1 ເທສະໂລນິກ 3:10 - ພຣະຄຳພີສັກສິ10 ພວກເຮົາພາວັນນາອະທິຖານທັງເວັນແລະຄືນ ດ້ວຍຄວາມປາຖະໜາອັນແຮງກ້າ ເພື່ອຈະໄດ້ເຫັນໜ້າພວກເຈົ້າອີກສ່ວນຕົວ ເພື່ອຈະເສີມສ້າງຄວາມເຊື່ອຂອງພວກເຈົ້າທີ່ບົກຜ່ອງຢູ່ນັ້ນໃຫ້ຄົບເຕັມ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່10 ທັງກາງເວັນ ແລະ ກາງຄືນພວກເຮົາໄດ້ອະທິຖານຢ່າງຈິງຈັງທີ່ສຸດເພື່ອຂໍໃຫ້ພວກເຮົາໄດ້ພົບພວກເຈົ້າອີກ ແລະ ຈະໄດ້ເພີ່ມເຕີມຄວາມເຊື່ອຂອງພວກເຈົ້າໃນສ່ວນທີ່ຍັງຂາດຢູ່ນັ້ນ. Uka jalj uñjjattʼäta |
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.
ເພາະສະນັ້ນ ພວກເຮົາຈຶ່ງພາວັນນາອະທິຖານ ສຳລັບພວກເຈົ້າຢູ່ສະເໝີ ພວກເຮົາຂໍພຣະເຈົ້າຂອງພວກເຮົາ ໂຜດເຮັດໃຫ້ຊີວິດຂອງພວກເຈົ້າມີຄຸນຄ່າ ສົມກັບທີ່ພຣະອົງຊົງເອີ້ນເອົາພວກເຈົ້າໃຫ້ດຳເນີນຊີວິດນັ້ນ ໂດຍຣິດອຳນາດຂອງພຣະອົງ ຂໍພຣະອົງໂຜດໃຫ້ຄວາມປາຖະໜາໃນການເຮັດດີທຸກຢ່າງ ແລະໃນການດຳເນີນພາລະກິດດ້ວຍຄວາມເຊື່ອຂອງພວກເຈົ້າ ຈົ່ງບັນລຸຜົນສຳເລັດເທີ້ນ.
ສິ່ງທີ່ມີຊີວິດທັງສີ່ຕົນ ທຸກຕົນມີປີກຫົກປີກ ແລະມີຕາເຕັມຂ້າງນອກແລະຂ້າງໃນ. ພວກເພິ່ນຮ້ອງຕະຫລອດວັນຕະຫລອດຄືນບໍ່ຢຸດບໍ່ເຊົາວ່າ, “ບໍຣິສຸດ ບໍຣິສຸດ ບໍຣິສຸດ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ຜູ້ຊົງຣິດທານຸພາບສູງສຸດ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຊົງດຳລົງຢູ່ໃນປະຈຸບັນ ແລະຜູ້ຈະຊົງສະເດັດມາ.”