Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:2 - ພຣະຄຳພີສັກສິ

2 ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພວກເຮົາ​ໄດ້​ຮັບ​ການ​ຂົ່ມເຫັງ ແລະ​ການ​ປະຈານ​ຢ່າງ​ໃດ ໃນ​ເມືອງ​ຟີລິບປອຍ ກ່ອນ​ທີ່​ພວກເຮົາ​ມາ​ຫາ​ພວກເຈົ້າ​ໃນ​ເມືອງ​ເທສະໂລນິກ ເຖິງ​ແມ່ນ​ວ່າ​ມີ​ການ​ຕໍ່ຕ້ານ​ຢ່າງ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍຕາມ ພຣະເຈົ້າ​ຂອງ​ພວກເຮົາ​ກໍໄດ້​ປະທານ​ໃຈ​ກ້າຫານ​ແກ່​ພວກເຮົາ ເພື່ອ​ປະກາດ​ຂ່າວປະເສີດ​ທີ່​ມາ​ຈາກ​ພຣະອົງ​ແກ່​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:2
27 Jak'a apnaqawi uñst'ayäwi  

ດັ່ງນັ້ນ ທ່ານ​ທັງສອງ​ຈຶ່ງ​ໄດ້​ອາໄສ​ຢູ່​ທີ່​ເມືອງ​ອີໂກນີອົມ​ນີ້​ດົນນານ​ສົມຄວນ, ມີ​ໃຈ​ກ້າ​ກ່າວ​ດ້ວຍ​ຄວາມ​ໄວ້ວາງໃຈ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຜູ້​ໄດ້​ເປັນ​ພະຍານ​ເຖິງ​ເລື່ອງ​ພຣະຄຸນ​ຂອງ​ພຣະອົງ ໂດຍ​ໃຫ້​ທ່ານ​ທັງສອງ​ມີ​ຣິດອຳນາດ​ເຮັດ​ໝາຍສຳຄັນ ແລະ​ການ​ອັດສະຈັນ​ຫລາຍ​ຢ່າງ.


ແລ້ວ​ຄົນຕ່າງຊາດ​ກັບ​ຄົນ​ຢິວ​ບາງຄົນ ໂດຍ​ຮ່ວມ​ກັບ​ບັນດາ​ຜູ້​ປົກຄອງ​ຂອງ​ພວກເຂົາ ໄດ້​ພ້ອມໃຈ​ກັນ​ທີ່​ຈະ​ທາລຸນ​ໂປໂລ​ກັບ​ບາຣະນາບາ ດ້ວຍ​ການ​ແກວ່ງ​ກ້ອນຫີນ​ໃສ່.


ຈາກ​ທີ່​ນັ້ນ ພວກເຮົາ​ໄດ້​ເດີນທາງ​ໄປ​ເຖິງ​ເມືອງ​ຟີລິບປອຍ ຊຶ່ງ​ເປັນ​ເມືອງ​ເອກ​ໃນ​ແຂວງ​ມາເກໂດເນຍ ແລະ​ທັງ​ເປັນ​ເມືອງ​ຂຶ້ນ​ຂອງ​ຊາວ​ໂຣມ. ພວກເຮົາ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ນີ້​ເປັນ​ເວລາ​ຫລາຍ​ວັນ.


ເມື່ອ​ພວກ​ນາຍ​ຂອງ​ຍິງ​ນີ້​ເຫັນ​ວ່າ ພວກ​ຕົນ​ໝົດ​ຫວັງ​ທີ່​ຈະ​ໄດ້​ເງິນ​ໂດຍ​ວິທີ​ນີ້​ແລ້ວ ພວກເຂົາ​ກໍ​ຈັບ​ໂປໂລ​ກັບ​ຊີລາ ແລະ​ລາກ​ພວກເພິ່ນ​ເຂົ້າ​ໄປ​ຫາ​ຜູ້ປົກຄອງ​ໃນ​ທີ່​ຊຸມນຸມ.


ແຕ່​ໂປໂລ​ກ່າວ​ຕໍ່​ພວກ​ເຈົ້າໜ້າທີ່​ວ່າ, “ພວກເຂົາ​ໄດ້​ຂ້ຽນ​ເຮົາ​ຜູ້​ເປັນ​ສັນຊາດ​ໂຣມ ຕໍ່ໜ້າ​ມະຫາຊົນ ກ່ອນ​ຈະ​ຕັດສິນ​ຄວາມ ແລ້ວ​ພວກເຂົາ​ກໍ​ຈັບ​ພວກເຮົາ​ຂັງ​ໄວ້​ໃນ​ຄຸກ, ມາບັດນີ້ ພວກເຂົາ​ຢາກ​ສົ່ງ​ພວກເຮົາ​ໃຫ້​ໜີໄປ​ຢ່າງ​ປິດ​ລັບ​ຊັ້ນບໍ? ເຮັດ​ຢ່າງ​ນີ້​ບໍ່ໄດ້ ພວກ​ຜູ້ປົກຄອງ​ຕ້ອງ​ມາ​ທີ່​ນີ້ ແລະ​ໃຫ້​ພວກເຂົາ​ເອງ​ພາ​ພວກເຮົາ​ອອກ​ໄປ.”


ໂປໂລ ແລະ ຊີລາ​ໄດ້​ຜ່ານ​ເມືອງ​ອຳຟີໂປລີ ແລະ ອາໂປໂລນີ ແລະ​ເດີນທາງ​ມາ​ຮອດ​ເມືອງ​ເທສະໂລນິກ ຊຶ່ງ​ໃນ​ທີ່​ນີ້​ມີ​ທຳມະສາລາ​ຂອງ​ຊາວ​ຢິວ.


ດັ່ງນັ້ນ ເພິ່ນ​ຈຶ່ງ​ໂຕ້ຕອບ​ພວກ​ຢິວ ແລະ​ຄົນຕ່າງຊາດ​ໃນ​ທຳມະສາລາ ທີ່​ນະມັດສະການ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ເພິ່ນ​ພົບ ທຸກ​ວັນ​ຕາມ​ທີ່​ສາທາ​ລະນະ.


ເປັນ​ເວລາ​ສາມ​ເດືອນ ທີ່​ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ​ກ່າວ​ກັບ​ປະຊາຊົນ​ດ້ວຍ​ໃຈ​ກ້າຫານ ເພິ່ນ​ປະກາດ​ເຖິງ​ອານາຈັກ​ຂອງ​ພຣະເຈົ້າ ແລະ​ຊັກຊວນ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ບັນດາ​ສະມາຊິກ​ຂອງ​ສະພາ​ສູງສຸດ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ເມື່ອ​ເຫັນ​ເປໂຕ​ກັບ​ໂຢຮັນ​ມີ​ຄວາມ​ກ້າຫານ​ເຊັ່ນນີ້ ແລະ​ຮູ້​ວ່າ​ທ່ານ​ທັງສອງ​ເປັນ​ຄົນ​ສາມັນ​ທຳມະດາ ແລະ​ຂາດ​ການ​ສຶກສາ ພວກເຂົາ​ຮູ້​ວ່າ​ທ່ານ​ທັງສອງ​ເຄີຍ​ເປັນ​ຜູ້​ໃກ້ຊິດ​ກັບ​ພຣະເຢຊູເຈົ້າ.


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


ເມື່ອ​ພາວັນນາ​ອະທິຖານ​ຈົບ​ແລ້ວ ບ່ອນ​ທີ່​ພວກເຂົາ​ປະຊຸມ​ກັນ​ນັ້ນ​ກໍ​ສະທ້ານ​ຫວັ່ນໄຫວ ທຸກຄົນ​ຕ່າງ​ກໍ​ເຕັມ​ໄປ​ດ້ວຍ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ຈຶ່ງ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ດ້ວຍ​ໃຈ​ກ້າຫານ.


ພວກ​ອັກຄະສາວົກ​ອອກ​ໄປ​ຈາກ​ສະພາ​ສູງສຸດ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ ເພາະ​ພວກເພິ່ນ​ຖື​ວ່າ ຕົນ​ເປັນ​ຜູ້​ສົມຄວນ​ທີ່​ຕ້ອງ​ຖືກ​ໝິ່ນປະໝາດ ເພາະ​ເຫັນ​ແກ່​ພຣະນາມ​ຂອງ​ພຣະເຢຊູເຈົ້າ.


ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຄົນ​ໜຶ່ງ​ຂອງ​ພຣະເຢຊູ​ຄຣິດເຈົ້າ ທີ່​ພຣະອົງ​ຊົງ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ​ໄດ້​ຊົງ​ຄັດ​ອອກ​ຕັ້ງ​ໄວ້​ໃຫ້​ປະກາດ​ຂ່າວປະເສີດ​ຂອງ​ພຣະເຈົ້າ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ຄວາມຫວັງ​ຢ່າງ​ນີ້ ພວກເຮົາ​ກໍ​ມີ​ໃຈ​ກ້າ​ຫລາຍ​ຂຶ້ນ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ອົດສາ​ສູ້​ຫລາຍ​ພຽງ​ໃດ ເພື່ອ​ພວກເຈົ້າ ເພື່ອ​ຊາວ​ເມືອງ​ລາວດີເກອາ ແລະ​ເພື່ອ​ຄົນ​ທັງປວງ​ທີ່​ຍັງ​ບໍ່ໄດ້​ເຫັນ​ໜ້າ​ເຮົາ​ເທື່ອ.


ເພາະ​ພວກເຮົາ​ໄດ້​ນຳ​ເອົາ​ຂ່າວປະເສີດ​ມາ​ເຖິງ​ພວກເຈົ້າ ບໍ່ແມ່ນ​ເປັນ​ພຽງແຕ່​ຖ້ອຍຄຳ​ເທົ່ານັ້ນ ແຕ່​ດ້ວຍ​ຣິດອຳນາດ​ຂອງ​ພຣະວິນຍານ​ບໍຣິສຸດເຈົ້າ ແລະ​ດ້ວຍ​ຄວາມ​ໝັ້ນໃຈ​ອັນ​ຄົບຖ້ວນ​ວ່າ ຂ່າວປະເສີດ​ນັ້ນ​ເປັນ​ຄວາມຈິງ ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ດຳເນີນ​ຊີວິດ​ຢ່າງ​ໃດ ເມື່ອ​ພວກເຮົາ​ຢູ່​ກັບ​ພວກເຈົ້າ ເພາະ​ເຫັນແກ່​ເຈົ້າ​ທັງຫລາຍ.


ເພາະ​ເຫດ​ນີ້​ແຫຼະ ເຮົາ​ຈຶ່ງ​ຍອມ​ທົນທຸກ​ຕໍ່​ສິ່ງ​ເຫຼົ່ານີ້ ແຕ່​ເຖິງ​ປານ​ນັ້ນ ເຮົາ​ກໍ​ບໍ່​ລະອາຍ ເພາະວ່າ​ເຮົາ​ຮູ້ຈັກ​ພຣະອົງ ຜູ້​ທີ່​ເຮົາ​ໄດ້​ເຊື່ອ​ແລະ​ໄວ້ວາງໃຈ​ນັ້ນ ແລະ​ເຮົາ​ເຊື່ອໝັ້ນ​ວ່າ​ພຣະອົງ​ຊົງ​ສາມາດ​ຮັກສາ ຊຶ່ງ​ເຮົາ​ໄດ້​ມອບ​ໄວ້​ກັບ​ພຣະອົງ ຈົນເຖິງ​ວັນ​ນັ້ນ.


ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ອົດສາ​ພະຍາຍາມ​ຢ່າງ​ສຸດ​ຄວາມ​ສາມາດ ເພື່ອ​ຂຽນ​ຈົດໝາຍ​ມາ​ເຖິງ​ພວກເຈົ້າ ກ່ຽວກັບ​ເລື່ອງ​ຄວາມ​ພົ້ນ​ທີ່​ພວກເຮົາ​ມີ​ຢູ່​ຮ່ວມ​ກັນ ເມື່ອ​ເຮົາ​ເຫັນ​ມີ​ຄວາມ​ຈຳເປັນ​ທີ່​ຈະ​ຕ້ອງ​ຂຽນ​ມາ​ເຕືອນ​ສະຕິ​ພວກເຈົ້າ ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ຊຶ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ປະຊາຊົນ​ຂອງ​ພຣະອົງ​ເທື່ອ​ດຽວ​ເປັນ​ການ​ສິ້ນສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka