Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:4 - ພຣະຄຳພີສັກສິ

4 ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮູ້​ວ່າ​ພຣະເຈົ້າ​ຮັກ​ພວກເຈົ້າ ແລະ​ໄດ້​ເລືອກ​ເອົາ​ພວກເຈົ້າ​ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

4 ພີ່ນ້ອງ​ທັງຫລາຍ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ​ເອີຍ, ພວກເຮົາ​ຮູ້​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ພວກເຈົ້າ,

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:4
14 Jak'a apnaqawi uñst'ayäwi  

ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ພຣະທຳ​ໂຮເສອາ​ວ່າ, “ເຮົາ​ຈະ​ເອີ້ນ​ເຂົາ​ເຫຼົ່ານັ້ນ​ວ່າ ‘ເປັນ​ພົນລະເມືອງ​ຂອງເຮົາ.’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ ພົນລະເມືອງ​ຂອງເຮົາ ແລະ​ເຮົາ​ຈະ​ເອີ້ນ​ວ່າ, ‘ພວກ​ທີ່ຮັກ​ຂອງເຮົາ’ ຊຶ່ງ​ເມື່ອ​ກ່ອນ​ບໍ່ໄດ້​ເປັນ​ທີ່ຮັກ.”


ໃນ​ພຣະຄຣິດ​ນັ້ນ ພຣະອົງ​ໄດ້​ຊົງ​ເລືອກ​ພວກເຮົາ​ໄວ້ ຕັ້ງແຕ່​ກ່ອນ​ທີ່​ຈະ​ຊົງ​ວາງ​ຮາກ​ສ້າງ​ໂລກ ເພື່ອ​ເຮົາ​ທັງຫລາຍ​ຈະ​ບໍຣິສຸດ​ໂດຍ​ບໍ່ມີ​ຂໍ້​ຕິຕຽນ​ໄດ້​ຕໍ່​ພຣະພັກ​ພຣະອົງ.


ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.


ໂດຍ​ບໍ່ໄດ້​ຢຸດຢັ້ງ​ໃນ​ການ​ລະນຶກເຖິງ​ກິດຈະການ​ຂອງ​ເຈົ້າ​ທັງຫລາຍ ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ​ກັບ​ທັງ​ການງານ​ອັນ​ໜັກໜ່ວງ ທີ່​ພວກເຈົ້າ​ຍອມ​ເຮັດ​ຍ້ອນ​ຄວາມຮັກ ແລະ​ຄວາມ​ໝັ່ນພຽນ ອັນ​ມີ​ມາ​ຈາກ​ຄວາມ​ໄວ້ວາງໃຈ​ໃນ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ.


ພວກ​ພີ່ນ້ອງ ຜູ້​ທີ່​ເປັນ​ທີ່ຮັກ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ທຸກ​ເວລາ ເພາະວ່າ​ພຣະເຈົ້າ​ຊົງ​ເລືອກ​ພວກເຈົ້າ​ໄວ້​ຕັ້ງແຕ່​ຕົ້ນເດີມ ເພື່ອ​ໂຜດ​ໃຫ້​ພົ້ນ​ໂດຍ​ຣິດອຳນາດ​ຂອງ​ພຣະວິນຍານ ອົງ​ທີ່​ເຮັດ​ໃຫ້​ພວກເຈົ້າ​ເປັນ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະອົງ ແລະ​ໂດຍ​ພວກເຈົ້າ​ເຊື່ອ​ໃນ​ຄວາມຈິງ.


ຄື​ຜູ້​ທີ່​ພຣະເຈົ້າ ພຣະບິດາເຈົ້າ​ໄດ້​ຊົງ​ເລືອກ​ໄວ້​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ຊົງ​ຮູ້​ລ່ວງໜ້າ​ໄວ້​ກ່ອນ ເພື່ອ​ພຣະວິນຍານ​ຈະ​ຊົງ​ຊຳລະ​ໃຫ້​ບໍຣິສຸດ ຈະ​ໃຫ້​ນົບ​ນ້ອມ​ເຊື່ອຟັງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຈະ​ໃຫ້​ຮັບ​ການ​ຊຳລະ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ. ຂໍ​ພຣະຄຸນ ແລະ​ສັນຕິສຸກ​ຈົ່ງ​ບັງເກີດ​ທະວີຄູນ​ແກ່​ເຈົ້າ​ທັງຫລາຍ​ເທີ້ນ.


ເພາະ​ສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ, ຈົ່ງ​ອົດສາ​ພະຍາຍາມ​ຫລາຍກວ່າ​ເກົ່າ ເຮັດ​ໃຫ້​ຕົນເອງ​ເປັນ​ໄປ​ຕາມ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ແລະ​ຊົງ​ເລືອກ​ໄວ້​ນັ້ນ. ເພາະວ່າ ຖ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມ​ລົງ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka