1 ຊາມູເອນ 8:3 - ພຣະຄຳພີສັກສິ3 ແຕ່ພວກເຂົາບໍ່ໄດ້ປະພຶດຕາມແບບຢ່າງຂອງພໍ່ ພວກເຂົາສົນໃຈນຳແຕ່ເງິນຄຳເທົ່ານັ້ນ. ດັ່ງນັ້ນ ພວກເຂົາຈຶ່ງຮັບສິນບົນແລະບໍ່ໄດ້ຕັດສິນຢ່າງສັດຊື່. Uka jalj uñjjattʼäta |
ແລະຜູ້ທີ່ຈະສືບແທນຂ້າພະເຈົ້ານັ້ນ ອາດຈະເປັນຄົນມີປັນຍາຫລືອາດຈະເປັນຄົນໂງ່ຈ້າກໍໄດ້ ຜູ້ໃດແດ່ຮູ້? ເຖິງຢ່າງໃດກໍຕາມ ລາວຈະຕ້ອງເປັນເຈົ້າຂອງສິ່ງທີ່ຂ້າພະເຈົ້າໄດ້ຫາໄວ້ນັ້ນ ຄືທຸກໆສິ່ງຢູ່ໃຕ້ດວງຕາເວັນທີ່ຂ້າພະເຈົ້າຫາມາໄດ້ດ້ວຍປັນຍາຂອງຂ້າພະເຈົ້າ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
ພວກຜູ້ປົກຄອງເມືອງ ກໍປົກຄອງດ້ວຍເຫັນແກ່ສິນບົນ ພວກປະໂຣຫິດກໍແປກົດບັນຍັດດ້ວຍເຫັນແກ່ຄ່າຈ້າງລາງວັນ ພວກຜູ້ທຳນວາຍກໍບອກນິມິດຂອງຕົນດ້ວຍເຫັນແກ່ເງິນ ແລະພວກເຂົາທຸກຄົນຕ່າງກໍອ້າງວ່າ ພຣະເຈົ້າຢາເວຢູ່ກັບພວກຕົນ ພວກເຂົາເວົ້າວ່າ, “ເຫດຮ້າຍໃດໆຈະບໍ່ມາຖືກພວກເຮົາດອກ ເພາະພຣະເຈົ້າຢາເວສະຖິດຢູ່ນຳພວກເຮົາ.”