8 ນັບຕັ້ງແຕ່ເຮົາໄດ້ນຳພວກເຂົາອອກມາຈາກປະເທດເອຢິບພຸ້ນ ພວກເຂົາໄດ້ເຫີນຫ່າງຈາກເຮົາແລະໄປຂາບໄຫວ້ບັນດາພະອື່ນ. ດຽວນີ້ພວກເຂົາກຳລັງປະພຶດຕໍ່ເຈົ້າດັ່ງທີ່ພວກເຂົາເຄີຍປະພຶດຕໍ່ເຮົາ.
ພວກເຂົາຈະບໍ່ເປັນດັ່ງພວກປູ່ຍ່າຕາຍາຍ ຄືພວກຄົນກະບົດແລະຄົນບໍ່ເຊື່ອຟັງນັ້ນ ເປັນພວກທີ່ບໍ່ໄວ້ວາງໃຈໃນພຣະເຈົ້າຢ່າງໝັ້ນຄົງ ແລະເປັນພວກທີ່ບໍ່ຊື່ຕົງຕໍ່ພຣະອົງທັງນັ້ນ.
ພວກເຂົາເວົ້າວ່າ, “ພວກເຮົາຢາກໃຫ້ພຣະເຈົ້າຢາເວຂ້າພວກເຮົາຖິ້ມຢູ່ປະເທດເອຢິບ ບ່ອນທີ່ພວກເຮົາໄດ້ກິນເຂົ້າປາອາຫານເຕັມອີ່ມພຸ້ນສາ! ແຕ່ທ່ານຊໍ້າພັດນຳພວກເຮົາມາອຶດຕາຍຢູ່ໃນຖິ່ນແຫ້ງແລ້ງກັນດານນີ້.”
ພວກເຂົາຈຶ່ງຈົ່ມຮ້າຍໃສ່ໂມເຊ ແລະເວົ້າວ່າ, “ຫານໍ້າໃຫ້ພວກເຮົາດື່ມແມ!” ໂມເຊຈຶ່ງຕອບວ່າ, “ເປັນຫຍັງຈຶ່ງພາກັນຈົ່ມ? ເປັນຫຍັງຈຶ່ງທົດລອງພຣະເຈົ້າຢາເວ?”
ເມື່ອປະຊາຊົນອິດສະຣາເອນໄດ້ເຫັນວ່າ ໂມເຊພັກຢູ່ເທິງພູເຂົາດົນນານໂພດ ພວກເຂົາຈຶ່ງໄດ້ເຕົ້າໂຮມກັນອ້ອມອາໂຣນ ແລະເວົ້າຂຶ້ນວ່າ, “ພວກເຮົາບໍ່ຮູ້ວ່າ ມີຫຍັງເກີດຂຶ້ນກັບໂມເຊ ຜູ້ທີ່ນຳພວກເຮົາອອກມາຈາກປະເທດເອຢິບ; ສະນັ້ນ ຈົ່ງເຮັດຮູບພະ ໃຫ້ນຳພາພວກເຮົາສາ.”
‘ທຸກໆເຈັດປີໃດ ພວກເຈົ້າຕ້ອງປົດປ່ອຍທາດຮັບໃຊ້ຊາວເຮັບເຣີ ຜູ້ທີ່ໄດ້ຮັບໃຊ້ພວກເຈົ້າມາໄດ້ຫົກປີແລ້ວ.’ ແຕ່ບັນພະບຸລຸດຂອງພວກເຈົ້າບໍ່ໄດ້ເອົາໃຈໃສ່ຕໍ່ເຮົາ ຫລືຟັງສິ່ງທີ່ເຮົາໄດ້ກ່າວເລີຍ.
“ມະນຸດເອີຍ ເຮົາຈະສົ່ງເຈົ້າໄປຫາປະຊາຊົນອິດສະຣາເອນ. ພວກເຂົາກະບົດຕໍ່ສູ້ເຮົາ ແລະຍັງສືບຕໍ່ກະບົດຢູ່ດັ່ງບັນພະບຸລຸດຂອງພວກເຂົາ.
ວັນຕໍ່ມາ ຊຸມຊົນທັງໝົດໄດ້ມາຈົ່ມຮ້າຍໃສ່ໂມເຊແລະອາໂຣນວ່າ, “ທ່ານເປັນຜູ້ເຮັດໃຫ້ປະຊາຊົນບາງຄົນຂອງພຣະເຈົ້າຢາເວ ຖືກຂ້າຕາຍ.”
ຕັ້ງແຕ່ມື້ທີ່ຂ້າພະເຈົ້າໄດ້ຮູ້ຈັກພວກເຈົ້າ ພວກເຈົ້າໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວຕະຫລອດມາ.
ຕໍ່ມາ ຊາວອິດສະຣາເອນໄດ້ເຮັດບາບຕໍ່ສາຍຕາຂອງພຣະເຈົ້າຢາເວອີກ; ແລະພຣະເຈົ້າຢາເວໄດ້ປ່ອຍໃຫ້ຊາວຟີລິດສະຕິນປົກຄອງພວກເຂົາເປັນເວລາສີ່ສິບປີ.
ດ້ວຍເຫດນີ້ ພຣະເຈົ້າຢາເວຈຶ່ງໂກດຮ້າຍຊາດອິດສະຣາເອນ ແລະກ່າວວ່າ, “ຊົນຊາດນີ້ຝ່າຝືນພັນທະສັນຍາ ທີ່ເຮົາໄດ້ສັ່ງໄວ້ກັບປູ່ຍ່າຕາຍາຍຂອງພວກເຂົາໃຫ້ຢຶດຖື. ຍ້ອນວ່າພວກເຂົາບໍ່ເຊື່ອຟັງຄຳສັ່ງຂອງເຮົາ
ຫລັງຈາກເອຮຸດຕາຍໄປແລ້ວ ປະຊາຊົນອິດສະຣາເອນກໍເຮັດບາບຕໍ່ສາຍຕາພຣະເຈົ້າຢາເວອີກ.
ມີຄັ້ງໜຶ່ງອີກ ປະຊາຊົນອິດສະຣາເອນໄດ້ເຮັດບາບໃນສາຍຕາຂອງພຣະເຈົ້າຢາເວ. ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໃຫ້ພວກມີດີອານປົກຄອງພວກເຂົາເປັນເວລາເຈັດປີ.
ແລະພຣະເຈົ້າຢາເວກ່າວວ່າ, “ຈົ່ງຟັງທຸກໆສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ. ພວກເຂົາບໍ່ໄດ້ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມຮັບເອົາເຮົາເປັນເຈົ້າຊີວິດຂອງພວກເຂົາຕໍ່ໄປ.
ສະນັ້ນ ເຈົ້າຈົ່ງຟັງພວກເຂົາ, ແຕ່ໃຫ້ຕັກເຕືອນພວກເຂົາຢ່າງໜັກແໜ້ນ ແລະທັງອະທິບາຍສູ່ພວກເຂົາໃຫ້ຮູ້ວ່າ ກະສັດຂອງພວກເຂົານັ້ນຈະປົກຄອງພວກເຂົາຢ່າງໃດ?”