Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 8:7 - ພຣະຄຳພີສັກສິ

7 ແລະ​ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຟັງ​ທຸກໆ​ສິ່ງ​ທີ່​ປະຊາຊົນ​ເວົ້າ​ຕໍ່​ເຈົ້າ. ພວກເຂົາ​ບໍ່ໄດ້​ປະຖິ້ມ​ເຈົ້າ, ແຕ່​ໄດ້​ປະຖິ້ມ​ເຮົາ​ຕ່າງຫາກ ໂດຍ​ບໍ່​ຍອມ​ຮັບ​ເອົາ​ເຮົາ​ເປັນ​ເຈົ້າຊີວິດ​ຂອງ​ພວກເຂົາ​ຕໍ່ໄປ.

Uka jalj uñjjattʼäta Copia luraña




1 ຊາມູເອນ 8:7
22 Jak'a apnaqawi uñst'ayäwi  

ແລ້ວ​ໂມເຊ​ກໍ​ກ່າວ​ວ່າ, “ແມ່ນ​ພຣະເຈົ້າຢາເວ​ທີ່​ຈະ​ໃຫ້​ພວກເຈົ້າ​ມີ​ຊີ້ນ​ກິນ​ໃນ​ຕອນແລງ ແລະ​ຈະ​ໃຫ້​ມີ​ເຂົ້າຈີ່​ກິນ​ຢ່າງ​ບໍຣິບູນ​ໃນ​ຕອນເຊົ້າ ເພາະວ່າ​ພຣະເຈົ້າຢາເວ​ໄດ້ຍິນ​ພວກເຈົ້າ​ຈົ່ມຮ້າຍ​ໃສ່​ພຣະອົງ​ຢ່າງ​ຮຸນແຮງ. ເມື່ອ​ພວກເຈົ້າ​ຈົ່ມຮ້າຍ​ຕໍ່​ພວກເຮົາ ພວກເຮົາ​ທັງ​ສອງ​ແມ່ນ​ຜູ້ໃດ, ຄວາມ​ຈົ່ມຮ້າຍ​ຂອງ​ພວກເຈົ້າ​ບໍ່​ໄດ້​ຕໍ່ສູ້​ພວກເຮົາ, ແຕ່​ຕໍ່ສູ້​ພຣະເຈົ້າຢາເວ.”


ສະນັ້ນ ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຄື​ໄພພິບັດ​ທີ່​ພວກເຂົາ​ຢ້ານກົວ​ນັ້ນ ເພາະ​ບໍ່ມີ​ຜູ້ໃດ​ຂານຕອບ ເມື່ອ​ເຮົາ​ໄດ້​ເອີ້ນ​ຫາ ຫລື​ຟັງ ເມື່ອ​ເຮົາ​ໄດ້​ກ່າວ. ພວກເຂົາ​ເລືອກ​ເອົາ​ການ​ບໍ່​ເຊື່ອຟັງ​ເຮົາ ແລະ​ເລືອກ​ເຮັດ​ສິ່ງ​ທີ່​ຊົ່ວຮ້າຍ.”


‘ທຸກໆ​ເຈັດ​ປີ​ໃດ ພວກເຈົ້າ​ຕ້ອງ​ປົດປ່ອຍ​ທາດຮັບໃຊ້​ຊາວ​ເຮັບເຣີ ຜູ້​ທີ່​ໄດ້​ຮັບໃຊ້​ພວກເຈົ້າ​ມາ​ໄດ້​ຫົກ​ປີ​ແລ້ວ.’ ແຕ່​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ເຮົາ ຫລື​ຟັງ​ສິ່ງ​ທີ່​ເຮົາ​ໄດ້​ກ່າວ​ເລີຍ.


“ມະນຸດ​ເອີຍ ເຮົາ​ຈະ​ສົ່ງ​ເຈົ້າ​ໄປ​ຫາ​ປະຊາຊົນ​ອິດສະຣາເອນ. ພວກເຂົາ​ກະບົດ​ຕໍ່ສູ້​ເຮົາ ແລະ​ຍັງ​ສືບຕໍ່​ກະບົດ​ຢູ່​ດັ່ງ​ບັນພະບຸລຸດ​ຂອງ​ພວກເຂົາ.


ແຕ່​ຈະ​ບໍ່ມີ​ປະຊາຊົນ​ອິດສະຣາເອນ​ຄົນ​ໃດ​ມີ​ນໍ້າໃຈ​ຢາກ​ຟັງ​ເຈົ້າ; ແມ່ນແຕ່​ເຮົາ ພວກເຂົາ​ກໍ​ຍັງ​ບໍ່​ຟັງ. ພວກເຂົາ​ທັງໝົດ​ດື້ດ້ານ ແລະ​ໃຈ​ແຂງ.


ແລ້ວ​ໃນຄືນນັ້ນ ພຣະເຈົ້າ​ໄດ້​ມາ​ຫາ​ບາລາອາມ ແລະ​ບອກ​ເພິ່ນ​ວ່າ, “ຖ້າ​ພວກ​ເຫຼົ່ານີ້​ຫາກ​ຍັງ​ຂໍຮ້ອງ​ເຈົ້າ​ໃຫ້​ໄປ​ກັບ​ພວກເຂົາ ຈົ່ງ​ຕຽມຕົວ​ໄປ​ສາ, ແຕ່​ໃຫ້​ເຈົ້າ​ເຮັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ​ເຈົ້າ​ເທົ່ານັ້ນ.”


“ຜູ້​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ ແລະ​ຜູ້​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ.


“ຜູ້ໃດ​ທີ່​ຟັງ​ພວກເຈົ້າ ກໍໄດ້​ຟັງ​ເຮົາ ຜູ້ໃດ​ທີ່​ບໍ່​ຍອມ​ຮັບ​ພວກເຈົ້າ ກໍ​ບໍ່​ຍອມ​ຮັບ​ເຮົາ ແລະ​ທັງ​ບໍ່​ຍອມ​ຮັບ​ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ​ດ້ວຍ.”


ແຕ່​ປະຊາຊົນ​ໃນ​ບ້ານ​ເມືອງ​ຂອງ​ເພິ່ນ​ຊັງ​ເພິ່ນ ຈຶ່ງ​ໃຊ້​ຄະນະ​ຜູ້​ຕາງໜ້າ​ໄປ​ຫາ​ເພິ່ນ ເພື່ອ​ບອກ​ວ່າ, ‘ພວກເຮົາ​ບໍ່​ຕ້ອງການ​ຊາຍ​ຄົນ​ນີ້ ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ.’


ຝ່າຍ​ພວກ​ສັດຕູ​ຂອງເຮົາ ທີ່​ບໍ່​ຢາກ​ໃຫ້​ເຮົາ​ປົກຄອງ​ພວກເຂົາ​ນັ້ນ ຈົ່ງ​ພາ​ພວກເຂົາ​ມາ​ທີ່​ນີ້ ແລະ​ຂ້າ​ພວກເຂົາ​ເສຍ​ຕໍ່ໜ້າ​ເຮົາ.”’


ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ຄົນ​ໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງຕົນ ແລະ​ຜູ້​ທີ່​ຖືກ​ໃຊ້​ໄປ​ກໍ​ບໍ່​ຫ່ອນ​ໃຫຍ່​ກວ່າ​ຜູ້​ທີ່​ໄດ້​ໃຊ້​ຕົນ​ໄປ​ນັ້ນ.


ກີເດໂອນ​ຕອບ​ວ່າ, “ຂ້ອຍ​ແລະ​ລູກຊາຍ​ຂອງຂ້ອຍ​ຈະ​ບໍ່​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ. ພຣະເຈົ້າຢາເວ​ຈະ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ.”


ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’


ແລ້ວ​ຊາມູເອນ​ກໍ​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຂ້າພະເຈົ້າ​ປະຕິບັດ​ຕາມ​ສິ່ງ​ທີ່​ພວກເຈົ້າ​ໄດ້​ຂໍຮ້ອງ​ແລ້ວ ຂ້າພະເຈົ້າ​ໄດ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ປົກຄອງ​ພວກເຈົ້າ


ແຕ່​ເມື່ອ​ພວກເຈົ້າ​ເຫັນ​ວ່າ ເຈົ້າ​ນາຮາດ​ກະສັດ​ແຫ່ງ​ອຳໂມນ​ກຳລັງ​ມາ​ໂຈມຕີ​ພວກເຈົ້າ ພວກເຈົ້າ​ຈຶ່ງ​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອົງ​ເປັນ​ກະສັດ​ຂອງ​ພວກເຈົ້າ ໂດຍ​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ວ່າ, ‘ພວກເຮົາ​ຢາກ​ໄດ້​ກະສັດ​ອົງ​ໜຶ່ງ​ມາ​ປົກຄອງ.’


ພຣະເຈົ້າຢາເວ​ໄດ້ກ່າວ​ກັບ​ຊາມູເອນ​ວ່າ, “ຈົ່ງ​ເຮັດ​ໃນ​ສິ່ງ​ທີ່​ພວກເຂົາ​ຕ້ອງການ ແລະ​ແຕ່ງຕັ້ງ​ກະສັດ​ໃຫ້​ພວກເຂົາ.” ແລ້ວ​ຊາມູເອນ​ກໍ​ບອກ​ໃຫ້​ພວກ​ຜູ້ຊາຍ​ອິດສະຣາເອນ​ທັງໝົດ​ກັບ​ເມືອ.


ນັບ​ຕັ້ງແຕ່​ເຮົາ​ໄດ້​ນຳ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ພຸ້ນ ພວກເຂົາ​ໄດ້​ເຫີນຫ່າງ​ຈາກ​ເຮົາ​ແລະ​ໄປ​ຂາບໄຫວ້​ບັນດາ​ພະອື່ນ. ດຽວນີ້​ພວກເຂົາ​ກຳລັງ​ປະພຶດ​ຕໍ່​ເຈົ້າ​ດັ່ງ​ທີ່​ພວກເຂົາ​ເຄີຍ​ປະພຶດ​ຕໍ່​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka