1 ເທສະໂລນິກ 2:8 - ພຣະຄຳພີສັກສິ8 ຍ້ອນຄວາມຮັກທີ່ພວກເຮົາມີສຳລັບພວກເຈົ້າ ພວກເຮົາຈຶ່ງບໍ່ແມ່ນພຽງແຕ່ພ້ອມທີ່ຈະແບ່ງປັນຂ່າວປະເສີດໃຫ້ແກ່ພວກເຈົ້າເທົ່ານັ້ນ ແຕ່ພ້ອມທີ່ຈະສະຫລະຊີວິດຂອງພວກເຮົາໃຫ້ແກ່ພວກເຈົ້າດ້ວຍ. ເພາະວ່າພວກເຈົ້າໄດ້ກາຍເປັນທີ່ຮັກຂອງພວກເຮົາ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ດັ່ງນັ້ນ ພວກເຮົາຈຶ່ງຫ່ວງໃຍພວກເຈົ້າ. ເພາະພວກເຮົາຮັກພວກເຈົ້າຫລາຍ, ພວກເຮົາຍິນດີທີ່ຈະແບ່ງປັນຂ່າວປະເສີດຂອງພຣະເຈົ້າໃຫ້ແກ່ພວກເຈົ້າເທົ່ານັ້ນ ແມ່ນແຕ່ຊີວິດຂອງພວກເຮົາກໍສະຫລະໃຫ້ໄດ້. Uka jalj uñjjattʼäta |
ເອປາຟາ ເປັນຄົນໜຶ່ງໃນພວກເຈົ້າ ແລະເປັນຜູ້ຮັບໃຊ້ຂອງພຣະຄຣິດເຈົ້າເຢຊູ ກໍຝາກຄວາມຄິດເຖິງ ມາຍັງພວກເຈົ້າເໝືອນກັນ ເພິ່ນພາວັນນາອະທິຖານຢ່າງຮ້ອນຮົນສຳລັບພວກເຈົ້າຢູ່ສະເໝີ ໂດຍຂໍພຣະເຈົ້າບັນດານໃຫ້ພວກເຈົ້າຕັ້ງໝັ້ນຢູ່ ເປັນຜູ້ໃຫຍ່ຄົບຖ້ວນ ແລະເປັນຜູ້ທີ່ມີຄວາມໝັ້ນໃຈ ປະຕິບັດຕາມນໍ້າພຣະໄທຂອງພຣະເຈົ້າ.