Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 8:9 - ພຣະຄຳພີສັກສິ

9 ສະນັ້ນ ເຈົ້າ​ຈົ່ງ​ຟັງ​ພວກເຂົາ, ແຕ່​ໃຫ້​ຕັກເຕືອນ​ພວກເຂົາ​ຢ່າງ​ໜັກແໜ້ນ ແລະ​ທັງ​ອະທິບາຍ​ສູ່​ພວກເຂົາ​ໃຫ້​ຮູ້​ວ່າ ກະສັດ​ຂອງ​ພວກເຂົາ​ນັ້ນ​ຈະ​ປົກຄອງ​ພວກເຂົາ​ຢ່າງໃດ?”

Uka jalj uñjjattʼäta Copia luraña




1 ຊາມູເອນ 8:9
10 Jak'a apnaqawi uñst'ayäwi  

ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.


ຖ້າ​ເຮົາ​ປະກາດ​ວ່າ​ຄົນຊົ່ວ​ຜູ້ໜຶ່ງ​ຈະ​ຕ້ອງ​ຕາຍ, ແຕ່​ເຈົ້າ​ບໍ່​ໄດ້​ຕັກເຕືອນ​ລາວ​ໃຫ້​ປ່ຽນ​ຈາກ​ທາງ​ຊົ່ວ​ຂອງ​ລາວ​ເພື່ອ​ຈະ​ໄດ້​ຊີວິດ, ລາວ​ກໍ​ຈະ​ຕາຍໄປ​ຍ້ອນ​ບາບກຳ​ຂອງ​ລາວ ແລະ​ເຮົາ​ຈະ​ຖື​ວ່າ​ເຈົ້າ​ເປັນ​ຜູ້​ຮັບຜິດຊອບ​ຕໍ່​ການຕາຍ​ຂອງ​ຄົນ​ນັ້ນ.


ເຈົ້າຊາຍ​ຜູ້ປົກຄອງ​ຈະ​ຕ້ອງ​ບໍ່​ຢຶດເອົາ​ຊັບສົມບັດ​ຢ່າງ​ໃດໆ​ຂອງ​ປະຊາຊົນ. ທີ່ດິນ​ທຸກ​ຕອນ​ຊຶ່ງ​ເພິ່ນ​ມອບ​ໃຫ້​ພວກ​ລູກຊາຍ ຈະ​ຕ້ອງ​ໄດ້​ມາ​ແຕ່​ດິນແດນ​ທີ່​ໄດ້​ຖືກ​ມອບໝາຍ​ໃຫ້​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ບໍ່​ກົດຂີ່ ແລະ​ຢຶດ​ທີ່ດິນ​ຂອງ​ປະຊາຊົນ​ຂອງເຮົາ​ສ່ວນ​ໜຶ່ງ​ສ່ວນ​ໃດ.”


ຊາມູເອນ​ໄດ້​ອະທິບາຍ​ເຖິງ​ສິດ ແລະ​ໜ້າທີ່​ຂອງ​ກະສັດ​ໃຫ້​ປະຊາຊົນ​ຟັງ ແລະ​ຂຽນ​ຄຳ​ອະທິບາຍ​ເຫຼົ່ານັ້ນ​ໄວ້​ຢູ່​ໃນ​ປຶ້ມ​ຊ້ອງໜ້າ​ພຣະເຈົ້າຢາເວ ແລ້ວ​ເພິ່ນ​ກໍ​ໃຫ້​ທຸກຄົນ​ກັບ​ເມືອ​ເຮືອນ​ຂອງ​ໃຜ​ລາວ.


ແລ້ວ​ຊາມູເອນ​ກໍ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຂ້າພະເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ແລ້ວ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ປົກຄອງ​ພວກເຈົ້າ


ຕະຫລອດ​ຊົ່ວຊີວິດ​ຂອງ​ກະສັດ​ໂຊນ ເພິ່ນ​ໄດ້​ຕໍ່ສູ້​ພວກ​ຟີລິດສະຕິນ​ຢ່າງ​ດຸເດືອດ. ເມື່ອ​ພົບ​ຊາຍ​ຄົນ​ໜຶ່ງ​ທີ່​ແຂງແຮງ ແລະ​ກ້າຫານ​ດີ ເພິ່ນ​ກໍ​ເອົາ​ເຂົ້າ​ມາ​ຮັບໃຊ້​ໃນ​ກອງທັບ​ຂອງ​ເພິ່ນ.


ຫລື​ບໍ່​ຫົວຊາ​ນຳ​ກົດລະບຽບ​ຂອງ​ພວກ​ປະໂຣຫິດ​ທີ່​ຄວນ​ປະຕິບັດ​ຕໍ່​ປະຊາຊົນ. ແຕ່​ພວກເຂົາ​ຊໍ້າ​ເຮັດ​ດັ່ງນີ້: ເມື່ອ​ຜູ້ໃດ​ຜູ້ໜຶ່ງ​ຖວາຍ​ເຄື່ອງ​ບູຊາ ຄົນ​ຮັບໃຊ້​ຂອງ​ປະໂຣຫິດ​ຈະ​ຖື​ເຫຼັກ​ສາມງ່າມ​ມາ ໃນ​ຂະນະທີ່​ຍັງ​ຕົ້ມ​ຊີ້ນ​ຢູ່​ໃນ​ໝໍ້,


ນັບ​ຕັ້ງແຕ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ພຸ້ນ ພວກເຂົາ​ໄດ້​ເຫີນຫ່າງ​ຈາກ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ພະອື່ນ. ດຽວນີ້​ພວກເຂົາ​ກຳລັງ​ປະພຶດ​ຕໍ່​ເຈົ້າ​ດັ່ງ​ທີ່​ພວກເຂົາ​ເຄີຍ​ປະພຶດ​ຕໍ່​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka