Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 9:15 - ພຣະຄຳພີສັກສິ

15 ມື້ນີ້ ກ່ອນ​ໂຊນ​ມາ​ຮອດ ພຣະເຈົ້າຢາເວ​ໄດ້​ບອກ​ຊາມູເອນ​ວ່າ,

Uka jalj uñjjattʼäta Copia luraña




1 ຊາມູເອນ 9:15
13 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ດ້ວຍວ່າ, ພຣະອົງ​ໄດ້​ເປີດເຜີຍ​ເລື່ອງ​ທັງໝົດ​ນີ້​ໃຫ້​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ພຣະອົງ​ໄດ້​ຮູ້ ແລະ​ໄດ້​ບອກ​ຂ້ານ້ອຍ​ວ່າ​ພຣະອົງ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ຂ້ານ້ອຍ​ເປັນ​ກະສັດ, ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ກ້າ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ເຊັ່ນນີ້.


ພຣະອົງ​ເຮັດ​ໃຫ້​ພວກເຂົາ​ຟັງ​ຖ້ອຍຄຳ​ຂອງ​ພຣະອົງ ພວກເຂົາ​ກໍ​ຢ້ານກົວ​ຈົນ​ງົງ​ໃນ​ຄຳເຕືອນ​ຂອງ​ພຣະເຈົ້າ.


ພຣະເຈົ້າຢາເວ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຢຳເກງ​ພຣະອົງ ແລະ​ໃຫ້​ພັນທະສັນຍາ​ຍືນຍົງ​ຢູ່​ກັບ​ເຂົາເຈົ້າ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ​ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.


ເພາະວ່າ​ໃນ​ຄືນ​ນີ້​ເອງ​ເທວະດາ​ຂອງ​ພຣະເຈົ້າ ອົງ​ເປັນ​ເຈົ້າຂອງ​ຂອງເຮົາ ແລະ​ອົງ​ທີ່​ເຮົາ​ນະມັດສະການ​ນັ້ນ ໄດ້​ມາ​ຢືນ​ຢູ່​ໃກ້​ເຮົາ


ຕໍ່ມາ ຊາມູເອນ​ໄດ້​ກ່າວ​ແກ່​ໂຊນ​ວ່າ, “ຂ້ອຍ​ເປັນ​ຜູ້​ທີ່​ພຣະເຈົ້າຢາເວ​ສົ່ງ​ມາ​ໃຊ້​ນໍ້າມັນ​ສັກສິດ​ຫົດສົງ​ເຈົ້າ ໃຫ້​ເປັນ​ກະສັດ​ປົກຄອງ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ.


ໂຢນາທານ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ຕາຍ​ດອກ ພໍ່​ຂອງຂ້ອຍ​ໄດ້​ບອກ​ໃຫ້​ຂ້ອຍ​ຮູ້​ທຸກສິ່ງ​ທີ່​ເພິ່ນ​ຈະ​ເຮັດ ບໍ່​ວ່າ​ຈະ​ເປັນ​ສິ່ງ​ສຳຄັນ​ຫລື​ບໍ່​ກໍຕາມ ເປັນຫຍັງ​ເພິ່ນ​ຈຶ່ງ​ຈະ​ປິດບັງ​ເລື່ອງ​ນີ້​ຕໍ່​ຂ້ອຍ ຄົງ​ບໍ່​ເປັນ​ຢ່າງນັ້ນ​ດອກ.”


ໃນ​ເມືອງ​ຊີໂລ ບ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ປາກົດ​ຕໍ່​ຊາມູເອນ​ແລະ​ກ່າວ​ແກ່​ລາວ​ນັ້ນ ພຣະເຈົ້າຢາເວ​ກໍ​ສືບຕໍ່​ປາກົດ​ແກ່​ຊາມູເອນ​ໂດຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ.


ດັ່ງນັ້ນ ໂຊນ​ແລະ​ຄົນ​ຮັບໃຊ້​ຂອງຕົນ​ຈຶ່ງ​ເຂົ້າ​ໄປ​ໃນ​ເມືອງ. ເມື່ອ​ກຳລັງ​ຍ່າງ​ເຂົ້າ​ໄປ​ນັ້ນ ພວກເຂົາ​ໄດ້​ເຫັນ​ຊາມູເອນ​ກຳລັງ​ຍ່າງ​ອອກ​ມາ ເພື່ອ​ຈະ​ໄປ​ບ່ອນ​ນະມັດສະການ.


ເມື່ອ​ຊາມູເອນ​ເຫັນ​ໂຊນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ແມ່ນ​ຄົນ​ນີ້​ແຫຼະ ທີ່​ເຮົາ​ໄດ້​ບອກ​ເຈົ້າ​ວ່າ ລາວ​ຈະ​ປົກຄອງ​ປະຊາຊົນ​ຂອງເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka