Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:16 - ພຣະຄຳພີສັກສິ

16 ດ້ວຍວ່າ, ຈະ​ມີ​ສຽງ​ຮ້ອງ​ບັນຊາ​ອັນ​ດັງ, ສຽງ​ຂອງ​ອັກຄະ​ເທວະດາ ສຽງ​ແກ​ຂອງ​ພຣະເຈົ້າ ແລະ​ອົງພຣະ​ຜູ້​ເປັນເຈົ້າ​ເອງ​ຈະ​ສະເດັດ​ລົງ​ມາ​ຈາກ​ສະຫວັນ ພວກ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ເປັນ​ຄືນ​ມາ​ສູ່​ຊີວິດ​ກ່ອນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ເພາະ​ອົງພຣະຜູ້ເປັນເຈົ້າ​ເອງ​ຈະ​ລົງ​ມາ​ຈາກ​ສະຫວັນ​ດ້ວຍ​ສຽງຄຳສັ່ງ​ດັງ​ກ້ອງ ດ້ວຍ​ສຽງ​ແຫ່ງ​ອັກຄະເທວະດາ ແລະ ດ້ວຍ​ສຽງແກ​ເອີ້ນ​ຂອງ​ພຣະເຈົ້າ ແລ້ວ​ຜູ້​ທີ່​ຕາຍ​ໃນ​ພຣະຄຣິດເຈົ້າ​ຈະ​ເປັນຄືນມາ​ກ່ອນ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:16
33 Jak'a apnaqawi uñst'ayäwi  

ຈົ່ງ​ຕົບ​ມື​ຢ່າງ​ຊົມຊື່ນ​ຍິນດີ​ເຖີດ ຄົນ​ທຸກ​ຊາດ​ພາສາ​ເອີຍ ຈົ່ງ​ຮ້ອງ​ສຽງ​ດັງໆ​ຖວາຍ​ບົດເພງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ


ພຣະເຈົ້າ​ຂຶ້ນ​ສູ່​ບັນລັງ​ທ່າມກາງ​ສຽງ​ໂຮຮ້ອງ​ຍິນດີ ສຽງ​ແກ​ດັງ​ກ້ອງສະໜັ່ນ​ຂະນະທີ່​ພຣະເຈົ້າຢາເວ​ຂຶ້ນ​ໄປ​ນັ້ນ.


ໃນ​ຕອນເຊົ້າ​ມື້​ທີ​ສາມ ເກີດ​ມີ​ຟ້າຮ້ອງ, ຟ້າ​ແມບ, ທັງ​ມີ​ເມກ​ອັນ​ຕຶບໜາ ປົກຄຸມ​ຫຸ້ມ​ຢູ່​ຕາມ​ເທິງ​ພູເຂົາ​ນັ້ນ ແລະ​ມີ​ສຽງ​ແກ​ດັງ​ກ້ອງ​ສະໜັ່ນ​ທົ່ວ​ໄປ. ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ເກີດ​ຢ້ານກົວ​ຈົນ​ຕົວ​ສັ່ນ.


ເມື່ອ​ປະຊາຊົນ​ໄດ້ຍິນ​ສຽງ​ຟ້າຮ້ອງ ແລະ​ສຽງ​ແກ​ດັງ​ກ້ອງສະໜັ່ນ ທັງ​ເຫັນ​ຟ້າ​ແມບເຫລື້ອມ ແລະ​ຄວັນໄຟ​ພຸ່ງ​ຂຶ້ນ​ທີ່​ພູເຂົາ​ນັ້ນ ພວກເຂົາ​ກໍ​ຢ້ານກົວ​ຕົວສັ່ນ​ແລະ​ຫຍັບ​ອອກ​ຫ່າງໆ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ສຽງ​ແກ​ຈະ​ດັງ​ຂຶ້ນ ເພື່ອ​ເອີ້ນ​ເອົາ​ພວກ​ອິດສະຣາເອນ​ທັງໝົດ​ທີ່​ໄດ້​ຖືກ​ເນລະເທດ​ໄປ​ນັ້ນ ໃຫ້​ກັບຄືນ​ມາ​ຈາກ​ອັດຊີເຣຍ ແລະ​ປະເທດ​ເອຢິບ. ພວກເຂົາ​ຈະ​ມາ​ນະມັດສະການ​ພຣະເຈົ້າຢາເວ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຄື​ທີ່​ເທິງ​ເນີນພູ​ສັກສິດ​ຂອງ​ພຣະອົງ.


ພຣະເຈົ້າຢາເວ​ຮ້ອງ​ສັ່ງ​ກອງທັບ​ຂອງ​ພຣະອົງ ກອງທັບ​ທີ່​ເຊື່ອຟັງ ມີ​ຈຳນວນ​ຫລາຍ​ແລະ​ມີຣິດ. ວັນ​ຂອງ​ພຣະເຈົ້າຢາເວ​ໜ້າຢ້ານກົວ​ທີ່ສຸດ ແມ່ນ​ຜູ້ໃດ​ແດ່​ເດ​ຈະ​ລອດຊີວິດ​ໄປ​ໄດ້?


ອຸບປະສັກ​ໃຫຍ່​ທໍ່​ພູຜາ ກໍ​ຈະ​ເຫືອດຫາຍ​ໄປ​ຕໍ່ໜ້າ​ເຈົ້າ. ເຈົ້າ​ຈະ​ສ້າງ​ວິຫານ​ຂອງເຮົາ​ຂຶ້ນ​ໃໝ່ ແລະ​ເມື່ອ​ເຈົ້າ​ວາງ​ຫີນ​ກ້ອນ​ສຸດທ້າຍ​ລົງ​ໃນ​ບ່ອນ​ນັ້ນ​ແລ້ວ ປະຊາຊົນ​ກໍ​ຈະ​ຮ້ອງ​ຂຶ້ນ​ວ່າ, ‘ງາມແທ້ ງາມແທ້!”’


ເມື່ອ​ພຣະເຈົ້າຢາເວ​ຈະ​ປາກົດ​ຢູ່​ເທິງ​ປະຊາຊົນ​ຂອງຕົນ ພຣະອົງ​ຈະ​ຍິງ​ລູກທະນູ​ດັ່ງ​ສາຍ​ຟ້າ​ແມບເຫລື້ອມ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ເປົ່າແກ​ປຸກ ພຣະອົງ​ຈະ​ຍົກທັບ​ມາ​ໃນ​ພະຍຸ​ຈາກ​ທິດໃຕ້.


ຈົ່ງ​ຍິນດີ​ເຖີດ ປະຊາຊົນ​ຂອງ​ພູເຂົາ​ຊີໂອນ​ເອີຍ ປະຊາຊົນ​ນະຄອນ​ເຢຣູຊາເລັມ ຈົ່ງ​ໂຮຮ້ອງ​ຍິນດີ​ເຖີດ ຈົ່ງ​ເບິ່ງດູ​ວ່າ​ກະສັດ​ຂອງ​ພວກເຈົ້າ​ກຳລັງ​ມາ​ຫາ ເພິ່ນ​ມາ​ຢ່າງ​ຜູ້​ມີໄຊ​ແລະ​ຢ່າງ​ຜູ້​ຍຸດຕິທຳ​ດ້ວຍ ແຕ່​ພັດ​ຖ່ອມຕົວ​ລົງ​ມາ​ນັ່ງ​ທີ່​ເທິງ​ຫລັງ​ລໍ ຂີ່​ລໍນ້ອຍ​ໂຕ​ທີ່​ເກີດ​ມາ​ຈາກ​ລໍແມ່.


