Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:17 - ພຣະຄຳພີສັກສິ

17 ພີ່ນ້ອງ​ທັງຫລາຍ​ເອີຍ, ຝ່າຍ​ພວກເຮົາ ເມື່ອ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວ​ໄລຍະ​ໜຶ່ງ ກໍ​ຈາກ​ໄປ​ພຽງ​ຮ່າງກາຍ​ເທົ່ານັ້ນ ແຕ່​ບໍ່ແມ່ນ​ຈິດໃຈ. ພວກເຮົາ​ລະນຶກ​ຄິດເຖິງ​ພວກເຈົ້າ​ຫລາຍ​ທີ່ສຸດ ແລະ​ຍັງ​ພະຍາຍາມ​ຢ່າງ​ຍິ່ງ​ທີ່​ຈະ​ມາ​ເຫັນໜ້າ​ພວກເຈົ້າ​ອີກ,

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

17 ພີ່ນ້ອງ​ທັງຫລາຍ​ເອີຍ, ເມື່ອ​ພວກເຮົາ​ໄດ້​ພັດພາກ​ຈາກ​ພວກເຈົ້າ​ໄປ​ຊົ່ວໄລຍະໜຶ່ງ​ນັ້ນ (ໄປ​ແຕ່​ຮ່າງກາຍ​ສ່ວນ​ໃຈ​ຍັງ​ຢູ່) ດ້ວຍ​ຄວາມປາຖະໜາ​ຢ່າງ​ແຮງກ້າ​ທີ່​ຈະ​ພົບ​ພວກເຈົ້າ ພວກເຮົາ​ຈຶ່ງ​ພະຍາຍາມ​ເຮັດ​ທຸກ​ວິທີທາງ​ທີ່​ຈະ​ພົບ​ກັບ​ພວກເຈົ້າ​ອີກ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:17
16 Jak'a apnaqawi uñst'ayäwi  

ຂ້ອຍ​ຮູ້​ວ່າ​ເຈົ້າ​ປົບໜີ ເພາະ​ຢາກ​ກັບ​ເມືອ​ບ້ານ​ແຮງ, ແຕ່​ເປັນຫຍັງ ເຈົ້າ​ຈຶ່ງ​ເອົາ​ຮູບເຄົາຣົບ​ປະຈຳ​ຄອບຄົວ​ຂອງຂ້ອຍ​ມາ​ນຳ.”


ເພິ່ນ​ເວົ້າ​ວ່າ, “ພໍ​ແລ້ວ​ບັດນີ້! ໂຢເຊັບ​ລູກຊາຍ​ຂອງຂ້ອຍ​ຍັງ​ມີ​ຊີວິດ​ຢູ່ ຂ້ອຍ​ຕ້ອງ​ໄປ​ພົບ​ລາວ​ກ່ອນ​ທີ່​ຂ້ອຍ​ຈະ​ຕາຍ.”


ຢາໂຄບ​ກ່າວ​ແກ່​ໂຢເຊັບ​ວ່າ, “ພໍ່​ບໍ່ເຄີຍ​ຄິດ​ເລີຍ​ວ່າ​ຈະ​ໄດ້​ເຫັນ​ເຈົ້າ​ອີກ, ແຕ່​ບັດນີ້ ພຣະເຈົ້າ​ໃຫ້​ພໍ່​ໄດ້​ເຫັນ​ຮອດ​ລູກ​ຂອງ​ເຈົ້າ.”


ແຕ່​ເມື່ອ​ເພິ່ນ​ທຸເລົາ​ໃນ​ເລື່ອງ​ການຕາຍ​ຂອງ​ອຳໂນນ​ແລ້ວ ເພິ່ນ​ຈຶ່ງ​ຄິດຮອດ​ອັບຊາໂລມ​ຫລາຍ​ທີ່ສຸດ.


ແຕ່​ເພິ່ນ​ກ່າວ​ຕໍ່​ລາວ​ວ່າ, “ເມື່ອ​ຊາຍ​ຄົນ​ນັ້ນ​ລົງ​ແຕ່​ລົດມ້າ​ມາ​ຫາ​ເຈົ້າ ຈິດວິນຍານ​ຂອງຂ້ອຍ​ບໍ່ໄດ້​ຢູ່​ໃນ​ບ່ອນ​ນັ້ນ​ຊັ້ນບໍ? ນີ້​ບໍ່ແມ່ນ​ເວລາ​ຮັບ​ເອົາ​ເງິນ ແລະ​ເຄື່ອງນຸ່ງ, ສວນ​ໝາກກອກເທດ ແລະ​ສວນອະງຸ່ນ, ແກະ​ແລະ​ງົວ ຫລື​ຄົນ​ຮັບໃຊ້.


ຂ້າແດ່​ພຣະເຈົ້າ ພຣະອົງ​ເປັນ​ພຣະເຈົ້າ​ຂອງ​ຂ້ານ້ອຍ ຈິດວິນຍານ​ຂອງ​ຂ້ານ້ອຍ​ຫິວກະຫາຍ​ຫາ​ພຣະອົງ ດັ່ງ​ດິນ​ແຫ້ງແລ້ງ​ທີ່​ຂາດ​ນໍ້າ​ລໍ່ລ້ຽງ​ສັນໃດ ເນື້ອໜັງ​ຂອງ​ຂ້ານ້ອຍ​ກໍ​ຫິວກະຫາຍ​ຫາ​ພຣະອົງ​ສັນນັ້ນ.


ເພາະ​ເມື່ອ​ເຈົ້າ​ກັບ​ໂຈດ​ໄປ​ຫາ​ຜູ້ປົກຄອງ ຈົ່ງ​ພະຍາຍາມ​ຫາ​ຊ່ອງທາງ​ປອງດອງ​ກັນ ເມື່ອ​ຍັງ​ຢູ່​ກາງ​ທາງ ຢ້ານ​ວ່າ ໂຈດ​ຈະ​ລາກ​ເຈົ້າ​ເຂົ້າ​ໄປ​ຫາ​ຕຸລາການ ແລະ​ຕຸລາການ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລ້ວ​ເຈົ້າໜ້າທີ່​ຈະ​ຂັງ​ເຈົ້າ​ໄວ້​ໃນ​ຄຸກ.


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ມີ​ຄວາມ​ປາຖະໜາ​ຢ່າງ​ເຕັມໃຈ ທີ່​ຈະ​ກິນ​ອາຫານ​ປັດສະຄາ​ນີ້​ກັບ​ພວກເຈົ້າ ກ່ອນ​ເຮົາ​ຈະ​ທົນທຸກ​ທໍລະມານ


ພໍ​ເຖິງ​ກາງຄືນ​ໃນ​ວັນ​ດຽວກັນ​ນັ້ນ ຄົນ​ທີ່​ເຊື່ອ​ກໍ​ສົ່ງ​ໂປໂລ ແລະ ຊີລາ​ໄປ​ທີ່​ເມືອງ​ເບເຣຍ, ເມື່ອ​ມາ​ຮອດ ພວກເພິ່ນ​ກໍ​ເຂົ້າ​ໄປ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ ເຮົາ​ໄດ້​ຕັ້ງໃຈ​ຫລາຍ​ເທື່ອ​ແລ້ວ​ວ່າ​ຈະ​ມາ​ຢາມ​ພວກເຈົ້າ ເພື່ອ​ຈະ​ໄດ້​ຮັບ​ຜົນ​ບາງ​ຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນ​ດັ່ງ​ໄດ້​ຮັບ​ຜົນ​ໃນ​ທ່າມກາງ​ຊາວ​ຕ່າງ​ປະເທດ​ແລ້ວ ແຕ່​ຈົນເຖິງ​ບັດນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່.


ແຕ່​ດຽວ​ນີ້​ເຮົາ​ໄດ້​ສຳເລັດ​ພາລະກິດ​ຂອງເຮົາ​ໃນ​ເຂດ​ເຫຼົ່ານີ້​ແລ້ວ ແລະ​ເຮົາ​ປາຖະໜາ​ຫລາຍ​ປີ​ແລ້ວ ທີ່​ຈະ​ມາ​ຫາ​ພວກເຈົ້າ,


ເຖິງ​ແມ່ນ​ວ່າ ເຮົາ​ບໍ່ໄດ້​ຢູ່​ກັບ​ພວກເຈົ້າ​ທາງ​ກາຍ, ແຕ່​ທາງ​ໃຈ​ຂອງເຮົາ​ກໍ​ຢູ່​ກັບ​ພວກເຈົ້າ ເຮົາ​ໄດ້​ຕັດສິນ​ລົງໂທດ​ຜູ້​ທີ່​ປະພຶດ​ຜິດ​ຢ່າງ​ນັ້ນ ເໝືອນ​ດັ່ງ​ເຮົາ​ຢູ່​ທ່າມກາງ​ພວກເຈົ້າ.


ເພາະ​ເຖິງ​ແມ່ນ​ຕົວ​ຂອງເຮົາ​ບໍ່​ຢູ່​ນຳ​ເຈົ້າ​ທັງຫລາຍ ແຕ່​ຈິດໃຈ​ຂອງ​ພວກເຮົາ​ກໍ​ຢູ່​ນຳ​ພວກເຈົ້າ ແລະ​ມີ​ຄວາມ​ຊົມຊື່ນ​ຍິນດີ​ທີ່​ໄດ້​ເຫັນ​ພວກເຈົ້າ​ພາກັນ​ຢູ່​ຢ່າງ​ຮຽບຮ້ອຍ ແລະ​ເຫັນ​ຄວາມເຊື່ອ​ອັນ​ໝັ້ນຄົງ​ຂອງ​ເຈົ້າ​ທັງຫລາຍ​ໃນ​ພຣະຄຣິດ.


ບັດນີ້ ຕີໂມທຽວ​ໄດ້​ກັບ​ມາ​ແລ້ວ ແລະ​ເພິ່ນ​ໄດ້​ນຳ​ຂ່າວ​ດີ ກ່ຽວກັບ​ຄວາມເຊື່ອ​ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ມາ​ຫາ​ພວກເຮົາ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ ພວກເຈົ້າ​ໄດ້​ຄິດເຖິງ​ພວກເຮົາ​ຢ່າງດີ​ຢູ່​ສະເໝີ ແລະ​ທັງ​ບອກ​ວ່າ ພວກເຈົ້າ​ກໍ​ຢາກ​ເຫັນ​ໜ້າ​ພວກເຮົາ​ຫລາຍ ເໝືອນ​ດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka