Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ເທສະໂລນິກ 1:2 - ພຣະຄຳພີສັກສິ

2 ພວກເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພວກເຈົ້າ​ທຸກຄົນ ແລະ​ພວກເຮົາ​ກໍ​ລະນຶກເຖິງ​ພວກເຈົ້າ​ທຸກ​ເທື່ອ ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ພວກເຮົາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ທຸກຄົນ ແລະ ກ່າວ​ເຖິງ​ພວກເຈົ້າ​ໃນ​ຄຳອະທິຖານ​ຂອງ​ພວກເຮົາ​ຢ່າງ​ຕໍ່ເນື່ອງ.

Uka jalj uñjjattʼäta Copia luraña




1 ເທສະໂລນິກ 1:2
10 Jak'a apnaqawi uñst'ayäwi  

ແຕ່​ຈົ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເມື່ອ​ກ່ອນ​ພວກເຈົ້າ​ໄດ້​ເປັນ​ທາດ​ຂອງ​ຄວາມ​ບາບ, ແຕ່​ບັດນີ້​ພວກເຈົ້າ​ໄດ້​ເຊື່ອຟັງ​ຫລັກ​ຄຳ​ສອນ​ນັ້ນ ຊຶ່ງ​ຊົງ​ໃຫ້​ຄອບຄອງ​ພວກເຈົ້າ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ສຳລັບ​ພຣະຄຸນ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ພວກເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ເມື່ອ​ພວກເຮົາ​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ນັ້ນ ພວກເຮົາ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ພວກເຮົາ​ຢູ່​ສະເໝີ.


ດ້ວຍເຫດນີ້ ພວກເຮົາ​ຈຶ່ງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ໂດຍ​ບໍ່​ຢຸດຢັ້ງ ເພາະ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ໄດ້ຍິນ​ຈາກ​ພວກເຮົາ​ນັ້ນ ບໍ່​ເໝືອນ​ເປັນ​ຂໍ້​ຄວາມ​ຂອງ​ມະນຸດ, ແຕ່​ເປັນຈິງ ຄື​ເປັນ​ພຣະຄຳ​ຂອງ​ພຣະເຈົ້າ ທີ່​ດຳເນີນ​ງານ​ຢູ່​ພາຍ​ໃນ​ເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ເຮົາ​ຈະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ເພາະ​ເຈົ້າ​ທັງຫລາຍ​ຢ່າງ​ໃດ​ອີກ ຈຶ່ງ​ຈະ​ເໝາະສົມ​ກັບ​ຄວາມ​ຊົມຊື່ນ​ຍິນດີ​ທັງໝົດ​ທີ່​ເຮົາ​ມີ​ໃນ​ພວກເຈົ້າ ຢູ່​ຊ້ອງ​ພຣະພັກ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ.


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຕ້ອງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ຕະຫລອດ​ເວລາ ກ່ຽວກັບ​ເລື່ອງ​ພວກເຈົ້າ ຊຶ່ງ​ເປັນ​ສິ່ງ​ທີ່​ສົມຄວນ​ສຳລັບ​ພວກເຮົາ ເພາະ​ຄວາມເຊື່ອ​ຂອງ​ພວກເຈົ້າ​ຈະເລີນ​ຫລາຍ​ຂຶ້ນ ແລະ​ຄວາມຮັກ​ຂອງ​ພວກເຈົ້າ​ທຸກຄົນ​ທີ່​ມີ​ແກ່​ກັນແລະກັນ ກໍ​ທະວີ​ຂຶ້ນ​ຫລາຍກວ່າ​ເກົ່າ.


ຟີເລໂມນ​ເອີຍ ທຸກ​ເທື່ອ​ທີ່​ເຮົາ​ພາວັນນາ​ອະທິຖານ ເຮົາ​ກໍ​ລະນຶກເຖິງ​ເຈົ້າ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຂອງເຮົາ​ຢູ່​ສະເໝີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka