Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 3:6 - ພຣະຄຳພີສັກສິ

6 ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 3:6
24 Jak'a apnaqawi uñst'ayäwi  

ຍິນ​ຂ່າວດີ​ຈາກ​ແດນໄກ ກໍ​ເທົ່າກັບ​ໄດ້​ດື່ມ​ນໍ້າເຢັນ​ເມື່ອ​ຄໍ​ແຫ້ງ.


ເປັນ​ຕາຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງຂ່າວ​ຂ້າມ​ພູເຂົາ​ມາ ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນຕິສຸກ​ມາ​ໃຫ້ ລາວ​ປະກາດ​ເລື່ອງ​ໄຊຊະນະ​ແກ່​ພູເຂົາ​ຊີໂອນ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ເຈົ້າ​ມະຫາຊີວິດ.”


ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.


ຫລັງຈາກ​ນັ້ນ ໂປໂລ​ໄດ້​ອອກ​ຈາກ​ນະຄອນ​ອາແຖນ ແລະ​ໄປ​ທີ່​ເມືອງ​ໂກຣິນໂທ.


ເມື່ອ​ຊີລາ ແລະ ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ​ແລ້ວ ໂປໂລ​ກໍ​ໃຊ້​ເວລາ​ທັງໝົດ​ຂອງ​ເພິ່ນ ປະກາດ​ພຣະທຳ​ໂດຍ​ເປັນ​ພະຍານ​ແກ່​ພວກ​ຢິວ​ວ່າ ພຣະເຢຊູເຈົ້າ​ແມ່ນ​ພຣະຄຣິດ.


ເຮົາ​ຊົມເຊີຍ​ເຈົ້າ​ທັງຫລາຍ ເພາະ​ພວກເຈົ້າ​ລະນຶກເຖິງ​ເຮົາ​ໃນ​ທຸກສິ່ງ ແລະ​ຖື​ຮັກສາ​ຂໍ້ຄວາມ​ທີ່​ສືບ​ມາ​ນັ້ນ ຊຶ່ງ​ເຮົາ​ມອບ​ໄວ້​ແກ່​ເຈົ້າ​ທັງຫລາຍ​ແລ້ວ.


ບັດນີ້ ຍັງ​ຕັ້ງ​ຢູ່​ສາມ​ສິ່ງ​ຄື: ຄວາມເຊື່ອ ຄວາມ​ຫວັງໃຈ ແລະ​ຄວາມຮັກ ແຕ່​ສິ່ງ​ທີ່​ໃຫຍ່​ກວ່າ​ແມ່ນ​ຄວາມຮັກ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເພາະວ່າ​ພຣະເຈົ້າ​ຊົງ​ເປັນ​ພະຍານ​ວ່າ ເຮົາ​ເປັນ​ຫ່ວງ​ພວກເຈົ້າ​ຫລາຍ​ພຽງ​ໃດ ຕາມ​ພຣະໄທ​ເມດຕາ​ຂອງ​ພຣະຄຣິດເຈົ້າ​ເຢຊູ.


ດ້ວຍວ່າ, ພວກເຮົາ​ໄດ້ຍິນ​ເຖິງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ແລະ​ເຖິງ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ ທີ່​ມີ​ຕໍ່​ໄພ່ພົນ​ຂອງ​ພຣະເຈົ້າ​ທຸກຄົນ.


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຝ່າຍ​ພວກເຮົາ ເມື່ອ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ກໍ​ຈາກ​ໄປ​ພຽງ​ຮ່າງກາຍ​ເທົ່ານັ້ນ ແຕ່​ບໍ່ແມ່ນ​ຈິດໃຈ. ພວກເຮົາ​ລະນຶກ​ຄິດເຖິງ​ພວກເຈົ້າ​ຫລາຍ​ທີ່ສຸດ ແລະ​ຍັງ​ພະຍາຍາມ​ຢ່າງ​ຍິ່ງ​ທີ່​ຈະ​ມາ​ເຫັນໜ້າ​ພວກເຈົ້າ​ອີກ,


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ໃນ​ທ່າມກາງ​ຄວາມ​ຍາກ​ລຳບາກ​ແລະ​ການ​ຂົ່ມເຫັງ​ທັງໝົດ ທີ່​ພວກເຮົາ​ປະເຊີນ​ຢູ່​ນັ້ນ ພວກເຮົາ​ກໍໄດ້​ຮັບ​ຄວາມ​ຊູໃຈ​ເພາະ​ເລື່ອງ​ຂອງ​ພວກເຈົ້າ ແມ່ນ​ຄວາມເຊື່ອ​ຂອງ​ພວກເຈົ້າ​ນັ້ນ​ແຫຼະ ທີ່​ເຊີດຊູ​ໃຈ​ພວກເຮົາ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ຈຸດປະສົງ​ຂອງ​ຄຳສັ່ງ​ນີ້ ແມ່ນ​ເພື່ອ​ກໍ່​ໃຫ້​ເກີດ​ຄວາມຮັກ​ຈາກ​ໃຈ​ບໍຣິສຸດ ຈາກ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ແລະ​ຈາກ​ຄວາມເຊື່ອ​ອັນ​ຈິງໃຈ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.


ເພາະ​ເຮົາ​ໄດ້​ຮັບ​ຂ່າວ​ເລື່ອງ​ຄວາມຮັກ​ແລະ​ຄວາມເຊື່ອ​ຂອງ​ເຈົ້າ ທີ່​ເຈົ້າ​ມີ​ຕໍ່​ອົງ​ພຣະເຢຊູເຈົ້າ ແລະ​ຕໍ່​ບັນດາ​ໄພ່ພົນ​ທັງປວງ​ຂອງ​ພຣະເຈົ້າ.


ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ລ່າມໂສ້ ເໝືອນ​ກັບ​ວ່າ​ພວກເຈົ້າ​ກໍ​ຖືກ​ລ່າມໂສ້​ເໝືອນ​ກັບ​ພວກເຂົາ​ດ້ວຍ. ຈົ່ງ​ລະນຶກເຖິງ​ບັນດາ​ຜູ້​ທີ່​ຖືກ​ຂົ່ມເຫັງ ເພາະວ່າ​ພວກເຈົ້າ​ກໍ​ມີ​ຮ່າງກາຍ​ເໝືອນກັນ.


ຈົ່ງ​ລະນຶກເຖິງ​ພວກ​ຜູ້ນຳ​ຂອງ​ພວກເຈົ້າ ຄື​ຜູ້​ທີ່​ໄດ້​ປະກາດ​ພຣະທຳ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ສຸດທ້າຍ​ແຫ່ງ​ຊີວິດ​ຂອງ​ພວກເພິ່ນ ແລະ​ຈົ່ງ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


ກົດບັນຍັດ​ຂອງ​ພຣະເຈົ້າ ຄື​ໃຫ້​ພວກເຮົາ​ເຊື່ອ​ໃນ​ພຣະນາມ​ຂອງ​ພຣະເຢຊູ​ຄຣິດເຈົ້າ ພຣະບຸດ​ຂອງ​ພຣະເຈົ້າ ແລະ​ໃຫ້​ພວກເຮົາ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ທີ່​ພຣະອົງ​ຊົງ​ສັ່ງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka