21 ຊາມູເອນໄດ້ຟັງເລື່ອງຕ່າງໆທີ່ພວກເຂົາໄດ້ເວົ້າມາ ແລະເພິ່ນກໍນຳເອົາເລື່ອງເຫຼົ່ານັ້ນໄປກ່າວກັບພຣະເຈົ້າຢາເວ.
ກະສັດເຮເຊກີຢາຮັບເອົາຈົດໝາຍຈາກມືຂອງພວກຜູ້ນຳຂ່າວມາອ່ານ. ແລ້ວເພິ່ນກໍໄປທີ່ວິຫານຂອງພຣະເຈົ້າຢາເວພືຈົດໝາຍນັ້ນອອກຊ້ອງໜ້າພຣະເຈົ້າຢາເວ
ດັ່ງນັ້ນ ເຢັບທາຈຶ່ງຄືນເມືອກັບພວກຜູ້ນຳຊາວກີເລອາດ ແລະປະຊາຊົນໄດ້ແຕ່ງຕັ້ງລາວໃຫ້ເປັນນາຍແລະເປັນຜູ້ນຳຂອງພວກເຂົາ. ຝ່າຍເຢັບທາກໍກ່າວປະຕິຍານທີ່ມີຊະປາ ຊ້ອງໜ້າພຣະເຈົ້າຢາເວ.
ພຣະເຈົ້າຢາເວໄດ້ກ່າວກັບຊາມູເອນວ່າ, “ຈົ່ງເຮັດໃນສິ່ງທີ່ພວກເຂົາຕ້ອງການ ແລະແຕ່ງຕັ້ງກະສັດໃຫ້ພວກເຂົາ.” ແລ້ວຊາມູເອນກໍບອກໃຫ້ພວກຜູ້ຊາຍອິດສະຣາເອນທັງໝົດກັບເມືອ.