Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 9:6 - ພຣະຄຳພີສັກສິ

6 ຄົນ​ຮັບໃຊ້​ຈຶ່ງ​ຕອບ​ວ່າ, “ໃຫ້​ພວກເຮົາ​ລໍຖ້າ​ກ່ອນ ໃນ​ເມືອງ​ນີ້​ມີ​ຄົນ​ຂອງ​ພຣະເຈົ້າ​ຜູ້ໜຶ່ງ ໜ້າ​ເຄົາຣົບ​ແລະ​ນັບຖື​ທີ່ສຸດ ເພາະ​ທຸກສິ່ງ​ທີ່​ເພິ່ນ​ເວົ້າ​ລ້ວນແຕ່​ເປັນ​ຄວາມຈິງ. ໃຫ້​ພວກເຮົາ​ໄປ​ຫາ​ເພິ່ນ​ເທາະ! ບາງທີ​ເພິ່ນ​ອາດ​ບອກ​ພວກເຮົາ​ວ່າ​ລໍ​ຂອງ​ພວກເຮົາ​ຢູ່​ບ່ອນ​ໃດ​ກໍໄດ້?”

Uka jalj uñjjattʼäta Copia luraña




1 ຊາມູເອນ 9:6
16 Jak'a apnaqawi uñst'ayäwi  

ເມື່ອ​ເດີນທາງ​ມາ​ຮອດ​ນໍ້າສ້າງ​ໃນ​ມື້ນີ້ ຂ້ອຍ​ຈຶ່ງ​ພາວັນນາ​ອະທິຖານ​ວ່າ, ‘ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ​ນາຍ​ຂອງ​ຂ້ານ້ອຍ ໂຜດ​ໃຫ້​ຂ້ານ້ອຍ​ເຮັດ​ສຳເລັດ​ໜ້າທີ່​ດ້ວຍ.


ກະສັດ​ດາວິດ​ກ່າວ​ແກ່​ຊາດົກ​ຕໍ່ໄປ​ວ່າ, “ເບິ່ງດູ ຈົ່ງ​ພາ​ອາຮີມາອາດ​ລູກຊາຍ​ຂອງທ່ານ ແລະ​ໂຢນາທານ​ລູກຊາຍ​ຂອງ​ອາບີອາທາ ກັບເມືອ​ໃນເມືອງ​ຢ່າງ​ສະຫງົບສຸກ​ເທີ້ນ.


ຍັງ​ມີ​ຄົນ​ຂອງ​ພຣະເຈົ້າ​ຄົນ​ໜຶ່ງ​ຈາກ​ຢູດາຍ ທີ່​ໄດ້​ຮັບ​ຖ້ອຍຄຳ​ຈາກ​ພຣະເຈົ້າຢາເວ​ໃຫ້​ໄປ​ທີ່​ເມືອງ​ເບັດເອນ. ເພິ່ນ​ໄດ້​ມາ​ຮອດ​ບ່ອນ​ນັ້ນ​ໃນ​ຂະນະທີ່​ກະສັດ​ເຢໂຣໂບອາມ ກຳລັງ​ຢືນ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນ.


ເມື່ອ​ຜູ້ທຳນວາຍ​ເອລີຊາ​ໄດ້ຍິນ​ເຖິງ​ເຫດການ​ທີ່​ເກີດຂຶ້ນ​ກັບ​ກະສັດ ເພິ່ນ​ຈຶ່ງ​ສົ່ງ​ຂ່າວ​ໄປ​ເຖິງ​ກະສັດ​ວ່າ, “ເປັນຫຍັງ​ທ່ານ​ຈຶ່ງ​ເປັນທຸກໃຈ​ແທ້? ຈົ່ງ​ສົ່ງ​ຊາຍ​ຄົນ​ນັ້ນ​ມາ​ຫາ​ຂ້ານ້ອຍ ແລະ​ຂ້ານ້ອຍ​ຈະ​ແນະນຳ​ລາວ​ໃຫ້​ຮູ້​ວ່າ ຢູ່​ທີ່​ອານາຈັກ​ອິດສະຣາເອນ​ນີ້​ມີ​ຜູ້ທຳນວາຍ​ຄົນ​ໜຶ່ງ.”


ຄົນ​ຂອງ​ພຣະເຈົ້າ​ຖາມ​ວ່າ, “ມັນ​ຕົກ​ຢູ່​ບ່ອນ​ໃດ?” ຊາຍ​ຄົນ​ນັ້ນ​ໄດ້​ຊີ້​ໃຫ້​ເພິ່ນ​ເບິ່ງ​ບ່ອນ​ຫົວຂວານ​ຕົກ, ແລ້ວ​ເພິ່ນ​ກໍ​ຕັດ​ເອົາ​ໄມ້​ທ່ອນ​ໜຶ່ງ​ຖິ້ມ​ລົງ​ໄປ​ໃນ​ນໍ້າ ແລະ​ເຮັດ​ໃຫ້​ຫົວຂວານ​ນັ້ນ​ຟູ​ຂຶ້ນ​ມາ.


ຜູ້​ທີ່​ຢຳເກງ​ພຣະເຈົ້າຢາເວ​ກໍ​ຈະ​ໄດ້​ຮໍ່າຮຽນ​ຈາກ​ພຣະອົງ ໃຫ້​ຮູ້​ທາງ​ທີ່​ພວກຕົນ​ຈະ​ປະພຶດ.


ແຕ່​ເມື່ອ​ຜູ້ຮັບໃຊ້​ຂອງເຮົາ​ເວົ້າ​ລ່ວງໜ້າ​ອອກ​ໄປ ເມື່ອ​ເຮົາ​ສົ່ງ​ຜູ້ນຳຂ່າວ​ມາ​ບອກ​ແຜນການ​ຂອງເຮົາ​ນັ້ນ. ເຮົາ​ກໍໄດ້​ໃຫ້​ຄຳເວົ້າ​ທັງ​ແຜນການ​ກາຍເປັນຈິງ ເຮົາ​ບອກ​ນະຄອນ​ເຢຣູຊາເລັມ​ວ່າ​ປະຊາຊົນ​ຈະ​ຢູ່​ທີ່​ນັ້ນ​ອີກ ບອກ​ຊາວ​ຢູດາ​ວ່າ​ເມືອງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ໝົດ ທີ່​ຮົກຮ້າງ​ເພພັງ​ຈະ​ຖືກ​ສ້າງ​ຂຶ້ນ​ໃໝ່​ທັງນັ້ນ.


ຟ້າ​ແລະ​ດິນ​ກໍ​ຈະ​ລ່ວງພົ້ນ​ໄປ, ແຕ່​ຖ້ອຍຄຳ​ຂອງເຮົາ​ຈະ​ບໍ່​ລ່ວງພົ້ນ​ໄປ​ຈັກເທື່ອ.”


ຕໍ່ໄປນີ້ ແມ່ນ​ຄຳອວຍພອນ​ທີ່​ໂມເຊ​ຄົນ​ຂອງ​ພຣະເຈົ້າ ໄດ້​ກ່າວ​ໃຫ້​ປະຊາຊົນ​ອິດສະຣາເອນ​ກ່ອນ​ເພິ່ນ​ຈະ​ຕາຍ.


ພວກເຈົ້າ​ເປັນ​ພະຍານ​ໃຫ້​ພວກເຮົາ​ໄດ້ ແລະ​ພຣະເຈົ້າ​ກໍ​ເຊັ່ນດຽວ​ກັນ​ວ່າ, ຄວາມ​ປະພຶດ​ຂອງ​ພວກເຮົາ​ຕໍ່​ພວກເຈົ້າ​ຜູ້​ທີ່​ເຊື່ອ​ນັ້ນ ແມ່ນ​ບໍຣິສຸດ, ຖືກຕ້ອງ, ທ່ຽງທຳ ແລະ​ປາສະຈາກ​ຄວາມຜິດ.


ຈົ່ງ​ນັບຖື​ແລະ​ຮັກ​ພວກເຂົາ​ຢ່າງ​ຫລາຍ​ທີ່ສຸດ ເນື່ອງ​ຈາກ​ການງານ​ທີ່​ພວກເຂົາ​ເຮັດ​ຢູ່​ນັ້ນ ຈົ່ງ​ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ສະຫງົບສຸກ.


ແຕ່​ເຈົ້າ ຜູ້​ເປັນ​ຄົນ​ຂອງ​ພຣະເຈົ້າ ຈົ່ງ​ຫລີກ​ເວັ້ນ​ຈາກ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ເສຍ. ຈົ່ງ​ໃຫ້​ໃຈ​ຂອງ​ເຈົ້າ​ຈົດຈໍ່​ຢູ່​ທີ່​ຄວາມ​ຊອບທຳ ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ ຄວາມເຊື່ອ ຄວາມຮັກ ຄວາມ​ໝັ່ນພຽນ ແລະ​ຄວາມ​ອ່ອນສຸພາບ.


ມີ​ຄົນຂອງ​ພຣະເຈົ້າ​ຜູ້ໜຶ່ງ​ໄດ້ມາຫາ​ເອລີ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້​ວ່າ, ‘ໃນ​ຄາວ​ທີ່​ອາໂຣນ ບັນພະບຸລຸດ​ຂອງ​ເຈົ້າ​ພ້ອມ​ກັບ​ຄອບຄົວ​ຂອງ​ລາວ​ໄດ້​ຕົກ​ເປັນ​ທາດຮັບໃຊ້​ຂອງ​ກະສັດ​ເອຢິບ​ນັ້ນ ເຮົາ​ໄດ້​ປາກົດ​ໃຫ້​ລາວ​ເຫັນ.


ຄົນ​ຮັບໃຊ້​ຕອບ​ວ່າ, “ຂ້ອຍ​ມີ​ເງິນ​ຢູ່​ຫລຽນ​ໜຶ່ງ​ພໍ​ທີ່​ຈະ​ໃຫ້​ຄົນ​ຂອງ​ພຣະເຈົ້າ​ໄດ້ ແລ້ວ​ໃຫ້​ເພິ່ນ​ບອກ​ທາງ​ແກ່​ພວກເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka