22 ພຣະເຈົ້າຢາເວໄດ້ກ່າວກັບຊາມູເອນວ່າ, “ຈົ່ງເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະແຕ່ງຕັ້ງກະສັດໃຫ້ພວກເຂົາ.” ແລ້ວຊາມູເອນກໍບອກໃຫ້ພວກຜູ້ຊາຍອິດສະຣາເອນທັງໝົດກັບເມືອ.
ດ້ວຍຄວາມໂກດຮ້າຍ ເຮົາໄດ້ໃຫ້ພວກເຈົ້າມີກະສັດ ແລະດ້ວຍຄວາມກິ້ວໂກດ ເຮົາໄດ້ເອົາພວກເຂົາໜີໄປ.
ແລະພຣະເຈົ້າຢາເວກ່າວວ່າ, “ຈົ່ງຟັງທຸກໆສິ່ງທີ່ປະຊາຊົນເວົ້າຕໍ່ເຈົ້າ. ພວກເຂົາບໍ່ໄດ້ປະຖິ້ມເຈົ້າ, ແຕ່ໄດ້ປະຖິ້ມເຮົາຕ່າງຫາກ ໂດຍບໍ່ຍອມຮັບເອົາເຮົາເປັນເຈົ້າຊີວິດຂອງພວກເຂົາຕໍ່ໄປ.
ຍັງມີຊາຍຮັ່ງມີແລະຊື່ສຽງດີຄົນໜຶ່ງຈາກເຜົ່າເບັນຢາມິນຊື່ວ່າ ກີເຊ ລາວເປັນລູກຊາຍຂອງອາບີເອນແລະຫລານຊາຍຂອງເຊໂຣເຣ ຄົນຢູ່ໃນຄອບຄົວຂອງເບໂກຣັດ ຊຶ່ງເປັນສ່ວນໜຶ່ງຂອງຕະກຸນອາຟີຢາ