ຂ້າພະເຈົ້າ​ຫຼິງ​ເຫັນ​ວ່າ ອະນາຄົດ​ຂອງ​ຊາດ​ອິດສະຣາເອນ ຈະ​ບໍ່​ນຳ​ໂຊກຮ້າຍ​ໃດໆ ຫລື​ຄວາມ​ລຳບາກ​ມາ​ສູ່​ພວກເຂົາ​ຈັກດີ້. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ກໍ​ສະຖິດ​ຢູ່​ນຳ​ພວກເຂົາ ພວກເຂົາ​ປະກາດ​ວ່າ​ພຣະອົງ ເປັນ​ກະສັດ​ຂອງ​ພວກ​ເຂົາເຈົ້າ.


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ພວກເຈົ້າ​ທີ່​ຢືນ​ຢູ່​ໃນ​ທີ່​ນີ້ ບາງຄົນ​ຈະ​ບໍ່​ຮູ້​ຣົດ​ຄວາມຕາຍ ຈົນກວ່າ​ຈະ​ໄດ້​ເຫັນ​ບຸດ​ມະນຸດ​ມາ​ດ້ວຍ​ຣາຊອຳນາດ​ຂອງ​ພຣະອົງ.”


“ເມື່ອ​ບຸດ​ມະນຸດ​ສະເດັດ​ມາ​ໃນ​ສະຫງ່າຣາສີ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ​ນັ້ນ ເພິ່ນ​ຈະ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ


ພຣະເຢຊູເຈົ້າ​ຊົງ​ຕອບ​ວ່າ, “ດັ່ງ​ທີ່​ເຈົ້າ​ເວົ້າ​ນັ້ນ​ແລ້ວ, ແຕ່​ຫລາຍກວ່າ​ນັ້ນ​ອີກ ເຮົາ​ບອກ​ພວກເຈົ້າ​ວ່າ ໃນ​ເວລາ​ຕໍ່ໄປ ພວກເຈົ້າ​ຈະ​ເຫັນ​ບຸດ​ມະນຸດ​ນັ່ງ​ຢູ່​ເບື້ອງ​ຂວາ​ຂອງ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ແລະ​ກຳລັງ​ສະເດັດ​ມາ​ເທິງ​ເມກ​ໃນ​ສະຫວັນ.”


ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”


ຊໍ້າ​ກວ່າ​ນັ້ນ​ອີກ ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະຄຣິດ​ທີ່​ຕາຍໄປ​ແລ້ວ​ນັ້ນ ກໍ​ຈິບຫາຍ​ໄປ​ດ້ວຍ.


ແຕ່​ທີ່​ຈິງ ພຣະຄຣິດ​ໄດ້​ຊົງ​ຖືກ​ບັນດານ​ໃຫ້​ຄືນພຣະຊົນ​ແລ້ວ ແລະ​ຊົງ​ເປັນ​ຜົນແລກ​ໃນ​ພວກ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ.


ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຂອງ​ແຕ່ລະຄົນ ຄື​ພຣະຄຣິດ​ເປັນ​ຜົນແລກ ຕໍ່ໄປ​ແມ່ນ​ພວກ​ທີ່​ເປັນ​ຂອງ​ພຣະຄຣິດ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ແລະ​ຄອງຄອຍ​ຖ້າ​ພຣະບຸດ​ຂອງ​ພຣະອົງ ທີ່​ຈະ​ສະເດັດ​ມາ​ຈາກ​ສະຫວັນ ຄື​ພຣະເຢຊູເຈົ້າ ພຣະບຸດ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ໄດ້​ບັນດານ​ໃຫ້​ເປັນ​ຄືນ​ມາ​ຈາກ​ຕາຍ ແລະ​ຜູ້​ທີ່​ຊ່ວຍກູ້​ເອົາ​ພວກເຮົາ ໃຫ້​ພົ້ນ​ຈາກ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ ທີ່​ກຳລັງ​ຈະ​ມາ​ເຖິງ.


ຂໍ​ພຣະເຈົ້າ ພຣະບິດາເຈົ້າ ແລະ​ອົງ​ພຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ຊົງ​ນຳ​ພວກເຮົາ​ໄປ​ຫາ​ພວກເຈົ້າ​ດ້ວຍ​ເທີ້ນ


ແລະ​ພຣະອົງ​ຈະ​ໃຫ້​ພວກເຈົ້າ ຜູ້​ທີ່​ຖືກ​ຄວາມ​ຍາກ​ລຳບາກ ໄດ້​ຮັບ​ຄວາມ​ບັນເທົາ​ທຸກ​ຮ່ວມ​ກັບ​ພວກເຮົາ​ດ້ວຍ. ເມື່ອ​ອົງ​ພຣະເຢຊູເຈົ້າ​ຈະ​ຊົງ​ສະເດັດ​ມາ​ປາກົດ​ຈາກ​ສະຫວັນ ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ມີ​ຣິດ​ຂອງ​ພຣະອົງ,


ພວກ​ພີ່ນ້ອງ​ເອີຍ, ເລື່ອງ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ການ​ທີ່​ພຣະອົງ​ຈະ​ເຕົ້າໂຮມ​ພວກເຮົາ​ໄປ​ເປັນ​ຂອງ​ພຣະອົງ​ນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ,


ແຕ່​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ມາ​ເຖິງ​ເໝືອນ​ດັ່ງ​ຂະໂມຍ​ມາ. ໃນ​ວັນ​ນັ້ນ ຟ້າ​ສະຫວັນ​ຈະ​ລ່ວງ​ເສຍ​ໄປ ດ້ວຍ​ສຽງດັງ​ກ້ອງສະໜັ່ນ ໂລກ​ທາດ​ຈະ​ສະຫລາຍ​ໄປ​ດ້ວຍ​ໄຟ ແລະ​ແຜ່ນດິນ​ໂລກ​ກັບ​ທຸກສິ່ງ​ສາລະພັດ​ຈະ​ໄໝ້​ເສຍ​ໝົດ.


ແມ່ນແຕ່​ມີຄາເອນ ຜູ້​ເປັນ​ນາຍ​ເທວະດາ ໃນ​ການ​ຜິດຖຽງ​ຂອງ​ເພິ່ນ​ກັບ​ມານຮ້າຍ ທັງສອງ​ໄດ້​ຖົກຖຽງ​ກັນ​ໃນ​ເລື່ອງ​ຊາກສົບ​ຂອງ​ໂມເຊ ມີຄາເອນ​ບໍ່ໄດ້​ກ່າວໂທດ​ມານຮ້າຍ​ດ້ວຍ​ຄຳ​ເວົ້າ​ທີ່​ຫຍາບ​ຊ້າ ແຕ່​ໄດ້​ກ່າວ​ວ່າ, “ຂໍ​ອົງພຣະ​ຜູ້​ເປັນເຈົ້າ​ເປັນ​ຜູ້​ຕິຕຽນ​ເຈົ້າ​ເທີ້ນ.”


ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.


ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


ເມື່ອ​ຂ້າພະເຈົ້າ​ຫລຽວ​ເບິ່ງ ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ໂຕໜຶ່ງ ບິນ​ຢູ່​ໃນ​ທ້ອງຟ້າ ຮ້ອງ​ສຽງດັງ​ວ່າ, “ວິບັດ ວິບັດ ວິບັດ​ຈະ​ມີ​ແກ່​ຄົນ​ທັງຫລາຍ ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ ເພາະ​ສຽງ​ແກ​ທີ່​ເຫຼືອ ຊຶ່ງ​ເທວະດາ​ທັງ​ສາມ​ກຳລັງ​ຈະ​ເປົ່າ​ນັ້ນ.”


ແລ້ວ​ຂ້າພະເຈົ້າ​ກໍໄດ້​ເຫັນ​ເທວະດາ​ເຈັດ​ຕົນ ຢືນ​ຢູ່​ຊ້ອງໜ້າ​ພຣະເຈົ້າ ແລະ​ເທວະດາ​ເຫຼົ່ານີ້​ໄດ້​ຮັບ​ແກ​ເຈັດ​ອັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka