Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:19 - ພຣະຄຳພີສັກສິ

19 ດ້ວຍວ່າ, ແມ່ນ​ສິ່ງໃດ​ຈະ​ເປັນ​ທີ່​ຫວັງໃຈ​ຂອງເຮົາ ຫລື​ທີ່​ຊົມຊື່ນ​ຍິນດີ ຫລື​ມົງກຸດ ອັນ​ໃຫ້​ມີ​ຄວາມ​ອວດອ້າງ ຊ້ອງ​ພຣະພັກ​ອົງ​ຣະເຢຊູເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ພຣະອົງ​ຈະ​ສະເດັດ​ມາ​ປາກົດ ບໍ່ແມ່ນ​ພວກເຈົ້າ​ດອກ​ຫລື?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

19 ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:19
35 Jak'a apnaqawi uñst'ayäwi  

ເມຍ​ທີ່​ດີ​ນຳ​ກຽດສັກສີ​ມາ​ສູ່​ຜົວ, ແຕ່​ເມຍ​ທີ່​ຊົ່ວ​ກໍ​ເປັນ​ດັ່ງ​ກະດູກ​ມີ​ມະເຮັງ.


ກະສັດ​ຢາກ​ໄດ້ຍິນ​ສົບປາກ​ທີ່​ເວົ້າ​ຄວາມຈິງ ແລະ​ເພິ່ນ​ຍິ່ງ​ພໍໃຈ​ນຳ​ຜູ້​ເວົ້າ​ເຊັ່ນນັ້ນ.


ພໍ່ເຖົ້າ​ແມ່ເຖົ້າ​ພູມໃຈ​ໃນ​ລູກຫລານ​ຂອງຕົນ ດັ່ງ​ພວກ​ລູກ​ທີ່​ພູມໃຈ​ໃນ​ຕົວ​ຜູ້​ເປັນ​ພໍ່​ແມ່.


ປັນຍາ​ຈະ​ເປັນ​ມົງກຸດ​ອັນ​ສະຫງ່າຣາສີ​ເທິງ​ຫົວ​ຂອງ​ເຈົ້າ.”


ເຈົ້າ​ຈະ​ເປັນ​ດັ່ງ​ມົງກຸດ​ອັນ​ງົດງາມ​ໃນ​ມື​ຂອງ​ພຣະເຈົ້າຢາເວ ແລະ​ເປັນ​ມົງກຸດ​ໃນ​ມື​ຂອງ​ພຣະເຈົ້າ​ຂອງ​ເຈົ້າ,


ເພາະ​ບຸດ​ມະນຸດ​ຈະ​ມາ​ປາກົດ​ດ້ວຍ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ​ຂອງ​ພຣະອົງ ພ້ອມ​ດ້ວຍ​ຝູງ​ເທວະດາ​ຂອງ​ພຣະອົງ, ເມື່ອນັ້ນ​ທ່ານ​ຈະ​ໃຫ້​ບຳເໜັດ​ແກ່​ທຸກຄົນ ຕາມ​ການ​ກະທຳ​ຂອງຕົນ.


ຖ້າ​ຜູ້ໃດ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ເຮົາ ແລະ​ໃນ​ເລື່ອງ​ຖ້ອຍຄຳ​ຂອງເຮົາ​ໃນ​ທ່າມກາງ​ຊົນຊາດ​ນີ້ ແລະ​ໃນ​ທ່າມກາງ​ຄົນ​ທີ່​ຫຼີ້ນຊູ້ ແລະ​ຄົນ​ທີ່​ມີ​ບາບກຳ ບຸດ​ມະນຸດ​ກໍ​ຈະ​ມີ​ຄວາມ​ລະອາຍ​ໃນ​ເລື່ອງ​ຄົນ​ນັ້ນ ເມື່ອ​ພຣະອົງ​ມາ​ປາກົດ​ໃນ​ສະຫງ່າຣາສີ​ແຫ່ງ​ພຣະບິດາເຈົ້າ ແລະ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ບໍຣິສຸດ.”


ພຣະເຢຊູເຈົ້າ​ຕອບ​ເພິ່ນ​ວ່າ, “ຖ້າ​ເຮົາ​ຢາກ​ໃຫ້​ລາວ​ມີ​ຊີວິດ​ຢູ່​ຈົນ​ເຮົາ​ກັບ​ມາ ຈະ​ກ່ຽວຂ້ອງ​ອັນໃດ​ກັບ​ເຈົ້າ? ສ່ວນ​ເຈົ້າ​ຈົ່ງ​ຕາມ​ເຮົາ​ມາ.”


ແຕ່​ຈະ​ເປັນ​ໄປ​ຕາມ​ລຳດັບ​ຂອງ​ແຕ່ລະຄົນ ຄື​ພຣະຄຣິດ​ເປັນ​ຜົນແລກ ຕໍ່ໄປ​ແມ່ນ​ພວກ​ທີ່​ເປັນ​ຂອງ​ພຣະຄຣິດ ໃນ​ເວລາ​ທີ່​ພຣະອົງ​ສະເດັດ​ມາ​ປາກົດ.


ເພາະສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ຄວນ​ຕັດສິນ​ຄົນ​ໃດ​ຄົນ​ໜຶ່ງ ກ່ອນ​ເຖິງ​ເວລາ​ທີ່​ໄດ້​ກຳນົດ​ໄວ້ ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ປາກົດ ພຣະອົງ​ຈະ​ຊົງ​ເປີດເຜີຍ​ຄວາມ​ລັບ​ທີ່​ເຊື່ອງ​ໄວ້​ໃນ​ຄວາມມືດ​ນັ້ນ​ໃຫ້​ແຈ່ມແຈ້ງ ແລະ​ພຣະອົງ​ຈະ​ເປີດເຜີຍ​ຄວາມ​ນຶກຄິດ​ອັນ​ເລິກລັບ​ໃນ​ໃຈ​ມະນຸດ, ເມື່ອນັ້ນ​ແຫຼະ ແຕ່ລະຄົນ​ຈະ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ ຕາມ​ທີ່​ຕົນ​ສົມຄວນ​ໄດ້​ຮັບ.


ຊຶ່ງ​ໃນ​ເວລາ​ນີ້ ພວກເຈົ້າ​ກໍ​ເຂົ້າໃຈ​ບາງສ່ວນ​ແລ້ວ ເພື່ອ​ວ່າ​ໃນ​ວັນ​ຂອງ​ອົງ​ພຣະເຢຊູເຈົ້າ​ນັ້ນ ພວກເຈົ້າ​ຈະ​ມີ​ຄວາມ​ພາກພູມ​ໃຈ​ໃນ​ພວກເຮົາ ເໝືອນ​ດັ່ງ​ທີ່​ພວກເຮົາ​ຈະ​ມີ​ຄວາມ​ເອກອ້າງ​ທະນົງໃຈ​ໃນ​ພວກເຈົ້າ​ເໝືອນກັນ.


ໂດຍ​ນຳ​ພຣະທຳ​ທີ່​ໃຫ້​ຊີວິດ​ໄປ​ສູ່​ພວກເຂົາ ຖ້າ​ເຮັດ​ດັ່ງນັ້ນ, ເຮົາ​ກໍ​ຈະ​ມີ​ເຫດຜົນ​ອວດອ້າງ​ໄດ້​ໃນ​ວັນ​ຂອງ​ພຣະຄຣິດ​ວ່າ ຄວາມ​ບາກບັ່ນ​ແລະ​ພາລະກິດ​ຂອງເຮົາ​ທັງໝົດ ບໍ່ໄດ້​ໄຮ້​ປະໂຫຍດ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ ຜູ້​ເປັນ​ທີ່​ປາຖະໜາ ເປັນ​ທີ່​ຍິນດີ ແລະ​ເປັນ​ມົງກຸດ​ຂອງເຮົາ ພວກ​ທີ່​ຮັກ​ຂອງເຮົາ​ເອີຍ ຈົ່ງ​ຕັ້ງໝັ້ນ​ຢູ່​ໃນ​ອົງພຣະ​ຜູ້​ເປັນເຈົ້າ.


ເພາະວ່າ​ເຈົ້າ​ທັງຫລາຍ​ນັ້ນ​ແຫຼະ ເປັນ​ກຽດຕິຍົດ ແລະ​ຄວາມ​ຊົມຊື່ນ​ຍິນດີ​ຂອງ​ພວກເຮົາ​ໂດຍ​ແທ້ຈິງ.


ເພື່ອ​ພຣະອົງ​ຈະ​ໄດ້​ຊົງ​ຊ່ວຍຊູ​ຈິດໃຈ​ຂອງ​ພວກເຈົ້າ ໃຫ້​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມ​ບໍຣິສຸດ ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້ ເມື່ອ​ຢູ່​ຊ້ອງໜ້າ​ພຣະເຈົ້າ ຄື​ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ເມື່ອ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ ພ້ອມ​ກັບ​ຄົນ​ທັງປວງ​ທີ່​ເປັນ​ຂອງ​ພຣະອົງ.


ໃນ​ຂໍ້​ນີ້ ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ພຣະທຳ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ ພວກເຮົາ​ຜູ້​ຍັງ​ມີ​ຊີວິດ​ຢູ່ ແລະ​ຄອຍຖ້າ​ການ​ສະເດັດ​ມາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ເຮົາ​ຈະ​ລ່ວງໜ້າ​ໄປ​ກ່ອນ​ພວກ​ຄົນ​ທີ່​ຫລັບໄປ​ແລ້ວ​ນັ້ນ​ກໍ​ບໍ່ໄດ້​ແທ້.


ຂໍ​ພຣະເຈົ້າ​ຜູ້​ໂຜດ​ໃຫ້​ສັນຕິສຸກ ຊົງ​ຊຳລະ​ພວກເຈົ້າ​ໃຫ້​ເປັນ​ຄົນ​ບໍຣິສຸດ​ຮຽບຮ້ອຍ​ໃນ​ທຸກ​ດ້ານ ແລະ​ຊົງ​ຮັກສາ​ທັງ​ຈິດ​ວິນຍານ ຈິດໃຈ ແລະ​ຮ່າງກາຍ​ຂອງ​ພວກເຮົາ ໃຫ້​ປາສະຈາກ​ຄວາມຜິດ​ໃດໆ ຈົນເຖິງ​ວັນ​ທີ່​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ສະເດັດ​ມາ​ປາກົດ.


ດ້ວຍເຫດນັ້ນ ພວກເຮົາ​ຈຶ່ງ​ເວົ້າ​ອວດ​ເຖິງ​ພວກເຈົ້າ​ໃນ​ຄຣິສຕະຈັກ​ທັງຫລາຍ​ຂອງ​ພຣະເຈົ້າ ພວກເຮົາ​ອວດ​ເຖິງ​ວິທີ​ທີ່​ພວກເຈົ້າ​ສືບຕໍ່​ອົດທົນ ແລະ​ເຊື່ອໝັ້ນ​ເມື່ອ​ຖືກ​ການ​ຂົ່ມເຫັງ ແລະ​ທົນ​ຄວາມ​ທຸກ​ໃນ​ທຸກ​ຮູບແບບ ທີ່​ພວກເຈົ້າ​ກຳລັງ​ພົບ​ຢູ່​ນັ້ນ.


ແລະ​ພຣະອົງ​ຈະ​ໃຫ້​ພວກເຈົ້າ ຜູ້​ທີ່​ຖືກ​ຄວາມ​ຍາກ​ລຳບາກ ໄດ້​ຮັບ​ຄວາມ​ບັນເທົາ​ທຸກ​ຮ່ວມ​ກັບ​ພວກເຮົາ​ດ້ວຍ. ເມື່ອ​ອົງ​ພຣະເຢຊູເຈົ້າ​ຈະ​ຊົງ​ສະເດັດ​ມາ​ປາກົດ​ຈາກ​ສະຫວັນ ໃນ​ແປວໄຟ​ອັນ​ຮ້ອນກ້າ​ພ້ອມ​ດ້ວຍ​ຝູງ​ເທວະດາ​ຕົນ​ມີ​ຣິດ​ຂອງ​ພຣະອົງ,


ພວກ​ພີ່ນ້ອງ​ເອີຍ, ເລື່ອງ​ການ​ສະເດັດ​ມາ​ປາກົດ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ແລະ​ການ​ທີ່​ພຣະອົງ​ຈະ​ເຕົ້າໂຮມ​ພວກເຮົາ​ໄປ​ເປັນ​ຂອງ​ພຣະອົງ​ນັ້ນ ເຮົາ​ຂໍຮ້ອງ​ພວກເຈົ້າ​ວ່າ,


ໃນ​ຂະນະທີ່​ພວກເຮົາ​ກຳລັງ​ລໍ​ຖ້າ​ຄວາມຫວັງ​ອັນ​ໜ້າ​ຍິນດີ ແລະ​ການ​ມາ​ປາກົດ​ຂອງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ຄື​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ ຈະ​ມາ​ປາກົດ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຈົ່ງ​ອົດທົນ​ຈົນກວ່າ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ. ຈົ່ງ​ເບິ່ງ​ຊາວ​ປູກຝັງ​ທີ່​ລໍຄອຍ​ຜົນ​ອັນ​ມີຄ່າ ທີ່​ຈະ​ໄດ້​ຮັບ​ຈາກ​ແຜ່ນດິນ ເຂົາ​ພຽນ​ຄອຍ​ຈົນກວ່າ​ມີ​ຝົນ​ຕົ້ນ​ລະດູ​ແລະ​ຝົນ​ປາຍ​ລະດູ.


ພວກເຈົ້າ​ກໍ​ຈົ່ງ​ອົດທົນ​ຢ່າງ​ນັ້ນ​ເໝືອນກັນ, ຈົ່ງ​ຕັ້ງໃຈ​ໃຫ້​ດີ ເພາະ​ໃກ້​ຈະ​ເຖິງ​ເວລາ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ສະເດັດ​ມາ​ແລ້ວ.


ແລະ​ເມື່ອ​ພຣະຜູ້ລ້ຽງ​ອົງ​ຍິ່ງໃຫຍ່​ຈະ​ສະເດັດ​ມາ​ປາກົດ ພວກເຈົ້າ​ຈະ​ໄດ້​ຮັບ​ມົງກຸດ​ອັນ​ຊົງ​ສະຫງ່າຣາສີ​ທີ່​ບໍ່ມີ​ວັນ​ເສົ້າໝອງ.


ເພາະ​ເມື່ອ​ເຮົາ​ໄດ້​ປະກາດ​ໃຫ້​ເຈົ້າ​ທັງຫລາຍ​ຮູ້​ເຖິງ​ຣິດເດດ ແລະ​ການ​ສະເດັດ​ມາ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ ພວກເຮົາ​ບໍ່ໄດ້​ກ່າວ​ຕາມ​ນິຍາຍ​ທີ່​ເຂົາ​ແຕ່ງ​ຂຶ້ນ​ດ້ວຍ​ຄວາມ​ສະຫລາດ ແຕ່​ພວກເຮົາ​ເປັນ​ພະຍານ​ຜູ້​ຮູ້​ເຫັນ​ເດຊານຸພາບ​ຂອງ​ພຣະອົງ.


ພວກເຂົາ​ຈະ​ຖາມ​ວ່າ, “ຄຳ​ທີ່​ຊົງ​ສັນຍາ​ໄວ້​ວ່າ ພຣະອົງ​ຈະ​ສະເດັດ​ມາ​ນັ້ນ​ຢູ່​ໃສ? ເພາະວ່າ​ຕັ້ງແຕ່​ບັນພະບຸລຸດ​ລ່ວງລັບ​ໄປ​ແລ້ວ ສິ່ງ​ທັງປວງ​ກໍ​ເປັນ​ຢູ່​ເໝືອນ​ເດີມ ຕັ້ງແຕ່​ເລີ່ມຕົ້ນ​ຊົງ​ສ້າງ​ໂລກ.”


ແລະ​ບັດນີ້ ລູກ​ນ້ອຍ​ທັງຫລາຍ​ເອີຍ, ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະອົງ​ເພື່ອ​ວ່າ, ເມື່ອ​ພຣະອົງ​ຊົງ​ສະເດັດ​ມາ​ປາກົດ ເຮົາ​ທັງຫລາຍ​ຈະ​ໄດ້​ມີ​ໃຈ​ກ້າ ແລະ​ບໍ່​ຫລົບ​ໜ້າ​ຈາກ​ພຣະອົງ​ດ້ວຍ​ຄວາມ​ອັບອາຍ ເມື່ອ​ພຣະອົງ​ສະເດັດ​ມາ​ນັ້ນ.


ອັນ​ໜຶ່ງ ຂໍ​ພຣະກຽດ, ພຣະ​ເດຊານຸພາບ, ພຣະ​ອານຸພາບ ແລະ​ສັກດາ​ນຸພາບ​ຈົ່ງ​ມີ​ແດ່​ພຣະອົງ ຜູ້​ທີ່​ສາມາດ​ປ້ອງກັນ​ຮັກສາ​ພວກເຈົ້າ​ໄວ້​ບໍ່​ໃຫ້​ສະດຸດ​ລົ້ມ​ລົງ ແລະ​ນຳ​ພວກເຈົ້າ​ມາ​ຢູ່​ຊ້ອງ​ພຣະພັກ​ອັນ​ສະຫງ່າຣາສີ​ຂອງ​ພຣະອົງ ຢ່າງ​ຜູ້​ທີ່​ບໍ່ມີ​ຄວາມຜິດ ແຕ່​ມີ​ຄວາມ​ຍິນດີ​ອັນ​ເຫລືອລົ້ນ.


ເບິ່ງແມ! ພຣະອົງ​ຈະ​ສະເດັດ​ມາ​ມີ​ເມກ​ເປັນ​ຂະບວນ​ແຫ່ ແລະ​ຕາ​ທຸກ​ໜ່ວຍ​ຈະ​ເຫັນ​ພຣະອົງ ແລະ​ຄົນ​ເຫຼົ່ານັ້ນ​ທີ່​ໄດ້​ແທງ​ພຣະອົງ​ຈະ​ເຫັນ​ພຣະອົງ​ເໝືອນກັນ. ມະນຸດ​ທຸກ​ຊາດ​ທົ່ວ​ໂລກ​ຈະ​ຮ້ອງໄຫ້​ຮໍ່າໄຮ​ເພາະ​ພຣະອົງ ຈະ​ເປັນ​ໄປ​ຢ່າງ​ນັ້ນ ອາແມນ.


“ເບິ່ງແມ! ເຮົາ​ຈະ​ມາ​ໃນ​ໄວໆ​ນີ້ ເຮົາ​ຈະ​ເອົາ​ບຳເໜັດ​ຂອງເຮົາ​ມາ​ນຳ ເພື່ອ​ຕອບແທນ​ຕາມ​ການ​ປະຕິບັດ​ຂອງ​ແຕ່ລະຄົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka