Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 9:12 - ພຣະຄຳພີສັກສິ

12-13 ພວກ​ຍິງສາວ​ຈຶ່ງ​ຕອບ​ວ່າ, “ແມ່ນ​ແລ້ວ ເພິ່ນ​ຢູ່​ທີ່ນີ້; ເພິ່ນ​ຫາ​ກໍ​ຍ່າງ​ອອກ​ໄປ​ກ່ອນ​ພວກເຈົ້າ​ມາ​ນີ້​ເອງ. ຖ້າ​ພວກເຈົ້າ​ຟ້າວ​ຕາມ​ໄປ​ອາດຈະ​ທັນ. ເມື່ອ​ພວກເຈົ້າ​ເຂົ້າ​ໄປ​ໃນ​ເມືອງ​ແລ້ວ ກໍ​ຈະ​ເຫັນ​ເພິ່ນ​ດອກ. ເພິ່ນ​ມາ​ໃນ​ເມືອງ​ມື້ນີ້ ກໍ​ເພາະ​ປະຊາຊົນ​ກຳລັງ​ໄປ​ຖວາຍ​ເຄື່ອງ​ບູຊາ​ທີ່​ແທ່ນບູຊາ​ເທິງ​ພູ. ພວກ​ທີ່​ຖືກ​ເຊີນ​ໄປ​ຈະ​ບໍ່​ຮັບປະທານ​ອາຫານ ຈົນກວ່າ​ເພິ່ນ​ໄປ​ຮອດ​ທີ່​ນັ້ນ​ສາ​ກ່ອນ ເພາະ​ເພິ່ນ​ຈະ​ຕ້ອງ​ອວຍພອນ​ເຄື່ອງ​ບູຊາ​ນັ້ນ​ກ່ອນ. ຖ້າ​ພວກເຈົ້າ​ໄປ​ດຽວນີ້​ກໍ​ຈະ​ພົບ​ເພິ່ນ ກ່ອນ​ເພິ່ນ​ຈະ​ຂຶ້ນ​ໄປ​ກິນ​ອາຫານ​ທີ່​ເທິງ​ພູ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 9:12
11 Jak'a apnaqawi uñst'ayäwi  

ຢາໂຄບ​ໄດ້​ຖວາຍ​ເຄື່ອງ​ບູຊາ​ທີ່​ເນີນພູ ແລະ​ໄດ້ເຊີນ​ພີ່ນ້ອງ​ຂອງຕົນ​ມາ​ຮ່ວມ​ກິນ​ເຂົ້າຈີ່​ນຳກັນ. ຫລັງຈາກ​ກິນ​ເຂົ້າຈີ່​ແລ້ວ ພວກເຂົາ​ກໍໄດ້​ນອນ​ຄ້າງຄືນ​ຢູ່​ທີ່​ນັ້ນ.


ແຕ່​ປະໂຣຫິດ​ຊາດົກ ແລະ​ພີ່ນ້ອງ​ປະໂຣຫິດ​ອື່ນໆ ໄດ້​ຢູ່​ຕໍ່ໜ້າ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ​ທີ່​ກີເບໂອນ.


ຕໍ່ຈາກນັ້ນ ເຈົ້າ​ຈະ​ໄປ​ເຖິງ​ເນີນພູ​ຂອງ​ພຣະເຈົ້າ​ທີ່​ເມືອງ​ກີເບອາ ບ່ອນ​ທີ່​ພວກ​ຟີລິດສະຕິນ​ຕັ້ງ​ຄ້າຍ​ຢູ່. ທີ່​ທາງ​ເຂົ້າ​ປະຕູ​ເມືອງ ເຈົ້າ​ຈະ​ພົບ​ຜູ້ທຳນວາຍ​ກຸ່ມ​ໜຶ່ງ​ທີ່​ກຳລັງ​ດີດພິນ, ຕີ​ກອງ ແລະ​ເປົ່າ​ຂຸ່ຍ ພວມ​ລົງ​ມາ​ແຕ່​ເນີນພູ​ບ່ອນ​ມີ​ແທ່ນບູຊາ. ພວກເຂົາ​ຈະ​ຟ້ອນ​ແລະ​ຮ້ອງ​ໂຮ​ດ້ວຍ​ສຽງດັງ.


ຊາມູເອນ​ຖາມ​ວ່າ, “ຂ້ານ້ອຍ​ຈະ​ເຮັດ​ເຊັ່ນ​ນັ້ນ​ໄດ້​ຢ່າງ​ໃດ? ຖ້າ​ໂຊນ​ໄດ້ຍິນ​ເລື່ອງ​ນີ້ ລາວ​ຄົງ​ຈະ​ຂ້າ​ຂ້ານ້ອຍ​ເສຍ.” ພຣະເຈົ້າຢາເວ​ຕອບ​ວ່າ, “ໃຫ້​ເຈົ້າ​ເອົາ​ລູກ​ງົວ​ໂຕໜຶ່ງ​ໄປ​ນຳ ແລະ​ເວົ້າ​ວ່າ, ເຈົ້າ​ມາ​ທີ່​ນີ້​ເພື່ອ​ຖວາຍບູຊາ​ແກ່​ພຣະເຈົ້າຢາເວ.


ເຮົາ​ຈະ​ເລືອກ​ເອົາ​ປະໂຣຫິດ​ຜູ້ໜຶ່ງ​ທີ່​ສັດຊື່​ຕໍ່​ເຮົາ ແລະ​ເຮົາ​ຈະ​ໃຫ້​ລາວ​ເຮັດ​ທຸກໆ​ສິ່ງ​ທີ່​ເຮົາ​ຕ້ອງການ; ເຮົາ​ຈະ​ໃຫ້​ລາວ​ມີ​ເຊື້ອສາຍ​ເປັນ​ຜູ້​ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ ຢູ່​ຕໍ່ໜ້າ​ກະສັດ​ທີ່​ເຮົາ​ເລືອກເອົາ.


ເມື່ອ​ພໍ່​ຂອງເຈົ້າ​ສັງເກດ​ເຫັນ​ວ່າ ຂ້ອຍ​ບໍ່ມີ​ໜ້າ​ຢູ່​ໃນ​ທີ່ນັ້ນ ໃຫ້​ເຈົ້າ​ບອກ​ເພິ່ນ​ວ່າ ຂ້ອຍ​ຂໍ​ອະນຸຍາດ​ນຳ​ເຈົ້າ​ຟ້າວ​ເມືອ​ເຮືອນ​ທີ່​ເບັດເລເຮັມ ເພາະ​ເປັນ​ປີ​ທີ່​ບັນດາ​ຄອບຄົວ​ທັງໝົດ​ຖວາຍ​ເຄື່ອງ​ບູຊາ​ປະຈຳ​ປີ.


ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka