Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:14 - ພຣະຄຳພີສັກສິ

14 ເພາະ​ໃນ​ເມື່ອ​ພວກເຮົາ​ເຊື່ອ​ວ່າ ພຣະເຢຊູເຈົ້າ​ໄດ້​ສິ້ນພຣະຊົນ ແລະ​ໄດ້​ຄືນພຣະຊົນ​ແລ້ວ ໂດຍ​ພຣະເຢຊູເຈົ້າ​ນັ້ນ​ແຫຼະ ພຣະເຈົ້າ​ຈະ​ນຳ​ຄົນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ຄືນ​ມາ​ກັບ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

14 ເພາະ​ພວກເຮົາ​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ໄດ້​ຕາຍ ແລະ ໄດ້​ເປັນຄືນມາ​ອີກ, ພວກເຮົາ​ຈຶ່ງ​ເຊື່ອ​ວ່າ​ພຣະເຈົ້າ​ຈະ​ນຳ​ເອົາ​ບັນດາ​ຜູ້​ທີ່​ຫລັບ​ໄປ​ໃນ​ພຣະເຢຊູເຈົ້າ​ນັ້ນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ​ອີກ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:14
16 Jak'a apnaqawi uñst'ayäwi  

ກາດ ຈະ​ຖືກ​ຄົນ​ເຂົາ​ປຸ້ນ​ໂອລະຫົນ​ວຸ້ນວາຍ, ແຕ່​ລາວ​ຈະ​ໄລ່ຕາມ​ຕິດ​ຄິດ​ບັນຊີ​ນຳ​ເຂົາ​ໃຫ້​ໄດ້.


ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.


ໂຣກ​ລະບາດ​ອັນ​ຮ້າຍແຮງ​ຍັງ​ຈະ​ຕົກ​ຖືກ​ຝູງມ້າ, ລາ, ອູດ ແລະ​ລໍ ຄື​ຕົກ​ຖືກ​ສັດ​ທັງໝົດ​ທີ່​ຢູ່​ໃນ​ຄ້າຍພັກ​ຂອງ​ເຫຼົ່າ​ສັດຕູ.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ ດ້ວຍ​ສຽງ​ແກ​ດັງ​ກ້ອງສະໜັ່ນ, ເພື່ອ​ຮວບຮວມ​ເອົາ​ປະຊາຊົນ​ຂອງ​ພຣະເຈົ້າ​ທີ່​ພຣະອົງ​ໄດ້​ເລືອກ​ໄວ້​ຈາກ​ລົມ​ທິດ​ທັງ​ສີ່ ຕັ້ງແຕ່​ສຸດ​ຂອບຟ້າ​ເບື້ອງນີ້​ຈົນເຖິງ​ສຸດ​ຂອບຟ້າ​ເບື້ອງນັ້ນ.”


ເພາະ​ເຫດ​ນີ້ ພຣະຄຣິດ​ໄດ້​ຕາຍ ແລະ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ ກໍ​ເພື່ອ​ຈະ​ໄດ້​ຊົງ​ເປັນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ຄົນ​ເປັນ​ແລະ​ຄົນ​ຕາຍ.


ຖ້າ​ພຣະວິນຍານ​ຂອງ​ພຣະອົງ ຜູ້​ຊົງ​ບັນດານ​ໃຫ້​ພຣະເຢຊູເຈົ້າ​ຊົງ​ຄືນພຣະຊົນ​ນັ້ນ ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ ພຣະອົງ​ຜູ້​ຊົງ​ບັນດານ​ໃຫ້​ພຣະຄຣິດ​ຊົງ​ຄືນພຣະຊົນ​ແລ້ວ​ນັ້ນ ກໍ​ຈະ​ຊົງ​ບັນດານ​ໃຫ້​ກາຍ​ທີ່​ຕ້ອງ​ຕາຍ​ຂອງ​ພວກເຈົ້າ​ຄືນ​ມີ​ຊີວິດ​ໃໝ່ ດ້ວຍ​ຣິດ​ແຫ່ງ​ພຣະວິນຍານ​ຂອງ​ພຣະອົງ ທີ່​ຊົງ​ສະຖິດ​ຢູ່​ໃນ​ພວກເຈົ້າ.


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.


ແລ້ວ​ພວກເຮົາ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ໃນ​ເວລາ​ນັ້ນ ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ພວກ​ນັ້ນ ເພື່ອ​ພົບ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ໃນ​ຟ້າ​ອາກາດ. ຢ່າງ​ນັ້ນ​ແຫຼະ ພວກເຮົາ​ຈຶ່ງ​ຈະ​ຢູ່​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ພວກ​ພີ່ນ້ອງ​ເອີຍ, ເລື່ອງ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ການ​ທີ່​ພຣະອົງ​ຈະ​ເຕົ້າໂຮມ​ພວກເຮົາ​ໄປ​ເປັນ​ຂອງ​ພຣະອົງ​ນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ,


ແລະ​ເຮົາ​ເປັນ​ຜູ້​ມີ​ຊີວິດ​ຢູ່ ເຮົາ​ໄດ້​ຕາຍໄປ​ແລ້ວ ແຕ່​ເບິ່ງແມ! ເຮົາ​ກໍ​ມີ​ຊີວິດ​ຢູ່​ນິຣັນດອນ. ເຮົາ​ຖື​ລູກ​ກະແຈ​ແຫ່ງ​ຄວາມຕາຍ​ແລະ​ແດນ​ມໍຣະນາ.


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka