Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 3:7 - ພຣະຄຳພີສັກສິ

7 ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທ່າມກາງ​ຄວາມ​ຍາກ​ລຳບາກ​ແລະ​ການ​ຂົ່ມເຫັງ​ທັງໝົດ ທີ່​ພວກເຮົາ​ປະເຊີນ​ຢູ່​ນັ້ນ ພວກເຮົາ​ກໍໄດ້​ຮັບ​ຄວາມ​ຊູໃຈ​ເພາະ​ເລື່ອງ​ຂອງ​ພວກເຈົ້າ ແມ່ນ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຊີດຊູ​ໃຈ​ພວກເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

7 ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ໃນ​ການທົນທຸກ ແລະ ການ​ຖືກ​ຂົ່ມເຫັງ​ທຸກຢ່າງ​ຂອງ​ພວກເຮົາ ພວກເຮົາ​ໄດ້​ຮັບ​ການ​ໜູນໃຈ​ຈາກ​ພວກເຈົ້າ​ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 3:7
10 Jak'a apnaqawi uñst'ayäwi  

ພຣະອົງ​ຜູ້​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ຄວາມ​ທຸກ​ລຳບາກ​ທຸກຢ່າງ ຊຶ່ງ​ພວກເຮົາ​ໄດ້​ຮັບ​ນັ້ນ​ກໍ​ເພື່ອ​ວ່າ, ພວກເຮົາ​ຈະ​ສາມາດ​ເລົ້າໂລມ​ໃຈ​ຄົນອື່ນ​ທີ່​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ທຸກຢ່າງ​ໄດ້ ໂດຍ​ຄວາມ​ເລົ້າໂລມ​ໃຈ​ຢ່າງ​ດຽວກັນ ຊຶ່ງ​ພວກເຮົາ​ເອງ​ໄດ້​ຮັບ​ຈາກ​ພຣະເຈົ້າ​ນັ້ນ.


ໂດຍເຫດນີ້ ເຮົາ​ຈຶ່ງ​ມີ​ຄວາມ​ຊູໃຈ. ນອກຈາກ​ຄວາມ​ຊູໃຈ​ຂອງເຮົາ​ນັ້ນ ເຮົາ​ມີ​ຄວາມ​ຊົມຊື່ນ​ຍິນດີ​ຢ່າງ​ເຫລືອລົ້ນ ເພາະ​ຍ້ອນ​ຄວາມ​ຍິນດີ​ຂອງ​ຕີໂຕ ໃນ​ການ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃຫ້​ຈິດໃຈ​ຂອງ​ຕີໂຕ​ສະຫງົບ​ລົງ.


ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.


ເຮົາ​ດີໃຈ​ຫລາຍ​ທີ່​ຮູ້​ວ່າ ພວກ​ລູກ​ຂອງ​ເຈົ້າ​ບາງຄົນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມຈິງ ຕາມ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka