Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:6 - ພຣະຄຳພີສັກສິ

6 ພວກເຮົາ​ບໍ່ໄດ້​ຊອກ​ຫາ​ຄຳ​ຊົມເຊີຍ​ຈາກ​ຜູ້ໃດ ທັງ​ຈາກ​ພວກເຈົ້າ ແລະ​ຈາກ​ຄົນອື່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຮົາ​ບໍ່​ໄດ້​ຊອກຫາ​ຄຳຍ້ອງຍໍ​ຈາກ​ມະນຸດ, ບໍ່​ວ່າ​ຈາກ​ພວກເຈົ້າ ຫລື ຈາກ​ຄົນ​ອື່ນ, ເຖິງ​ແມ່ນ​ວ່າ​ໃນ​ຖານະ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ ພວກເຮົາ​ສາມາດ​ໃຊ້​ສິດອຳນາດ​ຂອງ​ພວກເຮົາ​ໄດ້​ກໍ​ຕາມ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:6
24 Jak'a apnaqawi uñst'ayäwi  

ເປັນ​ເວລາ​ຫົກ​ເດືອນ​ເຕັມ ທີ່​ເພິ່ນ​ໄດ້​ສະແດງ​ຄວາມຮັ່ງມີ​ຂອງ​ສຳນັກ​ແຫ່ງ​ຈັກກະພັດ ຕະຫລອດ​ທັງ​ຄວາມ​ງົດງາມ ແລະ​ການ​ຄອງ​ອຳນາດ​ໃຫ້​ແກ່​ບັນດາ​ຜູ້​ທີ່​ຖືກ​ເຊີນ​ມາ​ໄດ້​ເຫັນ.


ລາວ​ໄດ້​ເວົ້າ​ອວດ​ຕໍ່​ພວກເຂົາ​ວ່າ ຕົນ​ເປັນ​ຄົນ​ຮັ່ງມີ​ແລະ​ມີ​ລູກຊາຍ​ຫລາຍ​ຄົນ ແລະ​ວ່າ​ກະສັດ​ໄດ້​ແຕ່ງຕັ້ງ​ຕົນ​ໃຫ້​ເປັນ​ຂ້າຣາຊການ​ຊັ້ນສູງ ແລະ​ບອກ​ວ່າ​ຕົນ​ເປັນ​ຄົນ​ສຳຄັນ​ກວ່າ​ຂ້າຣາຊການ​ຄົນອື່ນໆ​ຂອງ​ກະສັດ.


ກິນ​ນໍ້າເຜິ້ງ​ຫລາຍ​ບໍ່​ເປັນ​ການດີ​ສັນໃດ ຢາກ​ໄດ້​ຄຳ​ຍ້ອງຍໍ​ຫລາຍ​ກໍ​ບໍ່​ເປັນ​ການດີ​ສັນນັ້ນ.


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ດ້ວຍວ່າ, ພວກເຂົາ​ມັກ​ໃຫ້​ມະນຸດ​ພໍໃຈ ຫລາຍກວ່າ​ໃຫ້​ພຣະເຈົ້າ​ພໍໃຈ.


“ເຮົາ​ບໍ່​ຕ້ອງການ​ຮັບ​ເອົາ​ກຽດຕິຍົດ ຄຳ​ຊົມເຊີຍ​ຈາກ​ມະນຸດ.


ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,


ຜູ້ໃດ​ທີ່​ເວົ້າ​ຕາມໃຈຊອບ​ຂອງ​ຕົນເອງ ຜູ້ນັ້ນ​ກໍ​ສະແຫວງ​ຫາ​ກຽດ​ສຳລັບ​ຕົນເອງ ແຕ່​ທ່ານ​ຜູ້​ທີ່​ສະແຫວງ​ຫາ​ກຽດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ຕົນ​ມາ ຜູ້ນັ້ນ​ແຫລະ ເປັນ​ຄົນ​ຈິງ​ແລະ​ບໍ່ມີ​ອະທຳ​ໃນ​ຕົວ.


ແລະ​ພຣະອົງ​ກໍ​ບໍ່ໄດ້​ສ້າງ​ຜູ້ຊາຍ​ໄວ້​ສຳລັບ​ແມ່ຍິງ ແຕ່​ໄດ້​ສ້າງ​ແມ່ຍິງ​ໄວ້​ສຳລັບ​ຜູ້ຊາຍ.


ເຮົາ​ຈຶ່ງ​ຂຽນ​ຂໍ້​ຄວາມ​ທັງຫລາຍ​ນີ້​ເມື່ອ​ເຮົາ​ບໍ່​ຢູ່​ນຳ ກໍ​ເພື່ອ​ເວລາ​ເຮົາ​ຢູ່​ນຳ​ແລ້ວ ເຮົາ​ຈະ​ບໍ່ໄດ້​ກ່າວ​ຄຳ​ເຄັ່ງຄັດ​ໃນ​ການ​ໃຊ້​ອຳນາດ ທີ່​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ມອບ​ໃຫ້​ແກ່​ເຮົາ ເພື່ອ​ສ້າງ​ພວກເຈົ້າ​ຂຶ້ນ ບໍ່ແມ່ນ​ເພື່ອ​ມ້າງເພ​ລົງ.


ດ້ວຍວ່າ, ພວກເຮົາ​ບໍ່ໄດ້​ປະກາດ​ຕົວ​ເອງ ແຕ່​ປະກາດ​ພຣະເຢຊູ​ຄຣິດເຈົ້າ​ວ່າ ເປັນ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ປະກາດ​ພວກເຮົາ​ເອງ​ວ່າ ເປັນ​ທາດຮັບໃຊ້​ຂອງ​ພວກເຈົ້າ ເພື່ອ​ເຫັນ​ແກ່​ພຣະເຢຊູເຈົ້າ.


ບັດນີ້ ເຮົາ​ພະຍາຍາມ​ເອົາ​ໃຈ​ມະນຸດ​ຊັ້ນບໍ? ບໍ່ ເຮົາ​ຢາກ​ໃຫ້​ພຣະເຈົ້າ​ພໍໃຈ​ຕ່າງຫາກ ເຮົາ​ພະຍາຍາມ​ເຮັດ​ໃຫ້​ຖືກ​ໃຈ​ມະນຸດ​ຊັ້ນບໍ? ຖ້າ​ເຮົາ​ເຮັດ​ເຊັ່ນນີ້ ເຮົາ​ກໍ​ບໍ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດ.


ພວກເຮົາ​ບໍ່​ຕ້ອງ​ເປັນ​ຄົນ​ອວດຕົວ ຫລື​ກຸກກວນ​ໃຈ​ກັນ ຫລື​ອິດສາ​ກັນແລະກັນ.


ແມ່ນແຕ່​ພວກ​ທີ່​ໃຫ້​ຮັບ​ພິທີຕັດ ກໍ​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພວກເຂົາ​ຢາກ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ ເພື່ອ​ພວກເຂົາ​ຈະ​ເອົາ​ເລື່ອງ​ເນື້ອກາຍ​ຂອງ​ພວກເຈົ້າ​ໄປ​ອວດອ້າງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຈົ້າ​ຈຳ​ໄດ້​ຢ່າງ​ແນ່ນອນ​ວ່າ ພວກເຮົາ​ໄດ້​ດຳເນີນ​ພາລະກິດ​ຢ່າງ​ໃດ ແລະ​ສູ້ຊົນ​ຢ່າງ​ໜັກໜ່ວງ​ພຽງ​ໃດ ພວກເຮົາ​ໄດ້​ເຮັດ​ການ​ທັງ​ກາງເວັນ​ແລະ​ກາງຄືນ ເພື່ອ​ວ່າ​ພວກເຮົາ​ຈະ​ບໍ່​ເປັນ​ພາລະ​ໃດໆ​ແກ່​ພວກເຈົ້າ ເມື່ອ​ພວກເຮົາ​ປະກາດ​ຂ່າວປະເສີດ​ແກ່​ພວກເຈົ້າ​ນັ້ນ.


ຈົ່ງ​ຖື​ວ່າ​ຜູ້ປົກຄອງ​ທັງຫລາຍ ທີ່​ນຳພາ​ຄຣິສຕະຈັກ​ເປັນ​ຢ່າງດີ​ນັ້ນ ກໍ​ສົມຄວນ​ໄດ້​ຮັບ​ກຽດ ແລະ​ການ​ບຳລຸງລ້ຽງ​ສອງ​ເທົ່າ ໂດຍ​ສະເພາະ​ຜູ້​ທີ່​ເຮັດ​ວຽກ​ຢ່າງ​ດຸໝັ່ນ ໃນ​ການ​ເທດສະໜາ​ແລະ​ການ​ສັ່ງສອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka