Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:18 - ພຣະຄຳພີສັກສິ

18 ພວກເຮົາ​ຢາກ​ກັບ​ມາ​ຫາ​ພວກເຈົ້າ ເຮົາ​ເອງ​ຄື​ໂປໂລ ພະຍາຍາມ​ທີ່​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ພວກເຮົາ​ຢາກ​ມາ​ຫາ​ພວກເຈົ້າ​ແທ້ໆ. ເຮົາ​ເອງ​ຄື​ໂປໂລ ຢາກ​ຈະ​ກັບ​ມາ​ຫາ​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແຕ່​ມານຊາຕານ​ໄດ້​ຂັດຂວາງ​ພວກເຮົາ​ໄວ້.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:18
13 Jak'a apnaqawi uñst'ayäwi  

ເຖິງ​ວ່າ​ພຣະເຈົ້າ​ເວົ້າແລ້ວ​ເວົ້າອີກ​ພຽງ​ໃດ​ກໍດີ ກໍ​ບໍ່ມີ​ຜູ້ໃດ​ໃສ່ໃຈ​ຕໍ່​ສິ່ງ​ທີ່​ພຣະອົງ​ເວົ້າ​ນັ້ນ.


ແຕ່​ພຣະເຢຊູເຈົ້າ​ຕອບ​ມັນ​ວ່າ, “ຈົ່ງ​ໜີໄປ໋ ອ້າຍ​ຊາຕານ! ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ, ‘ຈົ່ງ​ຂາບໄຫວ້​ນະມັດສະການ​ອົງພຣະ​ຜູ້​ເປັນເຈົ້າ​ພຣະເຈົ້າ​ຂອງ​ເຈົ້າ ແລະ​ປະຕິບັດ​ແຕ່​ພຣະອົງ​ຜູ້​ດຽວ.”’


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.


ນີ້​ແມ່ນ​ເຫດ​ທີ່​ໄດ້​ຂັດຂວາງ​ເຮົາ​ຕັ້ງ​ຫລາຍ​ເທື່ອ ເພື່ອ​ບໍ່​ໃຫ້​ເຮົາ​ມາ​ຫາ​ພວກເຈົ້າ.


ເຮົາ​ຂຽນ​ຂໍ້ຄວາມ​ຕໍ່ໄປນີ້​ດ້ວຍ​ມື​ຂອງເຮົາ​ເອງ ດ້ວຍ​ຄວາມ​ຄິດເຖິງ ຈາກ​ໂປໂລ.


ເມື່ອ​ເຮົາ​ຢູ່​ໃນ​ເມືອງ​ເທສະໂລນິກ ຂະນະທີ່​ເຮົາ​ມີ​ຄວາມ​ຂັດສົນ ພວກເຈົ້າ​ກໍໄດ້​ສົ່ງ​ຂອງ​ໄປ​ຊ່ວຍ​ເຮົາ​ຫລາຍກວ່າ​ໜຶ່ງ​ຄັ້ງ.


ເຮົາ​ຄື​ໂປໂລ ໄດ້​ຂຽນ​ຂໍ້​ຄວາມ​ທັງໝົດ​ນີ້ ດ້ວຍ​ມື​ຂອງເຮົາ​ເອງ, ຢ່າ​ລືມ​ວ່າ ເຮົາ​ກຳລັງ​ຖືກ​ຄຸກ​ຢູ່ ຂໍ​ໃຫ້​ພຣະຄຸນ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ເທີ້ນ.


ຄວາມ​ຄຳນັບ​ນີ້ ເປັນ​ລາຍມື​ຂອງເຮົາ​ເອງ ຄື​ໂປໂລ ລາຍເຊັນ​ໃນ​ຈົດໝາຍ​ທຸກ​ສະບັບ​ຂອງເຮົາ​ເຄີຍ​ຂຽນ​ດັ່ງນີ້ແຫລະ.


ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ.


ຢ່າ​ຊູ່​ຢ້ານ​ຄວາມ​ທຸກ​ທໍຣະມານ​ທີ່​ພວກເຈົ້າ​ກຳລັງ​ຈະ​ໄດ້​ຮັບ​ນັ້ນ. ເບິ່ງແມ! ມານຮ້າຍ​ກຳລັງ​ຈະ​ຈັບ​ພວກເຈົ້າ​ບາງຄົນ​ໃສ່​ຄຸກ ເພື່ອ​ທົດລອງ​ໃຈ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ໄດ້​ຮັບ​ຄວາມ​ທຸກ​ລຳບາກ​ໃນ​ລະຫວ່າງ​ສິບ​ວັນ ແຕ່​ເຈົ້າ​ຈົ່ງ​ມີ​ໃຈ​ສັດຊື່​ສຸດຈະຣິດ ຈົນເຖິງ​ວັນ​ຕາຍ ແລ້ວ​ເຮົາ​ຈະ​ເອົາ​ມົງກຸດ​ແຫ່ງ​ຊີວິດ​ໃຫ້​ແກ່​ເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka