19 ຝ່າຍປະຊາຊົນບໍ່ສົນໃຈຕໍ່ຄຳເວົ້າຂອງຊາມູເອນເລີຍ ແຕ່ກັບຕອບວ່າ, “ບໍ່! ພວກຂ້ານ້ອຍຕ້ອງການກະສັດ
ແຕ່ປະຊາຊົນຢູດາບໍ່ໄດ້ເຊື່ອຟັງ ແລະກະສັດມານາເຊຍັງໄດ້ນຳພວກເຂົາເຮັດການບາບອັນໜັກໜ່ວງ ກວ່າພວກຊົນຊາດທີ່ພຣະເຈົ້າຢາເວໄດ້ທຳລາຍຕໍ່ໜ້າປະຊາຊົນອິດສະຣາເອນ.
ແຕ່ປະຊາຊົນຂອງເຮົາບໍ່ຍອມຮັບຟັງເຮົາເລີຍ ຊາວອິດສະຣາເອນບໍ່ເຄີຍເຊື່ອຟັງເຮົາຈັກເທື່ອ.
ສະນັ້ນ ເຮົາຈຶ່ງປ່ອຍໃຫ້ພວກເຂົາດື້ດຶງຕາມໃຈ ໃຫ້ເຮັດຕາມລຳພັງໃຈໃນສິ່ງທີ່ພວກເຂົາມັກ.
ສະນັ້ນ ເຮົາຈະນຳໄພພິບັດມາສູ່ພວກເຂົາ ຄືໄພພິບັດທີ່ພວກເຂົາຢ້ານກົວນັ້ນ ເພາະບໍ່ມີຜູ້ໃດຂານຕອບ ເມື່ອເຮົາໄດ້ເອີ້ນຫາ ຫລືຟັງ ເມື່ອເຮົາໄດ້ກ່າວ. ພວກເຂົາເລືອກເອົາການບໍ່ເຊື່ອຟັງເຮົາ ແລະເລືອກເຮັດສິ່ງທີ່ຊົ່ວຮ້າຍ.”
“ພວກເຮົາບໍ່ຍອມຟັງສິ່ງທີ່ທ່ານໄດ້ບອກໃນນາມຂອງພຣະເຈົ້າຢາເວດອກ.
ພວກເຈົ້າເອງກໍໄດ້ເຮັດບາບເຫຼົ່ານີ້ທັງໝົດຄືກັນ, ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ. ເຖິງແມ່ນວ່າເຮົາໄດ້ບອກພວກເຈົ້າຫລາຍເທື່ອແລ້ວກໍຕາມ; ແຕ່ພວກເຈົ້າກໍບໍ່ຍອມຟັງເຮົາ. ພວກເຈົ້າບໍ່ຂານຕອບເມື່ອເຮົາເອີ້ນຫາພວກເຈົ້າ.
ສະນັ້ນ ປະຊາຊົນຂອງເຮົາຈຶ່ງຫລັ່ງໄຫລກັນມາຟັງສິ່ງທີ່ເຈົ້າຕ້ອງກ່າວ, ແຕ່ພວກເຂົາບໍ່ໄດ້ເຮັດຕາມ. ພວກເຂົາຖືຄຳເວົ້າຂອງເຈົ້ານັ້ນເປັນດັ່ງບົດເພງງ່າຍໆ ແລະພວກເຂົາຍັງສືບຕໍ່ໂລບມາກໂລພາ.
“ຫລັງຈາກພວກເຈົ້າໄດ້ກຳມະສິດໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າມອບໃຫ້ພວກເຈົ້າ ແລະຕັ້ງຖິ່ນຖານຢູ່ທີ່ນັ້ນແລ້ວ ຕໍ່ໄປພວກເຈົ້າກໍຈະຕັດສິນໃຈຢາກມີກະສັດ ເໝືອນດັ່ງຊາດອື່ນໆທີ່ຢູ່ອ້ອມຮອບພວກເຈົ້າ.
ແຕ່ເມື່ອພວກເຈົ້າເຫັນວ່າ ເຈົ້ານາຮາດກະສັດແຫ່ງອຳໂມນກຳລັງມາໂຈມຕີພວກເຈົ້າ ພວກເຈົ້າຈຶ່ງປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າອົງເປັນກະສັດຂອງພວກເຈົ້າ ໂດຍໄດ້ເວົ້າກັບຂ້າພະເຈົ້າວ່າ, ‘ພວກເຮົາຢາກໄດ້ກະສັດອົງໜຶ່ງມາປົກຄອງ.’