1 ເທສະໂລນິກ 1:8 - ພຣະຄຳພີສັກສິ8 ເພາະວ່າພຣະຄຳຂອງອົງພຣະຜູ້ເປັນເຈົ້າ ໄດ້ອອກຈາກພວກເຈົ້າຊ່າລືກ້ອງໄປ ບໍ່ແມ່ນແຕ່ໃນແຂວງມາເກໂດເນຍ ແລະ ແຂວງອະຂາຢາເທົ່ານັ້ນ ແຕ່ຂ່າວແຫ່ງຄວາມເຊື່ອພຣະເຈົ້າຂອງພວກເຈົ້ານັ້ນ ໄດ້ຊ່າລືໄປທົ່ວທຸກແຫ່ງຫົນ ຈົນພວກເຮົາບໍ່ຈຳເປັນຈະຕ້ອງເວົ້າອັນໃດອີກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່8 ພຣະຄຳຂອງອົງພຣະຜູ້ເປັນເຈົ້າໄດ້ດັງອອກຈາກພວກເຈົ້າໄປ ບໍ່ແມ່ນແຕ່ຢູ່ໃນແຂວງມາເກໂດເນຍ ແລະ ໃນແຂວງອະຂາຢາເທົ່ານັ້ນ ຄວາມເຊື່ອໃນພຣະເຈົ້າຂອງພວກເຈົ້າກໍໄດ້ກາຍເປັນທີ່ຮູ້ຈັກໄປທົ່ວທຸກຫົນທຸກແຫ່ງ. ເຫດສະນັ້ນ ພວກເຮົາຈຶ່ງບໍ່ຈໍາເປັນຕ້ອງເວົ້າຫຍັງກ່ຽວກັບເລື່ອງນີ້ອີກ, Uka jalj uñjjattʼäta |
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”
ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.