25 ດັ່ງນັ້ນ ໂຊນຈຶ່ງຮັບປະທານອາຫານຮ່ວມກັບ ຊາມູເອນໃນມື້ນັ້ນ. ເມື່ອພວກເຂົາລົງມາຈາກບ່ອນນະມັດສະການ ແລະກັບຄືນເຂົ້າໄປໃນເມືອງແລ້ວ ພວກເຂົາກໍຈັດທີ່ນອນໃຫ້ໂຊນ ຢູ່ເທິງຫລັງຄາພຽງ,
ໃນຕອນຂ້ອນບ່າຍວັນໜຶ່ງ ກະສັດດາວິດຕື່ນຂຶ້ນຈາກນອນ ແລະຂຶ້ນໄປເທິງຫລັງຄາພຽງຂອງຣາຊວັງ. ໃນຂະນະທີ່ເພິ່ນຍ່າງໄປມານັ້ນ ເພິ່ນເລີຍຫລຽວເຫັນຍິງຄົນໜຶ່ງກຳລັງອາບນໍ້າ. ນາງເປັນຄົນງາມຫລາຍ.
ດັ່ງນັ້ນ ປະຊາຊົນຈຶ່ງອອກໄປເອົາງ່າໄມ້ມາເຮັດຕູບຢູ່ ຕາມຫລັງຄາພຽງເທິງເຮືອນຂອງພວກເຂົາ, ຕາມເດີ່ນຫຍ້າ, ຕາມເດີ່ນຂອງວິຫານຂອງພຣະເຈົ້າ ແລະຕາມສີ່ແຍກໃນກາງເມືອງໃກ້ປະຕູນໍ້າ ແລະໃກ້ປະຕູຂອງເອຟຣາອິມ.
ເຮືອນຢູ່ໃນນະຄອນເຢຣູຊາເລັມ, ຫໍໂຮງຕ່າງໆຂອງກະສັດແຫ່ງຢູດາຍ ແລະບ້ານເຮືອນຂອງທຸກຄົນທີ່ເຜົາເຄື່ອງຫອມບູຊາຕາເວັນ, ເດືອນ, ດວງດາວ ແລະຖອກເຫຼົ້າອະງຸ່ນຖວາຍໃຫ້ບັນດາພະອື່ນ ຈະເປັນມົນທິນດັ່ງໂຕເຟັດ.”
ສິ່ງທີ່ເຮົາກ່າວແກ່ພວກເຈົ້າໃນທີ່ມືດພວກເຈົ້າຈົ່ງກ່າວໃນທີ່ແຈ້ງ ແລະສິ່ງໃດທີ່ພວກເຈົ້າໄດ້ຍິນສຽງຊິ່ມເປັນທາງສ່ວນຕົວ ພວກເຈົ້າຈົ່ງປະກາດເທິງຫລັງຄາເຮືອນ.
ຜູ້ທີ່ຢູ່ເທິງຫລັງຄາເຮືອນຂອງຕົນ ບໍ່ຕ້ອງລົງມາເກັບເອົາສິ່ງຂອງອອກໄປ.
ເມື່ອຫາທາງເຂົ້າບໍ່ໄດ້ເພາະມີຄົນຫລາຍ ພວກເຂົາຈຶ່ງຂຶ້ນໄປທີ່ເທິງຫລັງຄາເຮືອນ ແລະຢ່ອນຄົນເປ້ຍກັບທັງບ່ອນນອນ ລົງຕາມປ່ອງດິນຂໍຕໍ່ໜ້າພຣະເຢຊູເຈົ້າ ທ່າມກາງປະຊາຊົນ.
ຕອນທ່ຽງວັນໃນວັນຕໍ່ມາ ເມື່ອພວກເຂົາເດີນທາງມາ ແລະໃກ້ຈະຮອດເມືອງຢົບປານັ້ນ ເປໂຕໄດ້ຂຶ້ນໄປເທິງຫລັງຄາພຽງ ເພື່ອພາວັນນາອະທິຖານ.
ເມື່ອພວກເຈົ້າສ້າງເຮືອນໃໝ່ໃຫ້ເຮັດຂອບເທິງຫລັງຄາເຮືອນໄວ້. ແລ້ວພວກເຈົ້າຈະບໍ່ຕ້ອງຮັບຜິດຊອບ ຖ້າຜູ້ໃດຜູ້ໜຶ່ງຕົກລົງຕາຍ.
ແລະລາວກໍນອນຢູ່ທີ່ນັ້ນ. ແຕ່ເຊົ້າໆ ຊາມູເອນເອີ້ນໃສ່ໂຊນທີ່ເທິງຫລັງຄາພຽງວ່າ, “ຕື່ນຂຶ້ນແມ ຂ້ອຍຈະສົ່ງເຈົ້າຄືນເມືອ.” ແລ້ວໂຊນກໍຕື່ນຂຶ້ນແລະມຸ່ງໜ້າໄປສູ່ຖະໜົນໃຫຍ່ກັບ ຊາມູເອນ.