Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 4:13 - ພຣະຄຳພີສັກສິ

13 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຄວາມຈິງ ເຖິງ​ພວກ​ທີ່​ຫລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່ໄດ້​ເສົ້າໂສກ ເໝືອນ​ດັ່ງ​ຄົນອື່ນ​ທີ່​ບໍ່ມີ​ຄວາມຫວັງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

13 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ຈັກ​ຄວາມຈິງ​ກ່ຽວກັບ​ຄົນ​ທີ່​ລ່ວງລັບ​ໄປ​ແລ້ວ​ນັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ໂສກເສົ້າເສຍໃຈ​ເໝືອນ​ຄົນ​ອື່ນໆ​ຜູ້​ທີ່​ບໍ່​ມີ​ຄວາມຫວັງ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 4:13
35 Jak'a apnaqawi uñst'ayäwi  

ລູກຊາຍ​ແລະ​ລູກສາວ​ຕ່າງ​ກໍ​ເລົ້າໂລມ​ເພິ່ນ, ແຕ່​ເພິ່ນ​ບໍ່​ຟັງ​ໃຜ​ໝົດ ແລະ​ເວົ້າ​ວ່າ, “ຂ້ອຍ​ຈະ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຂ້ອຍ ຈົນກວ່າ​ຈະ​ຕາຍ​ຕາມ​ລາວ​ໄປ.” ສະນັ້ນ ເພິ່ນ​ຈຶ່ງ​ສືບຕໍ່​ໄວ້ທຸກ​ໃຫ້​ແກ່​ໂຢເຊັບ​ລູກຊາຍ​ຂອງຕົນ.


ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມທຸກໃຈ. ເພິ່ນ​ລຸກ​ຂຶ້ນ​ຍ່າງ​ໄປ​ພ້ອມ​ທັງ​ຮ້ອງໄຫ້ ແລະ​ຈົ່ມ​ວ່າ, “ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ ຖ້າ​ເປັນ​ໄປ​ໄດ້​ພໍ່​ເອງ​ຢາກ​ຈະ​ຕາຍ​ແທນ​ລູກ​ເສຍ ໂອ ອັບຊາໂລມ​ລູກຊາຍ​ຂອງ​ພໍ່​ເອີຍ! ລູກຊາຍ​ຂອງ​ພໍ່​ເອີຍ!”


ຖ້າ​ທ່ານ​ບໍ່​ເຮັດ​ຕາມ​ທີ່​ທ່ານ​ໄດ້​ສັນຍາ​ໄວ້, ພໍ​ທ່ານ​ຕາຍໄປ​ແລ້ວ ໂຊໂລໂມນ​ລູກຊາຍ​ຂອງ​ຂ້ານ້ອຍ ແລະ​ຂ້ານ້ອຍ​ເອງ​ກໍ​ຈະ​ຖືກ​ກ່າວຫາ​ວ່າ​ເປັນ​ພວກ​ກະບົດ.”


ກະສັດ​ດາວິດ​ໄດ້​ຕາຍໄປ ແລະ​ຖືກ​ຝັງ​ໄວ້​ຢູ່​ໃນ​ເມືອງ​ຂອງ​ດາວິດ.


ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວເປົ່າ ແລະ​ຂ້ານ້ອຍ​ກໍ​ຈະ​ຈາກ​ໂລກ​ໄປ​ດ້ວຍ​ຕົວເປົ່າ. ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້ ແລະ​ພຣະເຈົ້າຢາເວ​ໄດ້​ເອົາ​ຄືນ​ໄປ. ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ເທີ້ນ.”


ຄວາມຊົ່ວ​ຈ່ອງ​ຄົນ​ຊົ່ວຮ້າຍ​ລົງ, ແຕ່​ຄວາມດີ​ກໍ​ປ້ອງກັນ​ຄົນດີ​ໄວ້.


ແລ້ວ​ພຣະອົງ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ມະນຸດ​ເອີຍ ປະຊາຊົນ​ອິດສະຣາເອນ​ກໍ​ເປັນ​ດັ່ງ​ກະດູກ​ເຫຼົ່ານີ້​ແຫຼະ. ພວກເຂົາ​ເວົ້າ​ວ່າ, ຕົນເອງ​ແຫ້ງແລ້ງ, ໄຮ້​ຄວາມຫວັງ ແລະ​ບໍ່ມີ​ອະນາຄົດ.


ຫລາຍ​ຄົນ​ໃນ​ພວກ​ເຫຼົ່ານີ້​ທີ່​ຕາຍໄປ​ແລ້ວ ຈະ​ມີ​ຊີວິດ​ອີກ ຄື​ບາງຄົນ​ຈະ​ມີ​ຄວາມ​ພໍອົກພໍໃຈ​ກັບ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ; ບາງຄົນ​ຈະ​ທົນ​ທຸກຢ່າງ​ອັບອາຍ​ຕະຫລອດໄປ.


ຫລື​ປາດເນື້ອ​ເຖືອໜັງ​ຂອງ​ພວກເຈົ້າ​ເອງ ເພື່ອ​ໄວ້ທຸກ​ໃຫ້​ແກ່​ຄົນ​ຕາຍ. ເຮົາ​ແມ່ນ​ພຣະເຈົ້າຢາເວ.


ເວັ້ນ​ແຕ່​ເປັນ​ພໍ່, ແມ່, ລູກຊາຍ, ລູກສາວ,


ອຸບມຸງ​ຝັງສົບ​ທັງຫລາຍ​ໄດ້​ໄຂ​ອອກ ແລ້ວ​ສົບ​ໄພ່ພົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ທີ່​ຕາຍໄປ​ແລ້ວ ກໍ​ຄືນ​ສູ່​ຊີວິດ


ນາງ​ມາທາ​ຕອບ​ຄືນ​ວ່າ, “ຂ້ານ້ອຍ​ຮູ້​ແລ້ວ​ວ່າ ລາວ​ຈະ​ເປັນ​ຄືນ​ມາ​ອີກ​ໃນ​ການ​ຄືນ​ມາ​ຈາກ​ຕາຍ​ເມື່ອ​ວັນ​ສຸດທ້າຍ.”


ຝ່າຍ​ດາວິດ, ເມື່ອ​ໄດ້​ປະຕິບັດ​ໃນ​ຄາວ​ອາຍຸ​ຂອງທ່ານ ຕາມ​ຄວາມປະສົງ​ຂອງ​ພຣະເຈົ້າ ແລ້ວ​ເພິ່ນ​ໄດ້​ຕາຍໄປ, ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ຢູ່​ກັບ​ບັນພະບຸລຸດ​ຂອງ​ເພິ່ນ ແລະ​ປະສົບ​ຄວາມ​ເປື່ອຍເນົ່າ.


ຊະເຕຟາໂນ​ຄຸເຂົ່າ​ລົງ ແລະ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ຂໍ​ຊົງ​ໂຜດ​ຍົກບາບ​ຍົກກຳ​ນີ້​ໃຫ້​ພວກເຂົາ​ດ້ວຍ​ເທີ້ນ.” ເມື່ອ​ກ່າວ​ຄຳ​ນີ້​ແລ້ວ ເພິ່ນ​ກໍ​ສິ້ນໃຈ​ຕາຍ.


ຜູ້​ທີ່​ຢຳເກງ​ພຣະເຈົ້າ​ບາງຄົນ ໄດ້​ນຳ​ເອົາ​ຊາກສົບ​ຂອງ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ​ມີ​ການ​ຮ້ອງໄຫ້​ໄວ້ທຸກ​ຢ່າງ​ໃຫຍ່​ໃຫ້​ລາວ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ລະນຶກເຖິງ ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ບັນພະບຸລຸດ​ຂອງ​ພວກເຮົາ ເພິ່ນ​ໄດ້​ຢູ່​ໃຕ້​ການ​ຄຸ້ມຄອງ​ຂອງ​ເສົາເມກ ແລະ​ຕ່າງ​ກໍໄດ້​ຜ່ານ​ທະເລແດງ​ໄປ​ທຸກຄົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ເຂົ້າໃຈ​ເລື່ອງ​ຂອງ​ປະທານ ຊຶ່ງ​ມາ​ຈາກ​ພຣະວິນຍານ​ນັ້ນ.


ຕໍ່ມາ ພຣະອົງ​ກໍໄດ້​ປາກົດ​ແກ່​ພີ່ນ້ອງ​ຫລາຍກວ່າ​ຫ້າຮ້ອຍ​ຄົນ​ໃນ​ຄັ້ງ​ດຽວ ຊຶ່ງ​ສ່ວນ​ຫລາຍ​ຍັງ​ມີ​ຊີວິດ​ຢູ່, ແຕ່​ບາງຄົນ​ໄດ້​ຕາຍໄປ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເຖິງ​ຄວາມ​ທຸກ​ລຳບາກ ທີ່​ພວກເຮົາ​ໄດ້​ຮັບ​ໃນ​ແຂວງ​ເອເຊຍ ເປັນ​ຄວາມ​ທຸກ​ລຳບາກ​ໜັກ​ເຫຼືອ​ກຳລັງ ຈົນ​ພວກເຮົາ​ສິ້ນ​ຄວາມຫວັງ​ໝົດ ແທບ​ຈະ​ເອົາ​ຊີວິດ​ບໍ່​ລອດ.


ເມື່ອ​ກ່ອນ​ນັ້ນ ພວກເຈົ້າ​ຢູ່​ນອກ​ພຣະຄຣິດ ພວກເຈົ້າ​ເປັນ​ຄົນ​ຕ່າງດ້າວ ແລະ​ບໍ່ໄດ້​ເປັນ​ໄພ່ພົນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ພວກເຈົ້າ​ບໍ່ໄດ້​ມີ​ສ່ວນ​ໃນ​ບັນດາ​ພັນທະສັນຍາ ທີ່​ຊົງ​ສັນຍາ​ໄວ້​ແກ່​ໄພ່ພົນ​ຂອງ​ພຣະອົງ ພວກເຈົ້າ​ອາໄສ​ຢູ່​ໃນ​ໂລກນີ້​ໂດຍ​ບໍ່ມີ​ຄວາມຫວັງ ແລະ​ໂດຍ​ບໍ່ມີ​ພຣະເຈົ້າ.


ແທ້ຈິງ​ແລ້ວ, ພວກເຮົາ​ທຸກຄົນ​ເຄີຍ​ດຳເນີນ​ຊີວິດ​ເໝືອນ​ດັ່ງ​ຄົນ​ເຫຼົ່ານັ້ນ ຄື​ໄດ້​ດຳເນີນ​ຊີວິດ​ຕາມ​ກິເລດ​ຕັນຫາ​ທີ່​ເຮົາ​ຕ້ອງການ ຄື​ປະຕິບັດ​ຕາມ​ສິ່ງ​ທີ່​ຮ່າງກາຍ​ແລະ​ຈິດໃຈ​ຂອງ​ຕົນເອງ​ປາຖະໜາ​ຕາມ​ສັນດານ ພວກເຮົາ​ສົມຄວນ​ຖືກ​ພຣະເຈົ້າ​ລົງໂທດ​ເໝືອນ​ດັ່ງ​ຄົນອື່ນ.


ເພາະ​ໃນ​ເມື່ອ​ພວກເຮົາ​ເຊື່ອ​ວ່າ ພຣະເຢຊູເຈົ້າ​ໄດ້​ສິ້ນພຣະຊົນ ແລະ​ໄດ້​ຄືນພຣະຊົນ​ແລ້ວ ໂດຍ​ພຣະເຢຊູເຈົ້າ​ນັ້ນ​ແຫຼະ ພຣະເຈົ້າ​ຈະ​ນຳ​ຄົນ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ​ຄືນ​ມາ​ກັບ​ພຣະອົງ.


ໃນ​ຂໍ້​ນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ພວກເຮົາ​ຜູ້​ຍັງ​ມີ​ຊີວິດ​ຢູ່ ແລະ​ຄອຍຖ້າ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຮົາ​ຈະ​ລ່ວງໜ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບໄປ​ແລ້ວ​ນັ້ນ​ກໍ​ບໍ່ໄດ້​ແທ້.


ຜູ້​ທີ່​ໄດ້​ຕາຍ​ເພື່ອ​ພວກເຮົາ ເພື່ອ​ວ່າ​ພວກເຮົາ​ຈະ​ມີ​ຊີວິດ​ກັບ​ພຣະອົງ ເມື່ອ​ພຣະອົງ​ສະເດັດ​ມາ​ປາກົດ ບໍ່​ວ່າ​ພວກເຮົາ​ຍັງ​ມີ​ຊີວິດ​ຢູ່ ຫລື​ຕາຍໄປ​ແລ້ວ​ກໍຕາມ.


ດ້ວຍເຫດນີ້ ຢ່າ​ໃຫ້​ພວກເຮົາ​ຫລັບ​ຢູ່​ເໝືອນ​ດັ່ງ​ຄົນອື່ນ, ແຕ່​ໃຫ້​ພວກເຮົາ​ເຝົ້າ​ລະວັງ​ຢູ່ ແລະ​ຢ່າ​ເມົາມົວ.


ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ.”


ແຕ່​ພວກ​ທີ່ຮັກ​ເອີຍ ຢ່າ​ລືມ​ຂໍ້​ນີ້​ວ່າ ຕໍ່​ພຣະພັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ວັນ​ດຽວ​ກໍ​ເໝືອນ​ກັບ​ພັນ​ປີ ແລະ​ພັນ​ປີ​ກໍ​ເໝືອນ​ກັບ​ວັນ​ດຽວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka