Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 2:11 - ພຣະຄຳພີສັກສິ

11 ພວກເຈົ້າ​ຮູ້​ວ່າ, ພວກເຮົາ​ໄດ້​ປະພຶດ​ກັບ​ພວກເຈົ້າ​ແຕ່ລະຄົນ ເໝືອນ​ດັ່ງ​ພໍ່​ກັບ​ລູກໆ​ຂອງຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,

Uka jalj uñjjattʼäta Copia luraña




1 ເທສະໂລນິກ 2:11
40 Jak'a apnaqawi uñst'ayäwi  

ກະສັດ​ດາວິດ​ໄດ້​ສັ່ງ​ໂຊໂລໂມນ​ລູກຊາຍ​ຂອງ​ເພິ່ນ​ວ່າ, “ຈົ່ງ​ເດັດດ່ຽວ ແລະ​ກ້າຫານ. ຈົ່ງ​ລົງມື​ເຮັດ​ວຽກ ແລະ​ຢ່າ​ໃຫ້​ມີ​ສິ່ງໃດສິ່ງໜຶ່ງ​ຂັດຂວາງ​ເຈົ້າ​ເລີຍ. ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ບົວລະບັດ​ຮັບໃຊ້​ນັ້ນ​ຈະ​ສະຖິດ​ຢູ່​ນຳ​ເຈົ້າ. ພຣະອົງ​ຈະ​ບໍ່​ປະຖິ້ມ​ເຈົ້າ​ແຕ່​ພຣະອົງ​ຈະ​ຢູ່​ນຳ​ເຈົ້າ ຈົນກວ່າ​ເຈົ້າ​ຈະ​ກໍ່ສ້າງ​ວິຫານ​ຂອງ​ພຣະເຈົ້າຢາເວ​ສຳເລັດ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ຈົ່ງ​ຟັງ​ເອົາ​ເຖີດ​ລູກຫລານ​ຂອງຂ້ອຍ​ເອີຍ ຂ້ອຍ​ຈະ​ແອບສອນ​ໃຫ້​ເຈົ້າ​ຢ້ານຢຳ​ພຣະເຈົ້າຢາເວ.


ລູກ​ເອີຍ ເມື່ອ​ຄົນບາບ​ລໍ້ລວງ​ເຈົ້າ​ຢ່າ​ສູ່​ຍອມ​ເຮັດ​ຕາມ​ພວກເຂົາ.


ລູກ​ເອີຍ ເຈົ້າ​ຢ່າ​ຍ່າງ​ໄປ​ກັບ​ຄົນ​ຢ່າງນັ້ນ ຈົ່ງ​ຫລີກ​ໜີ​ຈາກ​ພວກເຂົາ.


ລູກ​ເອີຍ ຈົ່ງ​ຮໍ່າຮຽນ​ເອົາ​ສິ່ງ​ທີ່​ພໍ່​ບອກສອນ ແລະ​ຢ່າ​ລືມ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ປະພຶດ.


ລູກ​ເອີຍ ຢ່າ​ລືມໄລ​ສິ່ງ​ທີ່​ພໍ່​ບອກສອນ ຈົ່ງ​ຈື່ຈຳ​ໃສ່ໃຈ​ສະເໝີ​ສິ່ງ​ທີ່​ພໍ່​ບອກ​ໃຫ້​ປະພຶດ.


ລູກ​ເອີຍ ເຈົ້າ​ໄດ້​ສັນຍາ​ຮັບຜິດຊອບ​ຕໍ່​ໜີ້ສິນ​ຂອງ​ຄົນອື່ນ​ບໍ?


ລູກ​ເອີຍ ຈົ່ງ​ຈື່ຈຳ​ສິ່ງ​ທີ່​ພໍ່​ບອກສອນ ແລະ​ຢ່າ​ລືມໄລ​ສິ່ງ​ທີ່​ພໍ່​ບອກ​ເຈົ້າ​ໃຫ້​ປະພຶດ.


ພວກ​ລູກໆ​ເອີຍ ບັດນີ້​ຈົ່ງ​ຟັງ​ພໍ່​ເທີ້ນ ຈົ່ງ​ເອົາໃຈໃສ່​ຕໍ່​ຄຳ​ທີ່​ພໍ່​ບອກສອນ.


ໃຫ້​ລາວ​ຢືນ​ຢູ່​ຕໍ່ໜ້າ​ປະໂຣຫິດ​ເອເລອາຊາ ແລະ ຊຸມຊົນ​ທັງໝົດ ແລະ​ໃນ​ທີ່ນັ້ນ​ຈົ່ງ​ປະກາດ​ແຕ່ງຕັ້ງ​ລາວ​ຕໍ່ໜ້າ​ພວກເຂົາ​ໃຫ້​ເປັນ​ຜູ້​ສືບທອດ​ຕຳແໜ່ງ​ແທນ​ເຈົ້າ.


ເພາະ​ຢູ່​ໃນ​ທີ່ນັ້ນ ຂ້ານ້ອຍ​ຍັງ​ມີ​ອ້າຍນ້ອງ​ຫ້າ​ຄົນ ໃຫ້​ລາວ​ໄປ​ຕັກເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ມາ ໃນ​ບ່ອນ​ທົນທຸກ​ທໍລະມານ​ຢ່າງ​ນີ້​ເໝືອນກັນ.’


ເມື່ອ​ຜ່ານ​ຂົງເຂດ​ຕ່າງໆ​ໃນ​ແຂວງ​ນີ້​ໄປ ເພິ່ນ​ກໍ​ກ່າວ​ຄຳ​ໜູນໃຈ​ຫລາຍ​ປະການ​ແກ່​ບັນດາ​ຄົນ​ທີ່​ເຊື່ອ ແລ້ວ​ເພິ່ນ​ກໍ​ເດີນທາງ​ມາ​ເຖິງ​ປະເທດ​ກຣີກ


ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ຢືນຢັນ ແລະ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ທັງຫລາຍ​ຢ່າ​ດຳເນີນ​ຊີວິດ​ຕາມ​ຢ່າງ​ຄົນຕ່າງຊາດ​ທີ່​ເຂົາ​ດຳເນີນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປະໂຫຍດ​ບໍ່ໄດ້.


ເຈົ້າ​ຈົ່ງ​ແນະນຳ​ໂຢຊວຍ​ແລະ​ໃຫ້​ກຳລັງໃຈ​ລາວ ໃຫ້​ເດັດດ່ຽວ​ກ້າຫານ​ຫລາຍ​ຍິ່ງ​ຂຶ້ນ ເພາະ​ລາວ​ຈະ​ຕ້ອງ​ເປັນ​ຜູ້​ນຳພາ​ປະຊາຊົນ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເຈົ້າ​ເຫັນ​ຢູ່​ນີ້.’


ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ບອກ​ໂມເຊ​ວ່າ, “ເຈົ້າ​ຈະ​ມີ​ຊີວິດ​ຢູ່​ອີກ​ບໍ່​ດົນ. ຈົ່ງ​ເອີ້ນ​ໂຢຊວຍ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ​ເພື່ອ​ວ່າ​ເຮົາ​ຈະ​ໄດ້​ແນະນຳ​ລາວ.” ໂມເຊ​ແລະ​ໂຢຊວຍ​ກໍໄດ້​ພາກັນ​ໄປ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ.


ເຖິງ​ແມ່ນ​ວ່າ ເຮົາ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ ແລະ​ມີ​ສິດ​ຮຽກຮ້ອງ​ໄດ້ ແຕ່​ພວກເຮົາ​ໄດ້​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ດ້ວຍ​ໃຈ​ສຸພາບ​ອ່ອນໂຍນ ເໝືອນ​ດັ່ງ​ແມ່​ທີ່​ລ້ຽງ​ລູກ​ອ່ອນນ້ອຍ​ຂອງຕົນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ທ້າຍສຸດ​ນີ້ ພວກເຮົາ​ວອນຂໍ ແລະ​ເຕືອນ​ສະຕິ​ພວກເຈົ້າ​ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູເຈົ້າ​ວ່າ ພວກເຈົ້າ​ໄດ້​ຮຽນ​ຮູ້​ຈາກ​ເຮົາ​ແລ້ວ​ວ່າ ຈຳເປັນ​ຕ້ອງ​ດຳເນີນ​ຊີວິດ​ຢ່າງ​ໃດ ຈຶ່ງ​ຈະ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ເໝືອນ​ດັ່ງ​ພວກເຈົ້າ​ກຳລັງ​ປະຕິບັດ​ຢູ່​ແລ້ວ ກໍ​ຈົ່ງ​ປະຕິບັດ​ດັ່ງນັ້ນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ເພາະສະນັ້ນ ຈົ່ງ​ຊູ​ກຳລັງ​ໃຈ​ຊຶ່ງກັນແລະກັນ ແລະ​ຈົ່ງ​ຊ່ວຍເຫລືອ​ກັນ​ໃຫ້​ຈະເລີນ​ຂຶ້ນ ຕາມ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.


ພວກເຈົ້າ​ຈື່​ໄດ້​ບໍ? ເມື່ອ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ນັ້ນ ເຮົາ​ກໍ​ເຄີຍ​ບອກ​ສິ່ງ​ເຫຼົ່ານີ້​ທັງໝົດ​ແກ່​ພວກເຈົ້າ​ແລ້ວ.


ໃນ​ພຣະນາມ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ ພວກເຮົາ​ສັ່ງ​ແລະ​ເຕືອນ​ສະຕິ​ຄົນ​ຢ່າງ​ນັ້ນ​ວ່າ ໃຫ້​ດຳເນີນ​ຊີວິດ​ຢ່າງ​ມີ​ລະບຽບ ແລະ​ໃຫ້​ເຮັດ​ວຽກງານ​ເພື່ອ​ລ້ຽງຊີບ​ຕົນເອງ.


ເຮົາ​ສັ່ງ​ເຈົ້າ​ຕໍ່​ພຣະພັກ​ພຣະເຈົ້າ ແລະ ພຣະຄຣິດເຈົ້າ​ເຢຊູ ແລະ ຝູງ​ເທວະດາ​ທີ່​ຊົງ​ເລືອກ​ໄວ້​ແລ້ວ​ນັ້ນ ໃຫ້​ເຈົ້າ​ຮັກສາ​ລະບຽບ​ເຫຼົ່ານີ້​ໄວ້ ໂດຍ​ບໍ່​ເຫັນ​ແກ່​ໜ້າ​ຜູ້ໃດ ແລະ​ບໍ່​ເຮັດ​ການ​ໃດໆ​ດ້ວຍ​ໃຈ​ລຳອຽງ.


ຈົ່ງ​ສັ່ງ​ແມ່ໝ້າຍ​ໃຫ້​ສຳນຶກ​ເຖິງ​ຄຳແນະນຳ​ເຫຼົ່ານັ້ນ ເພື່ອ​ວ່າ​ນາງ​ຈະ​ບໍ່​ຖືກ​ຕິຕຽນ.


ເຮົາ​ສັ່ງ​ເຈົ້າ​ຕໍ່ໜ້າ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ສິ່ງ​ທັງປວງ​ມີ​ຊີວິດ ແລະ​ຕໍ່ໜ້າ​ພຣະຄຣິດເຈົ້າ​ເຢຊູ​ຜູ້​ໄດ້​ຊົງ​ເປັນ​ພະຍານ ເຖິງ​ຄຳ​ປະຕິຍານ​ອັນ​ດີ​ຕໍ່ໜ້າ​ປົນທຽວ​ປີລາດ


ຈົ່ງ​ສັ່ງ​ເນັ້ນ​ຄົນ​ທີ່​ຮັ່ງມີ​ສີສຸກ​ຝ່າຍ​ວັດຖຸ​ສິ່ງ​ຂອງ​ແຫ່ງ​ໂລກນີ້ ຢ່າ​ໃຫ້​ເຂົາ​ເປັນ​ຄົນ​ອວດອົ່ງ​ທະນົງ​ຕົວ ຢ່າ​ໃຫ້​ເຂົາ​ມອບ​ຄວາມຫວັງ​ໄວ້​ໃນ​ສິ່ງ​ອະນິຈັງ, ແຕ່​ມອບ​ໄວ້​ໃນ​ພຣະເຈົ້າ ອົງ​ຊົງ​ໂຜດ​ໃຫ້​ສັບພະທຸກສິ່ງ​ຢ່າງ​ບໍຣິບູນ​ແກ່​ເຮົາ​ທັງຫລາຍ ເພື່ອ​ຈະ​ໃຫ້​ພວກເຮົາ​ໃຊ້​ດ້ວຍ​ຄວາມ​ປິຕິ​ຍິນດີ.


ສ່ວນ​ບັນດາ​ທາດຮັບໃຊ້ ທີ່​ມີ​ນາຍ​ເປັນ​ຄຣິສຕຽນ ກໍ​ຢ່າ​ລົດ​ຄວາມນັບຖື ຍ້ອນ​ວ່າ​ນາຍ​ນັ້ນ​ເປັນ​ພີ່ນ້ອງ​ຄຣິສຕຽນ​ດ້ວຍ​ກັນ ແຕ່​ໃຫ້​ພວກເຂົາ​ຮັບໃຊ້​ນາຍ​ນັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ ເພາະ​ເຫດ​ວ່າ ນາຍ​ຜູ້​ຮັບ​ປະໂຫຍດ​ຈາກ​ວຽກງານ​ຂອງ​ພວກເຂົາ​ນັ້ນ ກໍ​ເປັນ​ຄົນ​ທີ່​ເຊື່ອ​ແລະ​ເປັນ​ທີ່ຮັກ​ຂອງ​ພວກເຂົາ. ເຈົ້າ​ຕ້ອງ​ສັ່ງສອນ ແລະ​ເທດສະໜາ​ຂໍ້​ຄວາມ​ເຫຼົ່ານີ້.


ຂໍ້​ຄວາມ​ຂ້າງ​ເທິງ​ນີ້ ເຈົ້າ​ຈົ່ງ​ໃຊ້​ວ່າ​ກ່າວ, ຕັກເຕືອນ ແລະ​ບອກສອນ​ພວກເຂົາ​ຢ່າງ​ໜັກແໜ້ນ ຢ່າ​ໃຫ້​ຜູ້ໃດ​ໝິ່ນປະໝາດ​ເຈົ້າ​ໄດ້.


ໃນທຳນອງ​ດຽວກັນ ຈົ່ງ​ຕັກເຕືອນ​ພວກ​ຊາຍ​ໜຸ່ມ​ໃຫ້​ເປັນ​ຄົນ​ມີ​ສະຕິ​ອັນ​ດີ​ຮອບຄອບ.


ບັນດາ​ທາດຮັບໃຊ້ ຕ້ອງ​ຍອມ​ອ່ອນນ້ອມ​ເຊື່ອຟັງ​ຕໍ່​ນາຍ​ຂອງຕົນ ແລະ​ໃຫ້​ເຮັດ​ຖືກ​ໃຈ​ນາຍ​ໃນ​ທຸກສິ່ງ ແລະ​ບໍ່​ໃຫ້​ເປັນ​ຄົນ​ຖຽງຄວາມ,


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃຫ້​ອົດທົນ​ຟັງ​ຖ້ອຍຄຳ​ທີ່​ໜູນ​ນໍ້າໃຈ​ນີ້. ດ້ວຍວ່າ, ຈົດໝາຍ​ທີ່​ເຮົາ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ນັ້ນ​ກໍ​ບໍ່​ຍາວ.


ບໍ່ມີ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫລາຍ​ໄປ​ກວ່າ​ທີ່​ໄດ້ຍິນ​ວ່າ, ບັນດາ​ລູກ​ຂອງເຮົາ​ໄດ້​ປະຕິບັດ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka