22 ແລ້ວຊາມູເອນກໍນຳໂຊນແລະຄົນຮັບໃຊ້ຂອງລາວ ເຂົ້າໄປໃນຫ້ອງໃຫຍ່ຫ້ອງໜຶ່ງ ແລະໃຫ້ທັງສອງນັ່ງຢູ່ສົ້ນໂຕະ ບ່ອນທີ່ມີແຂກຖືກເຊີນມານັ່ງຢູ່ກ່ອນແລ້ວປະມານສາມສິບຄົນ.
ເຂົາໄດ້ຈັດແຈ່ງໂຕະໃຫ້ໂຢເຊັບກິນຜູ້ດຽວຕ່າງຫາກ ແລະຈັດແຈ່ງໃຫ້ພວກອ້າຍນ້ອງຂອງໂຢເຊັບກິນໂຕະໜຶ່ງຕ່າງຫາກ. ຊາວເອຢິບຜູ້ທີ່ມາຮ່ວມນຳນັ້ນ ເຂົາໄດ້ຈັດໃຫ້ກິນໂຕະໜຶ່ງອີກຕ່າງຫາກ ເພາະເຂົາຖືວ່າມັນເປັນການອັບອາຍຂາຍໜ້າ ທີ່ຈະກິນເຂົ້າຮ່ວມໂຕະກັບຊາວເຮັບເຣີ.
ແຕ່ເມື່ອມີຄົນເຊີນເຈົ້າໄປໃນງານ ຈົ່ງໄປນັ່ງບ່ອນຕໍ່າທີ່ສຸດ ເພື່ອວ່າເມື່ອເຈົ້າພາບມາແລ້ວ ເຂົາຈະເວົ້າກັບເຈົ້າວ່າ, ‘ສະຫາຍເອີຍ ເຊີນໄປນັ່ງບ່ອນສູງກວ່າ.’ ແລ້ວເຈົ້າກໍຈະໄດ້ຮັບກຽດ ຕໍ່ໜ້າບັນດາແຂກທຸກຄົນ ທີ່ໄດ້ຖືກເຊີນມານັ້ນ.
ໂຊນຕອບວ່າ, “ຂ້ານ້ອຍຢູ່ໃນເຜົ່າເບັນຢາມິນ ຊຶ່ງເປັນເຜົ່ານ້ອຍທີ່ສຸດໃນຊາດອິດສະຣາເອນ ແລະຄອບຄົວຂອງຂ້ານ້ອຍກໍມີຄວາມສຳຄັນໜ້ອຍກວ່າໝູ່ໃນເຜົ່ານີ້. ແລ້ວເປັນຫຍັງທ່ານຈຶ່ງເວົ້າເຊັ່ນນີ້ກັບຂ້ານ້ອຍ?”
ຊາມູເອນເວົ້າກັບຄົນຄົວກິນວ່າ, “ຈົ່ງເອົາຕ່ອນຊີ້ນທີ່ຂ້ອຍບອກເຈົ້າໃຫ້ແຍກອອກໄວ້ຕ່າງຫາກນັ້ນມາ.”