1 ເທສະໂລນິກ 1:9 - ພຣະຄຳພີສັກສິ9 ຄົນທັງໝົດເຫຼົ່ານັ້ນ ຕ່າງກໍເວົ້າເຖິງພວກເຈົ້າວ່າ ພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ ເມື່ອພວກເຮົາມາຢ້ຽມຢາມພວກເຈົ້າ ແລະພວກເຂົາເວົ້າວ່າ, ພວກເຈົ້າໄດ້ຫັນໜີຈາກຮູບເຄົາຣົບມາຫາພຣະເຈົ້າຢ່າງໃດ ເພື່ອບົວລະບັດຮັບໃຊ້ພຣະເຈົ້າອົງທ່ຽງແທ້ແລະຊົງຊີວິດຢູ່, Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່9 ເພາະພວກເຂົາເອງໄດ້ເວົ້າເຖິງພວກເຈົ້າວ່າພວກເຈົ້າໄດ້ຕ້ອນຮັບພວກເຮົາຢ່າງໃດ. ພວກເຂົາຍັງບອກອີກວ່າພວກເຈົ້າໄດ້ຫັນໜີຈາກຮູບເຄົາລົບມາຫາພຣະເຈົ້າ ເພື່ອຮັບໃຊ້ພຣະເຈົ້າອົງທ່ຽງແທ້ ແລະ ຜູ້ມີຊີວິດຢູ່, Uka jalj uñjjattʼäta |
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”
ຂ້າແດ່ພຣະເຈົ້າຢາເວ ພຣະອົງແມ່ນຜູ້ທີ່ປົກປ້ອງຄຸ້ມຄອງຂອງຂ້ານ້ອຍ ແລະໃຫ້ກຳລັງວັງຊາແກ່ຂ້ານ້ອຍ; ພຣະອົງໄດ້ຊ່ວຍຂ້ານ້ອຍໃນຍາມເດືອດຮ້ອນ. ຊົນຊາດທັງຫລາຍຈະມາຫາພຣະອົງຈາກສົ້ນສຸດແຜ່ນດິນໂລກ ແລະກ່າວວ່າ, “ບັນພະບຸລຸດຂອງພວກຂ້ານ້ອຍບໍ່ມີຫຍັງເລີຍ; ມີແຕ່ພະປອມເທົ່ານັ້ນຄືຮູບເຄົາຣົບທັງຫລາຍທີ່ບໍ່ມີປະໂຫຍດ.
ນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດທົ່ວໂລກ ຈາກທິດຕາເວັນອອກເຖິງທິດຕາເວັນຕົກ. ໃນທຸກທີ່ທຸກບ່ອນມີຄົນເຜົາເຄື່ອງຫອມຖວາຍແກ່ນາມຊື່ຂອງເຮົາ ແລະໄດ້ນຳເຄື່ອງບູຊາທີ່ບໍຣິສຸດມາຖວາຍແກ່ນາມຊື່ຂອງເຮົາ. ເພາະນາມຊື່ຂອງເຮົາເປັນທີ່ຍິ່ງໃຫຍ່ໃນທ່າມກາງບັນດາປະຊາຊາດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
“ທ່ານທັງຫລາຍເອີຍ ເປັນຫຍັງຈຶ່ງເຮັດເຊັ່ນນີ້? ພວກເຮົາທັງສອງກໍເປັນມະນຸດຢ່າງດຽວກັນກັບພວກທ່ານ ແລະມາປະກາດຂ່າວປະເສີດໃຫ້ພວກທ່ານກັບໃຈຈາກສິ່ງອັນບໍ່ມີປະໂຫຍດເຫຼົ່ານີ້ ແລະຫັນມາຫາພຣະເຈົ້າອົງຊົງຊີວິດຢູ່ ຄືອົງທີ່ໄດ້ສ້າງສະຫວັນ, ແຜ່ນດິນໂລກ, ນໍ້າທະເລ ແລະສັບພະທຸກສິ່ງ ຊຶ່ງຢູ່ໃນທີ່ນັ້ນ.