Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 3:4 - ພຣະຄຳພີສັກສິ

4 ດ້ວຍວ່າ, ໃນ​ລະຫວ່າງ​ທີ່​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍໄດ້​ບອກ​ພວກເຈົ້າ​ລ່ວງໜ້າ​ໄວ້​ແລ້ວ​ວ່າ ພວກເຮົາ​ຈະ​ຖືກ​ຂົ່ມເຫັງ ແລະ​ກໍ​ເປັນ​ຢ່າງ​ນັ້ນ​ແທ້ ດັ່ງ​ທີ່​ພວກເຈົ້າ​ຮູ້​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ໃນ​ຄວາມເປັນຈິງ​ແລ້ວ, ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ​ວ່າ​ພວກເຮົາ​ຈະ​ຖືກ​ກົດຂີ່ຂົ່ມເຫັງ ແລ້ວ​ກໍ​ເປັນ​ຈິງ​ຕາມ​ນັ້ນ​ດັ່ງ​ທີ່​ພວກເຈົ້າ​ຮູ້​ດີ​ຢູ່​ແລ້ວ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 3:4
12 Jak'a apnaqawi uñst'ayäwi  

ຈົ່ງ​ຟັງ​ເອົາ ນີ້​ແຫຼະ ເຮົາ​ໄດ້​ບອກ​ພວກເຈົ້າ​ໃຫ້​ຮູ້​ໄວ້​ກ່ອນ.”


ໂປໂລ ແລະ ຊີລາ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ອາໂປໂລນີ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເທສະໂລນິກ ຊຶ່ງ​ໃນ​ທີ່​ນີ້​ມີ​ທຳມະສາລາ​ຂອງ​ຊາວ​ຢິວ.


ແຕ່​ເມື່ອ​ພວກ​ຢິວ​ໃນ​ເມືອງ​ເທສະໂລນິກ ໄດ້ຍິນ​ຂ່າວ​ວ່າ​ໂປໂລ​ປະກາດ​ພຣະທຳ​ທີ່​ເມືອງ​ເບເຣຍ​ເໝືອນກັນ ພວກເຂົາ​ຈຶ່ງ​ມາ​ທີ່​ເມືອງ​ນີ້ ແລະ​ລົງ​ມື​ປຸກລະດົມ​ປະຊາຊົນ​ໃຫ້​ວຸ້ນວາຍ​ຂຶ້ນ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເຈົ້າ​ທັງຫລາຍ​ໄດ້​ກາຍເປັນ​ຜູ້​ປະຕິບັດ​ຕາມ​ແບບຢ່າງ​ຄຣິສຕະຈັກ​ທັງຫລາຍ​ໃນ​ແຂວງ​ຢູດາຍ ຊຶ່ງ​ເປັນ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າ​ເຢຊູ ເພາະວ່າ​ເຈົ້າ​ທັງຫລາຍ​ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ ເໝືອນ​ຄຣິສຕະຈັກ​ນັ້ນ ໄດ້​ທົນ​ຮັບ​ເອົາ​ຄວາມ​ລຳບາກ ຈາກ​ພວກ​ຢູດາ​ດ້ວຍ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ພວກເຈົ້າ​ຈື່​ໄດ້​ບໍ? ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ກໍ​ເຄີຍ​ບອກ​ສິ່ງ​ເຫຼົ່ານີ້​ທັງໝົດ​ແກ່​ພວກເຈົ້າ​ແລ້ວ.


ເມື່ອ​ພວກເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ພວກເຮົາ​ເຄີຍ​ບອກ​ພວກເຈົ້າ​ແລ້ວ​ວ່າ, “ຜູ້ໃດ​ທີ່​ບໍ່​ຢາກ​ເຮັດ​ວຽກ ກໍ​ຢ່າ​ໃຫ້​ຜູ້ນັ້ນ​ກິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka