1 ເທສະໂລນິກ 4:1 - ພຣະຄຳພີສັກສິ1 ພີ່ນ້ອງທັງຫລາຍເອີຍ, ທ້າຍສຸດນີ້ ພວກເຮົາວອນຂໍ ແລະເຕືອນສະຕິພວກເຈົ້າໃນພຣະນາມຂອງອົງພຣະເຢຊູເຈົ້າວ່າ ພວກເຈົ້າໄດ້ຮຽນຮູ້ຈາກເຮົາແລ້ວວ່າ ຈຳເປັນຕ້ອງດຳເນີນຊີວິດຢ່າງໃດ ຈຶ່ງຈະເປັນທີ່ພໍພຣະໄທພຣະເຈົ້າ ເໝືອນດັ່ງພວກເຈົ້າກຳລັງປະຕິບັດຢູ່ແລ້ວ ກໍຈົ່ງປະຕິບັດດັ່ງນັ້ນໃຫ້ຫລາຍກວ່າເກົ່າອີກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ສຸດທ້າຍນີ້ ພີ່ນ້ອງທັງຫລາຍເອີຍ, ພວກເຮົາໄດ້ສັ່ງສອນພວກເຈົ້າແລ້ວວ່າຈະດຳເນີນຊີວິດຢ່າງໃດເພື່ອໃຫ້ພຣະເຈົ້າພໍໃຈ ຕາມຄວາມເປັນຈິງພວກເຈົ້າກໍເຮັດເຊັ່ນນັ້ນຢູ່ແລ້ວ. ບັດນີ້ ພວກເຮົາຂໍຮ້ອງພວກເຈົ້າ ແລະ ຊັກຊວນພວກເຈົ້າໃນພຣະເຢຊູເຈົ້າອົງພຣະຜູ້ເປັນເຈົ້າໃຫ້ເຮັດສິ່ງນີ້ຫລາຍກວ່າເກົ່າອີກ Uka jalj uñjjattʼäta |
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.