Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 9:9 - ພຣະຄຳພີສັກສິ

9-11 ໂຊນ​ຈຶ່ງ​ເວົ້າ​ວ່າ, “ເປັນ​ຄວາມ​ຄິດ​ທີ່​ດີ ໃຫ້​ພວກເຮົາ​ພາກັນ​ໄປ​ເທາະ.” ດັ່ງນັ້ນ ພວກເຂົາ​ຈຶ່ງ​ໄປ​ບ່ອນ​ທີ່​ຄົນ​ຂອງ​ພຣະເຈົ້າ​ຢູ່. ໃນ​ຂະນະທີ່​ຍ່າງ​ຂຶ້ນ​ເນີນພູ​ເຂົ້າ​ໄປ​ໃນ​ເມືອງ​ນັ້ນ ພວກເຂົາ​ໄດ້​ພົບ​ຍິງສາວ​ບາງຄົນ​ທີ່​ອອກ​ມາ​ຕັກ​ນໍ້າ ຈຶ່ງ​ສອບ​ຖາມ​ຍິງສາວ​ນັ້ນ​ວ່າ, “ໝໍ​ດູ​ຢູ່​ເມືອງ​ນີ້​ບໍ?” (ໃນ​ເວລາ​ນັ້ນ​ຄົນ​ເອີ້ນ​ຜູ້ທຳນວາຍ​ວ່າ ໝໍ​ດູ; ດັ່ງນັ້ນ ຖ້າ​ມີ​ຄົນ​ໃດ​ຢາກ​ຖາມ​ພຣະເຈົ້າ ເຂົາ​ຕ້ອງ​ເວົ້າ​ວ່າ, “ພວກເຮົາ​ໄປ​ຫາ​ໝໍ​ດູ​ກັນ​ເທາະ.”)

Uka jalj uñjjattʼäta Copia luraña




1 ຊາມູເອນ 9:9
16 Jak'a apnaqawi uñst'ayäwi  

ເມື່ອ​ນາງ​ຖືພາ​ຢູ່​ນັ້ນ ລູກ​ຝາແຝດ​ກໍ​ບຽດກັນ​ຢູ່​ໃນ​ທ້ອງ. ນາງ​ເລີຍ​ເວົ້າ​ວ່າ “ຖ້າ​ເປັນ​ເຊັ່ນນີ້ ເປັນຫຍັງ​ຂ້ອຍ​ຈຶ່ງ​ຢາກ​ມີ​ລູກ?” ດັ່ງນັ້ນ ນາງ​ຈຶ່ງ​ພາວັນນາ​ອະທິຖານ​ຖາມ​ພຣະເຈົ້າຢາເວ​ກ່ຽວກັບ​ເລື່ອງ​ນີ້.


ຕໍ່ມາ ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ກາດ​ຜູ້ທຳນວາຍ​ປະຈຳຕົວ​ຂອງ​ກະສັດ​ດາວິດ​ວ່າ, “ຈົ່ງ​ໄປ​ບອກ​ດາວິດ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ໃຫ້​ລາວ​ເລືອກ​ເອົາ​ຢ່າງໜຶ່ງ​ໃນ​ສາມຢ່າງ ແລະ​ເຮົາ​ຈະ​ເຮັດ​ຕາມ​ທີ່​ລາວ​ໄດ້​ເລືອກເອົາ​ນັ້ນ.” ດັ່ງນັ້ນ ໃນ​ເຊົ້າ​ຂອງ​ວັນ​ຕໍ່ມາ ຫລັງຈາກ​ກະສັດ​ດາວິດ​ຕື່ນ​ແຕ່​ນອນ​ແລ້ວ


ພຣະເຈົ້າຢາເວ​ໄດ້​ສົ່ງ​ພວກ​ຜູ້ທຳນວາຍ ແລະ​ຜູ້​ທີ່​ໄດ້​ຮັບ​ນິມິດ​ໃຫ້​ໄປ​ເຕືອນ​ຊາວ​ອິດສະຣາເອນ​ກັບ​ຊາວ​ຢູດາ​ວ່າ, “ຈົ່ງ​ປະຖິ້ມ​ຄວາມ​ປະພຶດ​ຊົ່ວ​ຂອງ​ພວກເຈົ້າ ແລະ​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງເຮົາ ຊຶ່ງ​ມີ​ຢູ່​ໃນ​ກົດບັນຍັດ​ທີ່​ເຮົາ​ໄດ້​ໃຫ້​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ ແລະ​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງເຮົາ.”


ແລ້ວ​ພຣະເຈົ້າຢາເວ​ກໍ​ບອກ​ກາດ ຜູ້ທຳນວາຍ​ປະຈຳ​ກະສັດ​ດາວິດ​ວ່າ,


ເຊໂລມິດ​ກັບ​ຄອບຄົວ​ຂອງ​ລາວ​ເປັນ​ຜູ້​ເບິ່ງແຍງ​ທຸກສິ່ງ ທີ່​ໄດ້​ອຸທິດຖວາຍ​ເພື່ອ​ໃຊ້​ໃນ​ພຣະວິຫານ ລວມ​ທັງ​ເຄື່ອງ​ຖວາຍ ຊຶ່ງ​ຜູ້ທຳນວາຍ​ຊາມູເອນ, ກະສັດ​ໂຊນ​ລູກຊາຍ​ຂອງ​ກີເຊ, ອັບເນ​ລູກຊາຍ​ຂອງ​ເນຣະ ແລະ​ໂຢອາບ​ລູກຊາຍ​ຂອງ​ນາງ​ເຊຣູອີຢາ ໄດ້​ນຳ​ມາ​ຖວາຍ.


ປະຫວັດ​ຂອງ​ກະສັດ​ດາວິດ ແຕ່ຕົ້ນ​ຈົນ​ຈົບ​ແມ່ນ​ໄດ້​ຖືກ​ບັນທຶກ​ໄວ້ ໃນ​ບົດ​ບັນທຶກ​ຂອງ​ຜູ້ທຳນວາຍ​ສາມ​ຄົນ ດັ່ງນີ້: ຊາມູເອນ, ນາທານ ແລະ​ກາດ.


ຜູ້​ທີ່​ໄດ້​ຖືກ​ເລືອກ​ໃຫ້​ເຝົ້າຍາມ​ປະຕູ​ເຂົ້າ​ແລະ​ທາງເຂົ້າ​ມີ​ສອງຮ້ອຍ​ສິບສອງ​ຄົນ. ພວກເຂົາ​ໄດ້​ຖືກ​ຈົດ​ຊື່​ເຂົ້າ​ບັນຊີ​ຕາມ​ບ້ານ​ຕ່າງໆ​ທີ່​ພວກເຂົາ​ໄດ້​ອາໄສ​ຢູ່. ແມ່ນ​ກະສັດ​ດາວິດ​ແລະ​ຜູ້ທຳນວາຍ​ຊາມູເອນ ທີ່​ໄດ້​ໃຫ້​ບັນພະບຸລຸດ​ຂອງ​ພວກເຂົາ​ຮັບ​ໜ້າທີ່​ນີ້.


ເລື່ອງ​ນີ້​ໄດ້​ເຮັດ​ໃຫ້​ອາສາ​ໂກດຮ້າຍ​ຜູ້ທຳນວາຍ​ຫລາຍ ຈົນ​ເພິ່ນ​ຈັບ​ລາວ​ໄປ​ຂັງ​ຄຸກ​ໄວ້. ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍ​ຂົ່ມເຫັງ​ປະຊາຊົນ​ບາງຄົນ​ຢ່າງ​ທາລຸນ.


ໃນຄັ້ງນັ້ນ ຜູ້ທຳນວາຍ​ຮານານີ​ໄດ້​ໄປ​ພົບ​ກະສັດ​ອາສາ ແລະ​ກ່າວ​ວ່າ, “ຍ້ອນ​ທ່ານ​ໄດ້​ເພິ່ງ​ກະສັດ​ແຫ່ງ​ຊີເຣຍ ແທນ​ທີ່​ຈະ​ເພິ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ ອົງ​ທີ່​ເຮັດ​ໃຫ້​ກອງທັບ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ຖອຍ​ໜີໄປ​ຈາກ​ທ່ານ.


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ງ້ວງນອນ ພ້ອມ​ທີ່​ຈະ​ລົ້ມລົງ​ນອນ​ຢ່າງ​ຫລັບ​ສະໜິດ. ພວກ​ຜູ້ທຳນວາຍ​ຄວນ​ຈະ​ເປັນ​ສາຍຕາ​ໃຫ້​ແກ່​ປະຊາຊົນ ແຕ່​ພຣະເຈົ້າ​ໄດ້​ອັດຕາ​ຂອງ​ພວກເຂົາ​ໄວ້​ສາ​ແລ້ວ.


ພວກເຂົາ​ບອກ​ພວກ​ຜູ້ທຳນວາຍ​ໃຫ້​ມິດງຽບ. ພວກເຂົາ​ເວົ້າ​ວ່າ, “ຢ່າ​ເວົ້າ​ສິ່ງ​ທີ່​ຖືກຕ້ອງ​ສູ່​ພວກເຮົາ​ຟັງ​ເລີຍ. ຈົ່ງ​ບອກ​ສິ່ງ​ທີ່​ພວກເຮົາ​ຢາກ​ຟັງ. ໃຫ້​ພວກເຮົາ​ຢຶດຖື​ສິ່ງ​ທີ່​ລວງຕາ​ລວງໃຈ​ໄວ້​ສາ.


ແລ້ວ​ອາມາຊີຢາ​ກໍ​ກ່າວ​ຕໍ່​ອາໂມດ​ວ່າ, “ທ່ານ​ຜູ້ທຳນວາຍ​ເອີຍ ພໍ​ແລ້ວ ຈົ່ງ​ກັບຄືນ​ເມືອ​ຢູດາຍ ຫາ​ລ້ຽງຊີບ​ດ້ວຍ​ການ​ທຳນວາຍ​ຢູ່​ໃນ​ທີ່ນັ້ນ​ສາ.


ຖ້າ​ອະໄວຍະວະ​ທັງໝົດ​ໃນ​ຮ່າງກາຍເປັນ​ຕາ ການ​ໄດ້ຍິນ​ຈະ​ຢູ່​ໃສ? ຖ້າ​ຮ່າງກາຍ​ທັງໝົດ​ເປັນ​ຫູ ການ​ດົມ​ກິ່ນ​ຈະ​ຢູ່​ໃສ?


ຫລັງຈາກ​ທີ່​ໂຢຊວຍ​ໄດ້​ຕາຍໄປ​ແລ້ວ ຊາວ​ອິດສະຣາເອນ​ກໍໄດ້​ຖາມ​ພຣະເຈົ້າຢາເວ​ວ່າ, “ໃນ​ພວກ​ຂ້ານ້ອຍ ແມ່ນ​ເຜົ່າໃດ​ທີ່​ຈະ​ເປັນ​ພວກ​ທຳອິດ​ໄປ​ໂຈມຕີ​ພວກ​ການາອານ​ກ່ອນ?”


ພວກເຂົາ​ຈຶ່ງ​ເວົ້າ​ກັບ​ຊາຍໜຸ່ມ​ຊາວ​ເລວີ​ວ່າ, “ກະລຸນາ​ຖາມ​ພຣະເຈົ້າ​ໃຫ້​ແດ່​ວ່າ ການ​ເດີນທາງ​ຂອງ​ພວກເຮົາ​ໃນຄັ້ງນີ້​ຈະ​ສຳເລັດຜົນ​ຫລື​ບໍ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka