Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 8:5 - ພຣະຄຳພີສັກສິ

5 ພວກເຂົາ​ເວົ້າ​ກັບ​ເພິ່ນ​ວ່າ, “ທ່ານເອີຍ ທ່ານ​ກໍ​ເຖົ້າແກ່​ແລ້ວ; ພວກ​ລູກຊາຍ​ຂອງທ່ານ​ບໍ່ໄດ້​ປະພຶດ​ຕາມ​ແບບຢ່າງ​ຂອງທ່ານ​ເລີຍ. ສະນັ້ນ ຂໍ​ທ່ານ​ຈົ່ງ​ແຕ່ງຕັ້ງ​ກະສັດ​ໃຫ້​ເປັນ​ຜູ້ປົກຄອງ​ພວກ​ຂ້ານ້ອຍ​ສາ ເພື່ອ​ພວກ​ຂ້ານ້ອຍ​ຈະ​ມີ​ກະສັດ​ປົກຄອງ​ດັ່ງ​ປະເທດ​ອື່ນໆ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 8:5
12 Jak'a apnaqawi uñst'ayäwi  

ຈາກ​ເທິງ​ໂງ່ນ​ພູ​ສູງ​ນັ້ນ ຂ້າພະເຈົ້າ​ສາມາດ​ຫລຽວ​ເຫັນ​ພວກເຂົາ ທັງ​ສາມາດ​ເຝົ້າ​ເບິ່ງ​ພວກເຂົາ ຈາກ​ເທິງ​ເນີນພູ​ສູງ​ໄດ້. ພວກເຂົາ​ແມ່ນ​ຊົນຊາດ​ເຊື້ອ ທີ່​ຢູ່​ໂດດດ່ຽວ​ຕາມ​ລຳພັງ ທັງ​ຮູ້​ວ່າ​ຈະ​ໄດ້​ຮັບ​ພຣະພອນ ຫລາຍກວ່າ​ຊົນຊາດ​ອື່ນໆ.


ເມື່ອ​ພວກເພິ່ນ​ໄດ້​ຂໍ​ໃຫ້​ມີ​ກະສັດ ພຣະເຈົ້າ​ກໍ​ໃຫ້​ພວກເພິ່ນ​ມີ ຄື​ໄດ້​ໂຊນ​ລູກຊາຍ​ຂອງ​ກີເຊ​ຈາກ​ເຜົ່າ​ເບັນຢາມິນ ໃຫ້​ເປັນ​ກະສັດ​ປົກຄອງ​ພວກເພິ່ນ​ສີ່ສິບ​ປີ.


ຫລັງຈາກ​ນັ້ນ ຊາວ​ອິດສະຣາເອນ​ກໍໄດ້​ເວົ້າ​ກັບ​ກີເດໂອນ​ວ່າ, “ຂໍ​ທ່ານ​ແລະ​ເຊື້ອສາຍ​ຂອງທ່ານ ເປັນ​ຜູ້ປົກຄອງ​ຂອງ​ພວກເຮົາ​ເທີ້ນ ເພາະ​ທ່ານ​ໄດ້​ຊ່ວຍເຫລືອ​ພວກເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ພວກ​ມີດີອານ.”


ແຕ່​ໃນ​ມື້ນີ້ ພວກເຈົ້າ​ໄດ້​ປະຖິ້ມ​ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ຄວາມ​ລຳບາກ ຕະຫລອດ​ທັງ​ຄວາມ​ຫຍຸ້ງຍາກ​ທຸກຢ່າງ ແລະ​ຂໍຮ້ອງ​ເຮົາ​ໃຫ້​ແຕ່ງຕັ້ງ​ກະສັດ​ຄົນ​ໜຶ່ງ​ໃຫ້​ພວກເຈົ້າ ດີ​ແລ້ວ ຖ້າດັ່ງນັ້ນ ໃຫ້​ພວກເຈົ້າ​ເຕົ້າໂຮມ​ກັນ​ເປັນເຜົ່າ​ແລະ​ເປັນ​ຕະກຸນ​ຊ້ອງໜ້າ​ພຣະເຈົ້າຢາເວ.”’


ນີ້ເດ ກະສັດ​ທີ່​ພວກເຈົ້າ​ເລືອກເອົາ ພວກເຈົ້າ​ໄດ້​ຂໍ​ເອົາ​ກະສັດ ແລະ​ບັດນີ້ ພຣະເຈົ້າຢາເວ​ກໍ​ໃຫ້​ພວກເຈົ້າ​ມີ​ກະສັດ​ແລ້ວ.


ດຽວນີ້ ເປັນ​ລະດູແລ້ງ​ແມ່ນ​ບໍ່? ແຕ່​ຂ້າພະເຈົ້າ​ຈະ​ພາວັນນາ​ອະທິຖານ​ຂໍ​ໃຫ້​ພຣະເຈົ້າຢາເວ​ສົ່ງ​ສຽງ​ຟ້າຮ້ອງ​ມາ ແລະ​ຝົນ​ກໍ​ຈະ​ຕົກລົງ. ເມື່ອ​ພວກເຈົ້າ​ໄດ້​ເຫັນ​ເຫດການ​ນີ້​ແລ້ວ ພວກເຈົ້າ​ຈະ​ຮູ້​ວ່າ​ເວລາ​ທີ່​ພວກເຈົ້າ​ຂໍ​ເອົາ​ກະສັດ​ຈາກ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ເຮັດ​ຜິດ​ຢ່າງ​ຮ້າຍແຮງ​ຕໍ່​ພຣະເຈົ້າຢາເວ.”


ແລະ​ດຽວ​ນີ້​ພວກເຈົ້າ​ກໍ​ມີ​ກະສັດ​ໂຊນ​ເປັນ​ຜູ້​ນຳພາ. ສຳລັບ​ຂ້າພະເຈົ້າ​ເອງ​ນັ້ນ​ເຖົ້າແກ່​ແລະ​ຜົມ​ກໍ​ຫງອກ​ຫລາຍ​ແລ້ວ ແລະ​ພວກ​ລູກຊາຍ​ຂອງ​ຂ້າພະເຈົ້າ​ກໍ​ຍັງ​ຢູ່​ນຳ​ພວກເຈົ້າ. ຂ້າພະເຈົ້າ​ເປັນ​ຜູ້ນຳ​ຂອງ​ພວກເຈົ້າ​ແຕ່​ຍັງ​ໜຸ່ມ​ຈົນເຖິງ​ດຽວນີ້.


ສ່ວນ​ລໍ​ທີ່​ເສຍ​ໄປ​ນັ້ນ ຢ່າ​ຄິດ​ເປັນຫ່ວງ​ນຳ​ມັນ​ເລີຍ ເພາະ​ພວກເຂົາ​ໄດ້​ພົບ​ມັນ​ແລ້ວ. ແຕ່​ຜູ້​ທີ່​ປະຊາຊົນ​ອິດສະຣາເອນ​ຕ້ອງການ​ຫລາຍ​ທີ່ສຸດ ນັ້ນ​ແມ່ນ​ຕົວ​ເຈົ້າ​ເອງ​ແລະ​ຄອບຄົວ​ພໍ່​ແມ່​ຂອງ​ເຈົ້າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka