Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:9 - ພຣະຄຳພີສັກສິ

9 ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ໝັ້ນໃຈ​ວ່າ​ພວກເຈົ້າ​ຈື່​ພາລະກິດ​ອັນ​ໜັກໜ່ວງ ແລະ ຄວາມລໍາບາກ​ຂອງ​ພວກເຮົາ, ພວກເຮົາ​ໄດ້​ເຮັດວຽກ​ທັງ​ກາງເວັນ ແລະ ກາງຄືນ​ເພື່ອ​ຈະ​ບໍ່​ເປັນ​ພາລະ​ແກ່​ຜູ້ໃດ​ເລີຍ​ໃນ​ຂະນະ​ທີ່​ພວກເຮົາ​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:9
35 Jak'a apnaqawi uñst'ayäwi  

ຈົ່ງ​ອະນຸຍາດ​ໃຫ້​ພວກເຮົາ​ໄປ​ຕັດ​ໄມ້​ທີ່​ແຄມ​ຝັ່ງ​ແມ່ນໍ້າ​ຈໍແດນ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ສ້າງ​ບ່ອນ​ຢູ່​ອາໄສ​ໃໝ່.” ເພິ່ນ​ຕອບ​ວ່າ, “ຈົ່ງ​ໄປ​ສາ.”


ຜູ້ປົກຄອງ​ທຸກຄົນ ທີ່​ມາ​ຮັບ​ໜ້າທີ່​ກ່ອນ​ຂ້າພະເຈົ້າ​ນັ້ນ ລ້ວນແຕ່​ວາງ​ພາລະ​ໜັກ​ໃຫ້​ແກ່​ປະຊາຊົນ ໂດຍ​ຮຽກຮ້ອງ​ເອົາ​ເງິນ​ສີ່ສິບ​ຫລຽນ​ຕໍ່​ວັນ ເປັນ​ຄ່າ​ອາຫານ​ແລະ​ຄ່າ​ເຫຼົ້າ​ອະງຸ່ນ. ແມ່ນແຕ່​ຄົນ​ຮັບໃຊ້​ຂອງ​ພວກເຂົາ​ກໍໄດ້​ບີບບີ້​ປະຊາຊົນ. ແຕ່​ຂ້າພະເຈົ້າ​ປະຕິບັດ​ແຕກຕ່າງ​ນັ້ນ ເພາະ​ຂ້າພະເຈົ້າ​ຢຳເກງ​ຢຳເກງ​ພຣະເຈົ້າ.


ທຸກໆ​ມື້ໃດ ຂ້າພະເຈົ້າ​ໃຊ້​ງົວ​ໜຶ່ງ​ໂຕ, ແກະ​ທີ່​ຕຸ້ຍພີ​ຫົກ​ໂຕ ແລະ​ໄກ່​ຈຳນວນ​ຫລວງຫລາຍ​ແຕ່ງ​ອາຫານ ແລະ​ທຸກໆ​ສິບ​ມື້​ໃດ ຂ້າພະເຈົ້າ​ໄດ້​ຈັດຫາ​ເຫຼົ້າ​ອະງຸ່ນ​ສົດ​ມາ​ໃຫ້. ແຕ່​ຂ້າພະເຈົ້າ​ຮູ້​ພາລະ​ໜັກ​ທີ່​ປະຊາຊົນ​ແບກຫາບ; ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ບໍ່​ຮຽກຮ້ອງ​ເອົາ​ສ່ວນ​ທີ່​ຜູ້ປົກຄອງ​ຄວນ​ຈະ​ໄດ້​ຮັບ​ນັ້ນ.


ພຣະອົງ​ລົງໂທດ​ໃສ່​ໃຫ້​ຂ້ານ້ອຍ​ທັງ​ເວັນ​ແລະ​ຄືນ​ນັ້ນ ກຳລັງ​ຂ້ານ້ອຍ​ກໍ​ອ່ອນ​ແຮງ​ລົງ​ຢ່າງ​ໝົດ​ສິ້ນ ດັ່ງ​ຄວາມຊຸ່ມ​ທີ່​ແຫ້ງ​ລົງ​ໂດຍ​ລະດູ​ອົບເອົ້າ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງຄວາມພົ້ນ​ຂອງ​ຂ້ານ້ອຍ​ເອີຍ ຂ້ານ້ອຍ​ມາ​ເຝົ້າ ຢູ່​ຕໍ່ໜ້າ​ພຣະອົງ​ຮ້ອງໄຫ້​ທັງເວັນ​ທັງຄືນ.


ນາງ​ຮູ້ຈັກ​ຄຸນຄ່າ​ໃນ​ສິ່ງ​ທີ່​ຕົນ​ເຮັດ​ທຸກຢ່າງ ແລະ​ເຮັດ​ວຽກ​ຈົນ​ເດິກດື່ນ.


“ຂ້ານ້ອຍ​ຢາກ​ໃຫ້​ຫົວ​ຂອງ​ຂ້ານ້ອຍ ເປັນ​ບໍ່​ນໍ້າພຸ​ບໍ່​ໜຶ່ງ​ເດ ແລະ​ຕາ​ຂອງ​ຂ້ານ້ອຍ​ກໍ​ຄືກັນ ເປັນ​ນໍ້າພຸ​ແຫ່ງ​ນໍ້າຕາ​ດ້ວຍ ເພື່ອ​ວ່າ​ຂ້ານ້ອຍ​ຈະ​ຮ້ອງໄຫ້​ທັງເວັນ​ທັງຄືນ ໃຫ້​ປະຊາຊົນ​ຂອງ​ຂ້ານ້ອຍ​ທີ່​ໄດ້​ຖືກ​ສັງຫານ​ຖິ້ມ.


ຝ່າຍ​ຄົນ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້ ຊຶ່ງ​ຮ້ອງ​ຫາ​ພຣະອົງ​ທັງ​ກາງເວັນ ແລະ​ກາງຄືນ​ນັ້ນ ເຖິງ​ແມ່ນ​ວ່າ ພຣະອົງ​ຈະ​ຊົງ​ຊ້ານານ​ໃນ​ການ​ຂອງ​ພວກເຂົາ​ກໍຕາມ ພຣະອົງ​ຈະ​ບໍ່​ຊົງ​ໂຜດ​ຄວາມ​ຍຸດຕິທຳ​ແກ່​ພວກເຂົາ​ບໍ?


ແລ້ວ​ກໍ​ເປັນ​ໝ້າຍ​ຢູ່​ລະຫວ່າງ​ແປດສິບສີ່​ປີ ນາງ​ບໍ່​ໜີ​ຈາກ​ບໍລິເວນ​ພຣະວິຫານ​ຈັກເທື່ອ, ແຕ່​ໄດ້​ຢູ່​ປະຕິບັດ​ພຣະເຈົ້າ, ຮັກສາ​ສິນ​ດ້ວຍ​ການ​ອົດ​ອາຫານ ແລະ​ພາວັນນາ​ອະທິຖານ ທັງ​ກາງເວັນ​ແລະ​ກາງຄືນ.


ພ້ອມ​ທັງ​ຊ່ວຍ​ວຽກ​ພວກເຂົາ ເພາະ​ເພິ່ນ​ມີ​ອາຊີບ​ເປັນ​ຊ່າງ​ເຮັດຜ້າເຕັນ​ເໝືອນກັນ​ກັບ​ພວກເຂົາ.


ແຕ່​ຂ້າພະເຈົ້າ​ຖື​ວ່າ ຊີວິດ​ຂອງ​ຂ້າພະເຈົ້າ ບໍ່ມີ​ຄ່າ​ແກ່​ຂ້າພະເຈົ້າ​ເອງ​ຢ່າງ​ໃດ​ໝົດ, ເພື່ອ​ຂ້າພະເຈົ້າ​ຈະ​ເຮັດ​ໜ້າທີ່​ຂອງ​ຂ້າພະເຈົ້າ ແລະ​ຈະ​ໄດ້​ປະຕິບັດ​ງານ​ທີ່​ໄດ້​ຮັບ​ມອບໝາຍ​ຈາກ​ອົງ​ພຣະເຢຊູເຈົ້າ​ໃຫ້​ສຳເລັດ ຄື​ຈະ​ເປັນ​ພະຍານ​ຢ່າງ​ຄົບຖ້ວນ ເຖິງ​ເລື່ອງ​ຂ່າວປະເສີດ​ກ່ຽວກັບ​ພຣະຄຸນ​ຂອງ​ພຣະເຈົ້າ​ນັ້ນ.


ດັ່ງນັ້ນ ຈົ່ງ​ເຝົ້າ​ລະວັງ ແລະ​ຈົດຈຳ​ໄວ້​ວ່າ ໃນ​ລະຫວ່າງ​ສາມ​ປີ​ທັງ​ກາງເວັນ​ແລະ​ກາງຄືນ ຂ້າພະເຈົ້າ​ບໍ່ໄດ້​ຢຸດ​ຢ່ອນ ໃນ​ການ​ເຕືອນ​ສະຕິ​ພວກທ່ານ​ທຸກຄົນ​ດ້ວຍ​ນໍ້າຕາ​ໄຫລ.”


ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.


ເພື່ອ​ໃຫ້​ເປັນ​ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ໄປ​ຍັງ​ຄົນຕ່າງຊາດ ແລະ​ເຮັດ​ໜ້າທີ່​ປະໂຣຫິດ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຈົ້າ ເພື່ອ​ວ່າ​ຄົນຕ່າງຊາດ​ຈະ​ເປັນ​ເຄື່ອງ​ບູຊາ​ທີ່​ພຣະເຈົ້າ​ພໍພຣະໄທ ຄື​ຊຳລະ​ໄວ້​ແລ້ວ ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ.


ຄື​ດ້ວຍ​ຣິດອຳນາດ​ແຫ່ງ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຕ່າງໆ ແລະ​ຣິດເດດອຳນາດ​ຂອງ​ພຣະວິນຍານ​ຂອງ​ພຣະເຈົ້າ ຈົນ​ເຮົາ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ​ຢ່າງ​ຄົບຖ້ວນ ຕັ້ງແຕ່​ນະຄອນ​ເຢຣູຊາເລັມ ອ້ອມ​ໄປ​ຮອດ​ແຂວງ​ອີລີຣິກົນ.


ພວກເຮົາ​ຍັງ​ອົດສາ​ຫາ​ລ້ຽງຊີບ​ຕົນເອງ ໂດຍ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ. ເມື່ອ​ຖືກ​ປ້ອຍດ່າ ພວກເຮົາ​ກໍ​ອວຍພອນ ເມື່ອ​ຖືກ​ຂົ່ມເຫັງ ພວກເຮົາ​ກໍ​ອົດທົນ​ເອົາ,


ແຕ່​ເຮົາ​ບໍ່ໄດ້​ໃຊ້​ສິດ​ເຫຼົ່ານັ້ນ​ຈັກ​ຢ່າງ ທີ່​ເຮົາ​ຂຽນ​ເຖິງ​ເລື່ອງ​ນີ້ ບໍ່ແມ່ນ​ເພື່ອ​ຈະ​ໃຫ້​ເຂົາ​ເຮັດ​ຢ່າງ​ນັ້ນ​ແກ່​ເຮົາ. ດ້ວຍວ່າ, ເຮົາ​ຍອມ​ຕາຍ​ເສຍ​ກໍດີກວ່າ ທີ່​ຈະ​ເຮັດ​ຢ່າງ​ນັ້ນ ຢ່າ​ໃຫ້​ຜູ້ໃດ​ທຳລາຍ​ເຫດ​ແຫ່ງ​ການ​ອວດອ້າງ​ຂອງເຮົາ.


ແລ້ວ​ບຳເໜັດ​ຂອງເຮົາ​ນັ້ນ​ຄື​ອັນ​ໃດ? ຄື ເມື່ອ​ເຮົາ​ປະກາດ​ຂ່າວປະເສີດ​ນັ້ນ ເຮົາ​ບໍ່ໄດ້​ຄິດຄ່າ ແລະ​ບໍ່ໄດ້​ໃຊ້​ສິດ​ຂອງເຮົາ​ໃນ​ຂ່າວປະເສີດ​ນັ້ນ​ຢ່າງ​ຄົບຖ້ວນ.


ເຮົາ​ບໍ່ມີ​ສິດ​ທີ່​ຈະ​ກິນ​ແລະ​ດື່ມ​ບໍ?


ເຮົາ​ໄດ້​ບາກບັ່ນ​ດຳເນີນ​ພາລະກິດ ອັນ​ໜັກໜ່ວງ​ແລະ​ຍາກ​ລຳບາກ ອົດຫລັບ​ອົດນອນ​ເປັນ​ປະຈຳ ອຶດ​ເຂົ້າ​ຢາກ​ນໍ້າ ແລະ​ຫລາຍ​ເທື່ອ​ເຮົາ​ຂາດ​ອາຫານ​ການກິນ ຂາດ​ບ່ອນ​ພັກເຊົາ ຂາດ​ເຄື່ອງນຸ່ງຫົ່ມ.


ແລະ​ເມື່ອ​ເຮົາ​ຢູ່​ນຳ​ເຈົ້າ​ທັງຫລາຍ ແລະ​ກຳລັງ​ຂາດເຂີນ ເຮົາ​ກໍ​ບໍ່ໄດ້​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ຜູ້ໃດ ເພາະວ່າ​ພວກ​ພີ່ນ້ອງ​ທີ່​ມາ​ຈາກ​ແຂວງ​ມາເກໂດເນຍ ໄດ້​ຊ່ວຍ​ໃຫ້​ມີ​ພໍ​ກັບ​ຄວາມ​ຕ້ອງການ​ຂອງເຮົາ. ເຮົາ​ໄດ້​ລະວັງຕົວ​ບໍ່​ໃຫ້​ເປັນ​ພາລະ​ອັນ​ໜັກ​ແກ່​ເຈົ້າ​ທັງຫລາຍ​ໃນ​ສິ່ງໃດ ແລະ​ຈະ​ລະວັງ​ຢ່າງ​ນັ້ນ​ຕໍ່ໄປ.


ໃນ​ການ​ຖືກ​ຂ້ຽນຕີ ຖືກ​ຄຸມຂັງ ໃນ​ການ​ວຸ້ນວາຍ ເຮັດ​ວຽກ​ອັນ​ໜັກໜ່ວງ​ໃນ​ການ​ອົດຫລັບ​ອົດນອນ ແລະ​ໃນ​ການ​ອຶດຫິວ.


ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ຂະນະທີ່​ເຮົາ​ມີ​ຄວາມ​ຂັດສົນ ພວກເຈົ້າ​ກໍໄດ້​ສົ່ງ​ຂອງ​ໄປ​ຊ່ວຍ​ເຮົາ​ຫລາຍກວ່າ​ໜຶ່ງ​ຄັ້ງ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.


ພວກເຮົາ​ບໍ່ໄດ້​ຊອກ​ຫາ​ຄຳ​ຊົມເຊີຍ​ຈາກ​ຜູ້ໃດ ທັງ​ຈາກ​ພວກເຈົ້າ ແລະ​ຈາກ​ຄົນອື່ນ​ດ້ວຍ.


ພວກເຮົາ​ພາວັນນາ​ອະທິຖານ​ທັງ​ເວັນ​ແລະ​ຄືນ ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງ​ກ້າ ເພື່ອ​ຈະ​ໄດ້​ເຫັນ​ໜ້າ​ພວກເຈົ້າ​ອີກ​ສ່ວນ​ຕົວ ເພື່ອ​ຈະ​ເສີມສ້າງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ທີ່​ບົກຜ່ອງ​ຢູ່​ນັ້ນ​ໃຫ້​ຄົບເຕັມ.


ຕາມ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ ຊຶ່ງ​ກ່າວ​ເຖິງ​ພຣະ​ຣັດສະໝີ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສະເຫວີຍ​ສຸກ ຄື​ຂ່າວປະເສີດ​ທີ່​ໄດ້​ຊົງ​ມອບ​ໄວ້​ກັບ​ເຮົາ​ແລ້ວ.


ເຫດ​ທີ່​ພວກເຮົາ​ເຮັດ​ວຽກ​ຢ່າງ​ໜັກໜ່ວງ​ແລະ​ອົດສາ​ສູ້ ເພາະວ່າ​ພວກເຮົາ​ໄດ້​ໄວ້ວາງໃຈ​ໃນ​ພຣະເຈົ້າ ຜູ້​ຊົງພຣະຊົນ​ຢູ່, ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ທຸກຄົນ ແລະ​ໂດຍ​ສະເພາະ​ແລ້ວ​ຂອງ​ພວກ​ຄົນ​ທີ່​ເຊື່ອ​ໃນ​ພຣະອົງ.


ຜູ້​ເປັນ​ແມ່ໝ້າຍ​ຢ່າງ​ແທ້ຈິງ ທີ່​ຖືກ​ປະລະ​ໃຫ້​ຢູ່​ຜູ້​ດຽວ​ໂດດດ່ຽວ​ນັ້ນ ກໍ​ຈົ່ງ​ມອບ​ຄວາມຫວັງ​ໄວ້​ກັບ​ພຣະເຈົ້າ ແລະ​ສືບຕໍ່​ໄຫວ້ວອນ​ອະທິຖານ​ທັງ​ເວັນ​ແລະ​ຄືນ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ອົງ​ທີ່​ເຮົາ​ຮັບໃຊ້​ດ້ວຍ​ໃຈ​ສຳນຶກ​ຜິດແລະຊອບ​ອັນ​ເສາະໃສ ດັ່ງ​ບັນພະບຸລຸດ​ຂອງເຮົາ​ໄດ້​ປະຕິບັດ​ມາ ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະອົງ​ຢູ່​ສະເໝີ ເມື່ອ​ເຮົາ​ລະນຶກເຖິງ​ເຈົ້າ​ໃນ​ຄຳ​ພາວັນນາ​ອະທິຖານ​ຂອງເຮົາ​ທັງ​ກາງຄືນ​ແລະ​ກາງເວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka