Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 9:1 - ພຣະຄຳພີສັກສິ

1 ຍັງ​ມີ​ຊາຍ​ຮັ່ງມີ​ແລະ​ຊື່ສຽງ​ດີ​ຄົນ​ໜຶ່ງ​ຈາກ​ເຜົ່າ​ເບັນຢາມິນ​ຊື່​ວ່າ ກີເຊ ລາວ​ເປັນ​ລູກຊາຍ​ຂອງ​ອາບີເອນ​ແລະ​ຫລານຊາຍ​ຂອງ​ເຊໂຣເຣ ຄົນ​ຢູ່​ໃນ​ຄອບຄົວ​ຂອງ​ເບໂກຣັດ ຊຶ່ງ​ເປັນ​ສ່ວນ​ໜຶ່ງ​ຂອງ​ຕະກຸນ​ອາຟີຢາ

Uka jalj uñjjattʼäta Copia luraña




1 ຊາມູເອນ 9:1
9 Jak'a apnaqawi uñst'ayäwi  

ບາກຊິນໄລ​ເຖົ້າແກ່​ຫລາຍ​ແລະ​ອາຍຸ​ໄດ້​ແປດສິບ​ປີ. ລາວ​ເປັນ​ຄົນ​ຮັ່ງມີ​ຫລາຍ. ເມື່ອ​ກະສັດ​ຍັງ​ພັກ​ຢູ່​ທີ່​ມະຫານາອິມ​ນັ້ນ ລາວ​ເປັນ​ຜູ້​ຈັດຫາ​ສະບຽງ​ອາຫານ​ໃຫ້​ເພິ່ນ.


ໃນ​ນະຄອນ​ຊູຊາ​ນີ້ ມີ​ຄົນ​ຢິວ​ຜູ້ໜຶ່ງ​ຊື່​ວ່າ​ມໍເດໄກ​ລູກຊາຍ​ຂອງ​ຢາອີ; ລາວ​ເປັນ​ຄົນ​ມາ​ຈາກ​ເຜົ່າ​ເບັນຢາມິນ ແລະ​ເປັນ​ເຊື້ອສາຍ​ຂອງ​ກີເຊ​ແລະ​ຊີເມອີ.


ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.


ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ​ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ຟ້າວ​ໄປ​ນຳ​ເອົາ​ໂຊນ​ມາ​ຫາ​ປະຊາຊົນ ແລະ​ພວກເຂົາ​ກໍ​ເຫັນ​ວ່າ​ຫົວ​ລາວ​ສູງກວ່າ​ຄົນອື່ນໆ.


ກີເຊ​ຜູ້​ທີ່​ເປັນ​ພໍ່​ຂອງ​ໂຊນ ແລະ​ເນຣະ​ຜູ້​ທີ່​ເປັນ​ພໍ່​ຂອງ​ອັບເນ ທັງສອງ​ເປັນ​ລູກຊາຍ​ຂອງ​ອາບີເອນ.


ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ຕະກຸນ​ກາເລັບ​ຊື່​ວ່າ ນາບານ ລາວ​ເປັນ​ຊາວ​ເມືອງ​ມາໂອນ​ແລະ​ມີ​ທີ່ດິນ​ຢູ່​ໃກ້​ກັບ​ເມືອງ​ກາເມນ. ຊາຍ​ຜູ້​ນີ້​ເປັນ​ຄົນ​ຮັ່ງມີ ແລະ​ເປັນ​ເຈົ້າ​ຂອງ​ແກະ​ສາມພັນ​ໂຕ ແລະ​ແບ້​ໜຶ່ງພັນ​ໂຕ. ນາງ​ອາບີກາຍ​ເມຍ​ຂອງ​ລາວ​ເປັນ​ຄົນງາມ ແລະ​ສະຫລຽວ​ສະຫລາດ ສ່ວນ​ນາບານ​ນັ້ນ​ເປັນ​ຄົນ​ໃຈແຂງ​ແລະ​ໂຫດຮ້າຍ. ນາບານ​ກຳລັງ​ຕັດ​ຂົນແກະ​ຂອງຕົນ​ຢູ່​ໃນ​ເມືອງ​ກາເມນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka