Biblia Todo Logo
Internet tuqin Biblia

- Anuncios ukanaka -




1 ຊາມູເອນ 8:18 - ພຣະຄຳພີສັກສິ

18 ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຈົ່ມ​ຢ່າງ​ຂົມຂື່ນ​ໃນ​ຈິດໃຈ ເພາະ​ກະສັດ​ທີ່​ພວກເຈົ້າ​ໄດ້​ເລືອກເອົາ​ນັ້ນ, ແຕ່​ພຣະເຈົ້າຢາເວ​ຈະ​ບໍ່​ຟັງ​ຄຳຈົ່ມ​ໃດໆ​ຂອງ​ພວກເຈົ້າ​ທັງ​ສິ້ນ.”

Uka jalj uñjjattʼäta Copia luraña




1 ຊາມູເອນ 8:18
13 Jak'a apnaqawi uñst'ayäwi  

ຈົ່ງ​ບອກ​ພວກເຂົາ​ວ່າ, ‘ພໍ່​ຂອງເຮົາ​ໄດ້​ວາງ​ພາລະໜັກ​ເທິງ​ພວກທ່ານ; ສ່ວນ​ເຮົາ​ຈະ​ວາງ​ພາລະ​ໜັກກວ່າ​ນັ້ນ​ອີກ. ເພິ່ນ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ທຳມະດາ; ແຕ່​ເຮົາ​ຈະ​ຂ້ຽນ​ພວກທ່ານ​ດ້ວຍ​ໄມ້ແສ້​ຕີ​ງົວ.”’


ຄົນ​ບໍ່​ເຊື່ອຖື​ພຣະເຈົ້າ​ນັ້ນ​ມີ​ຄວາມຫວັງ​ຫຍັງແດ່? ໃນ​ໂມງ​ທີ່​ພຣະເຈົ້າ​ຖາມ​ເອົາ​ຊີວິດ​ຂອງ​ພວກເຂົາ?


ເມື່ອ​ຄວາມ​ເດືອດຮ້ອນ​ແລ່ນ​ມາ​ຕຳ​ພວກເຂົາ ພຣະເຈົ້າ​ຈະ​ຟັງ​ສຽງ​ຂອງ​ພວກເຂົາ​ຫລື​ບໍ່?


ພວກເຂົາ​ຮ້ອງຫາ​ຜູ້​ຊ່ວຍ ແຕ່​ບໍ່ມີ​ຜູ້ໃດ​ຊ່ວຍ​ພວກເຂົາ ພວກເຂົາ​ຮ້ອງຫາ​ພຣະເຈົ້າຢາເວ​ແຕ່​ພຣະອົງ​ບໍ່​ຕອບ.


ຜູ້​ທີ່​ບໍ່​ຍອມ​ຟັງ​ຄຳ​ຂໍຮ້ອງ​ຂອງ​ຄົນທຸກ ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ຊ່ວຍເຫລືອ​ເມື່ອ​ຕົນ​ຮ້ອງຂໍ.


ເມື່ອ​ພວກເຈົ້າ​ຍົກ​ມື​ຂຶ້ນ​ພາວັນນາ​ອະທິຖານ​ຫາ​ເຮົາ, ເຮົາ​ກໍ​ຈະ​ບໍ່​ຫລຽວເບິ່ງ​ພວກເຈົ້າ. ແມ່ນ​ວ່າ​ພວກເຈົ້າ​ຈະ​ພາວັນນາ​ອະທິຖານ​ຢ່າງໃດ​ກໍຕາມ ເຮົາ​ກໍ​ຈະ​ບໍ່​ຟັງ​ເພາະ​ມື​ພວກເຈົ້າ​ເປິເປື້ອນ​ດ້ວຍ​ເລືອດ.


ຢ່າ​ໄດ້​ຄິດວ່າ​ພຣະເຈົ້າຢາເວ​ອ່ອນແອ​ເກີນໄປ ທີ່​ຈະ​ຊ່ວຍຊູ​ພວກເຈົ້າ​ໃຫ້​ພົ້ນ ຫລື​ວ່າ​ພຣະອົງ​ຫູຕຶງ​ໂພດ ທີ່​ຈະ​ໄດ້ຍິນ​ຄຳຮ້ອງຂໍ​ຄວາມ​ຊ່ວຍເຫລືອ


ປະຊາຊົນ​ຈະ​ພາກັນ​ຊັດເຊ​ພະເນຈອນ​ໄປ​ຢູ່​ທົ່ວ​ປະເທດ ທັງ​ສິ້ນຫວັງ ແລະ​ອຶດຢາກ. ເພາະ​ຄວາມ​ອຶດຢາກ ແລະ​ຄວາມ​ໂກດຮ້າຍ ພວກເຂົາ​ຈະ​ປ້ອຍດ່າ​ກະສັດ​ແລະ​ພຣະເຈົ້າ​ຂອງຕົນ. ພວກເຂົາ​ອາດ​ຈະ​ເງີຍໜ້າ​ຂຶ້ນ​ສູ່​ຟ້າ​ຫລື​ກົ້ມ​ໜ້າ​ລົງ​ສູ່​ດິນ


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ເມື່ອ​ເວລາ​ມາ​ເຖິງ ພວກເຈົ້າ​ຈະ​ຮ້ອງ​ຫາ​ພຣະເຈົ້າຢາເວ; ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຈົ້າ. ພຣະອົງ​ຈະ​ບໍ່​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ພວກເຈົ້າ ກໍ​ເພາະ​ພວກເຈົ້າ​ໄດ້​ປະພຶດ​ຊົ່ວ.


ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’


ເພິ່ນ​ຈະ​ຫັກ​ເອົາ​ໜຶ່ງສ່ວນສິບ​ຂອງ​ຝູງສັດ​ຂອງ​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ເປັນ​ທາດຮັບໃຊ້​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka