4 ແລ້ວພວກຜູ້ນຳຂອງຊາດອິດສະຣາເອນກໍມາປະຊຸມກັນ ແລະພາກັນໄປຫາຊາມູເອນທີ່ເມືອງຣາມາ.
ແລ້ວອັບເນກໍໄປເວົ້າກັບພວກຜູ້ນຳຊາວອິດສະຣາເອນວ່າ, “ດົນນານມາແລ້ວທີ່ພວກທ່ານຢາກໃຫ້ດາວິດເປັນກະສັດຂອງພວກທ່ານ.
ດັ່ງນັ້ນ ເມື່ອຜູ້ນຳທັງໝົດຂອງຊາດອິດສະຣາເອນໄດ້ມາຫາກະສັດດາວິດທີ່ເມືອງເຮັບໂຣນນັ້ນ ເພິ່ນຈຶ່ງເຮັດພັນທະສັນຍາກັບພວກເຂົາຢູ່ຊ້ອງໜ້າພຣະເຈົ້າຢາເວ; ແລ້ວພວກຜູ້ນຳກໍເອົານໍ້າມັນສັກສິດຫົດສົງດາວິດ ໃຫ້ເປັນກະສັດແຫ່ງຊາດອິດສະຣາເອນ.
ແລ້ວພຣະເຈົ້າໄດ້ບອກໂມເຊວ່າ, “ເຈົ້າກັບອາໂຣນ, ນາດາບ, ອາບີຮູ, ພ້ອມທັງບັນດາຫົວໜ້າ 70 ຄົນຂອງຊາດອິດສະຣາເອນ ຈົ່ງຂຶ້ນມາຫາພຣະເຈົ້າຢາເວທີ່ເທິງພູເຂົາ; ເມື່ອຂຶ້ນມາແລ້ວໃຫ້ກົ້ມຂາບນະມັດສະການຢູ່ຫ່າງໆ.
ບັດນີ້ ເຈົ້າຈົ່ງໄປປະຊຸມກັບບັນດາຜູ້ນຳຂອງຊົນຊາດອິດສະຣາເອນ ແລະບອກພວກເຂົາວ່າ, ‘ພຣະເຈົ້າຢາເວ ພຣະເຈົ້າຂອງປູ່ຍ່າຕາຍາຍຂອງພວກເຈົ້າ ພຣະເຈົ້າຂອງອັບຣາຮາມ, ອີຊາກ ແລະຢາໂຄບ ໄດ້ປາກົດແກ່ຂ້ອຍ. ແລະກ່າວວ່າ: ເຮົາໄດ້ມາຫາພວກເຈົ້າ ແລະໄດ້ເຫັນສິ່ງທີ່ຊາວເອຢິບໄດ້ເຮັດຕໍ່ພວກເຈົ້າ.
ເຊົ້າມື້ໃໝ່ມາ ເອນການາພ້ອມທັງຄອບຄົວໄດ້ລຸກແຕ່ເຊົ້າ. ຫລັງຈາກນະມັດສະການຕໍ່ໜ້າພຣະເຈົ້າຢາເວແລ້ວ ພວກເຂົາກໍໄດ້ກັບຄືນເມືອເຮືອນຂອງພວກເຂົາທີ່ຣາມາ. ເອນການາໄດ້ສົມສູ່ກັບນາງຮັນນາເມຍຂອງຕົນ ແລະພຣະເຈົ້າຢາເວກໍໄດ້ຊົງລະນຶກເຖິງນາງ.
ພວກຜູ້ນຳຊາວຢາເບັດຈຶ່ງເວົ້າວ່າ, “ຂໍໃຫ້ເວລາພວກເຮົາເຈັດວັນ ເພື່ອຈະໄດ້ໃຊ້ຄົນນຳຂ່າວໄປທົ່ວດິນແດນອິດສະຣາເອນ. ຖ້າບໍ່ມີຜູ້ໃດຊ່ວຍເຫລືອພວກເຮົາ ພວກເຮົາກໍຈະຍອມຈຳນົນຕໍ່ທ່ານ.”
ແລ້ວເພິ່ນກໍໄດ້ກັບຄືນເມືອເຮືອນຂອງເພິ່ນທີ່ເມືອງຣາມາ ບ່ອນທີ່ເພິ່ນຮັບໃຊ້ເປັນຜູ້ຕັດສິນຄວາມຄືກັນ. ຢູ່ໃນເມືອງຣາມານີ້ ເພິ່ນສ້າງແທ່ນບູຊາແທ່ນໜຶ່ງຂຶ້ນເພື່ອຖວາຍແກ່ພຣະເຈົ້າຢາເວ.
ຊາມູເອນຈຶ່ງບອກປະຊາຊົນທີ່ມາຂໍໃຫ້ມີກະສັດ ຕາມທຸກໆສິ່ງທີ່ພຣະເຈົ້າຢາເວໄດ້ບອກເພິ່ນ.