2 ລູກຊາຍຜູ້ກົກຂອງເພິ່ນຊື່ວ່າໂຢເອນ ແລະລູກຊາຍຜູ້ຫລ້າຊື່ວ່າອາບີຢາ. ເຂົາທັງສອງເປັນຜູ້ຕັດສິນຢູ່ທີ່ເມືອງເບເອນເຊບາ.
ອັບຣາຮາມກັບຄືນມາຫາຄົນຮັບໃຊ້ທັງສອງຂອງຕົນ ແລະພາກັນກັບເມືອເມືອງເບເອນເຊບາ ບ່ອນທີ່ຕົນອາໄສຢູ່.
ຢາໂຄບໄດ້ມ້ຽນມັດເອົາສິ່ງຂອງທັງໝົດທີ່ຕົນມີຢູ່ ແລະໄປເມືອງເບເອນເຊບາ ບ່ອນທີ່ເພິ່ນໄດ້ຖວາຍບູຊາແກ່ພຣະເຈົ້າຂອງອີຊາກພໍ່ຂອງຕົນ.
ເອລີຢາເກີດຢ້ານກົວຫລາຍ ຈຶ່ງໜີເອົາຊີວິດລອດ ເພິ່ນໄດ້ເອົາຄົນຮັບໃຊ້ຂອງເພິ່ນໄປທີ່ເມືອງເບເອນເຊບາໃນອານາຈັກຢູດາຍ. ແລ້ວເອລີຢາກໍໄດ້ປະຄົນຮັບໃຊ້ຂອງຕົນໄວ້ຢູ່ໃນເມືອງນີ້
ຊານລູມເປັນພໍ່ຂອງຮິນກີຢາ, ຮິນກີຢາເປັນພໍ່ຂອງອາຊາຣີຢາ,
ຊາມູເອນມີລູກຊາຍສອງຄົນ ດັ່ງນີ້: ໂຢເອນ ຜູ້ເປັນອ້າຍກົກແລະອາບີຢາຜູ້ເປັນນ້ອງຊາຍ.
ຜູ້ເປັນລູກຊາຍຂອງອີຊະຮາ ຜູ້ເປັນລູກຊາຍຂອງໂກຮາດ ຜູ້ເປັນລູກຊາຍຂອງເລວີ ຜູ້ເປັນລູກຊາຍຂອງຢາໂຄບ.
ຢ່າສູ່ໄປນະມັດສະການທີ່ເມືອງເບເອນເຊບາ. ຢ່າສູ່ພະຍາຍາມໄປຊອກຫາເຮົາທີ່ເບັດເອນ ເພາະວ່າເບັດເອນຈະບໍ່ມີຫຍັງໝົດ. ຢ່າສູ່ໄປເມືອງກິນການ ເພາະຊາວເມືອງຈະໄດ້ຮັບເຄາະກຳ ຄືຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”