ເປັນ​ຄົນໂງ່ຈ້າ ແຕ່​ຈົ່ງ​ຊອກ​ຮູ້​ວ່າ ສິ່ງໃດ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຢາກ​ໃຫ້​ພວກເຈົ້າ​ເຮັດ.


ຢ່າ​ສູ່​ເຮັດ​ພຽງແຕ່​ເມື່ອ​ຢູ່​ຕໍ່ໜ້າ​ນາຍ ເພາະ​ຢາກ​ໃຫ້​ຖືກ​ໃຈ​ເພິ່ນ ແຕ່​ຈົ່ງ​ເຮັດ​ດ້ວຍ​ຄວາມ​ເຕັມໃຈ ເໝືອນດັ່ງ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.


ເຫດສະນັ້ນ ພວກເຈົ້າ​ຕ້ອງ​ປະຫານ​ຕັນຫາ​ຝ່າຍ​ໂລກນີ້ ທີ່​ດຳເນີນ​ການ​ຢູ່​ໃນ​ພວກເຈົ້າ​ເຊັ່ນ: ການ​ຜິດ​ສິນທຳ​ທາງ​ເພດ, ການ​ຊົ່ວຮ້າຍ, ຣາຄະ​ຕັນຫາ, ຄວາມ​ປາຖະໜາ​ໃນ​ທາງ​ຊົ່ວຮ້າຍ ແລະ​ຄວາມ​ໂລບ ຊຶ່ງ​ເປັນ​ການ​ຂາບໄຫວ້​ຮູບເຄົາຣົບ.


ເອປາ​ຟາ ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ​ເຢຊູ ກໍ​ຝາກ​ຄວາມ​ຄິດເຖິງ ມາ​ຍັງ​ພວກເຈົ້າ​ເໝືອນກັນ ເພິ່ນ​ພາວັນນາ​ອະທິຖານ​ຢ່າງ​ຮ້ອນຮົນ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ໂດຍ​ຂໍ​ພຣະເຈົ້າ​ບັນດານ​ໃຫ້​ພວກເຈົ້າ​ຕັ້ງໝັ້ນ​ຢູ່ ເປັນ​ຜູ້​ໃຫຍ່​ຄົບຖ້ວນ ແລະ​ເປັນ​ຜູ້​ທີ່​ມີ​ຄວາມ​ໝັ້ນໃຈ ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ພວກເຈົ້າ​ຮູ້ຈັກ​ຄຳແນະນຳ ຊຶ່ງ​ພວກເຮົາ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ສິດ​ອຳນາດ​ຂອງ​ອົງ​ພຣະເຢຊູເຈົ້າ.


ໃຫ້​ພວກເຈົ້າ​ແຕ່ລະຄົນ ຮູ້ຈັກ​ເອົາ​ເມຍ​ໃນ​ທາງ​ບໍຣິສຸດ ແລະ​ໃນ​ທາງ​ທີ່​ໜ້າ​ນັບຖື


ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໃນ​ທຸກສິ່ງ ເພາະ​ນີ້​ແຫຼະ ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ພໍພຣະໄທ ຊຶ່ງ​ປາກົດ​ໃນ​ພຣະເຢຊູ​ຄຣິດເຈົ້າ ສຳລັບ​ເຈົ້າ​ທັງຫຼາຍ.


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ພວກ​ພີ່ນ້ອງ ຜູ້​ທີ່​ເປັນ​ທີ່ຮັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ທຸກ​ເວລາ ເພາະວ່າ​ພຣະເຈົ້າ​ຊົງ​ເລືອກ​ພວກເຈົ້າ​ໄວ້​ຕັ້ງແຕ່​ຕົ້ນເດີມ ເພື່ອ​ໂຜດ​ໃຫ້​ພົ້ນ​ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ ອົງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ແລະ​ໂດຍ​ພວກເຈົ້າ​ເຊື່ອ​ໃນ​ຄວາມຈິງ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ພວກເຈົ້າ​ຈຳເປັນ​ຕ້ອງ​ມີ​ຄວາມ​ອົດທົນ ເພື່ອ​ວ່າ, ເມື່ອ​ໄດ້​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ແລ້ວ ກໍ​ຈະ​ໄດ້​ຮັບ​ຕາມ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້.


ຢ່າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກາຍເປັນ​ຄົນ​ຜິດ​ສິນທຳ ຫລື​ປະໝາດ​ຕໍ່​ສິ່ງ​ສັກສິດ​ເໝືອນ​ເອຊາວ ຜູ້​ທີ່​ໄດ້​ຂາຍ​ສິດທິ​ການ​ເປັນ​ອ້າຍ​ກົກ​ຂອງຕົນ ເພື່ອ​ແລກ​ກິນ​ອາຫານ​ພຽງ​ຄາບ​ດຽວ.


ຈົ່ງ​ຊົງ​ກະທຳ​ໃຫ້​ເຈົ້າ​ທັງຫລາຍ​ເປັນ​ຄົນ​ຄົບຖ້ວນ​ໃນ​ການ​ດີ​ທຸກຢ່າງ ເພື່ອ​ຈະ​ໄດ້​ປະຕິບັດ​ຕາມ​ພຣະໄທ​ພຣະອົງ ແລະ​ຊົງ​ທຳງານ​ພາຍໃນ​ເຈົ້າ​ທັງຫລາຍ ຕາມ​ທີ່​ຊອບ​ໃນ​ສາຍ​ພຣະເນດ​ຂອງ​ພຣະອົງ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ. ສະຫງ່າຣາສີ​ຈົ່ງ​ມີ​ແດ່​ພຣະຄຣິດ​ສືບໆໄປ​ເປັນນິດ ອາແມນ.


ຈົ່ງ​ໃຫ້​ການ​ແຕ່ງງານ​ຂອງ​ພວກເຈົ້າ ເປັນ​ທີ່​ຍົກຍ້ອງ​ນັບຖື​ແກ່​ທຸກຄົນ ແລະ​ຈົ່ງ​ໃຫ້​ຄູ່​ຜົວ​ເມຍ​ສັດຊື່​ຕໍ່​ກັນແລະກັນ. ພຣະເຈົ້າ​ຈະ​ຕັດສິນ​ລົງໂທດ​ຄົນ​ເຮັດ​ຜິດ​ສິນທຳ​ແລະ​ຄົນ​ຫລິ້ນຊູ້.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ເພື່ອ​ຈະ​ບໍ່​ດຳເນີນ​ຊີວິດ​ທີ່​ຍັງເຫລືອ​ຢູ່​ໃນ​ໂລກ ຕາມ​ຄວາມ​ປາຖະໜາ​ຂອງ​ມະນຸດ ແຕ່​ດຳເນີນ​ໄປ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ.


ສ່ວນ​ໂລກ​ກັບ​ຕັນຫາ​ຂອງ​ໂລກ​ກຳລັງ​ເສື່ອມສູນ​ໄປ, ແຕ່​ຜູ້​ທີ່​ເຮັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ຈະ​ຕັ້ງ​ຢູ່​ຕະຫລອດໄປ​ເປັນນິດ.


ສ່ວນ​ຄົນ​ຂີ້ຢ້ານ, ຄົນ​ທໍລະຍົດ, ຄົນ​ປະພຶດ​ໃນ​ສິ່ງ​ທີ່​ໜ້າກຽດ​ໜ້າຊັງ, ຜູ້ຂ້າຄົນ, ຄົນ​ປະພຶດ​ຜິດ​ສິນທຳ​ທາງ​ເພດ, ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ທຸກຄົນ​ນັ້ນ ມໍຣະດົກ​ຂອງ​ຄົນ​ເຫຼົ່ານັ້ນ ແມ່ນ​ບຶງໄຟ​ທີ່​ໄໝ້​ຢູ່​ປົນ​ກັບ​ມາດ ຊຶ່ງ​ເປັນ​ຄວາມຕາຍ​ຄັ້ງ​ທີ​ສອງ.”


ສ່ວນ​ຝູງ​ໝາ​ກັບ​ຄົນ​ໃຊ້​ເວດມົນ​ຄາຖາ, ຄົນ​ລ່ວງ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຄາດຕະກອນ, ຄົນ​ຂາບໄຫວ້​ຮູບເຄົາຣົບ ແລະ​ຄົນ​ຂີ້ຕົວະ​ຈະ​ຢູ່​ພາຍ​ນອກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka