17 ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງຝູງສັດຂອງພວກເຈົ້າ ແລະພວກເຈົ້າຈະເປັນທາດຮັບໃຊ້ຂອງເພິ່ນ.
“ກະສັດໂຊໂລໂມນ ພໍ່ຂອງທ່ານໄດ້ປະຕິບັດຕໍ່ພວກເຮົາຢ່າງຮຸນແຮງໂພດ ແລະໃຫ້ພວກເຮົາແບກພາລະໜັກເກີນໄປ. ຖ້າທ່ານຊ່ວຍບັນເທົາພາລະນີ້ໃຫ້ເບົາບາງລົງ ແລະເຮັດໃຫ້ພວກເຮົາມີຊີວິດສະບາຍຂຶ້ນ ພວກເຮົາກໍຈະເປັນປະຊາຊົນທີ່ສັດຊື່ຕໍ່ທ່ານ.”
ອັບຣາຮາມໄດ້ແບ່ງສິ່ງຂອງທັງໝົດເປັນສິບສ່ວນ ເອົາສ່ວນໜຶ່ງຖວາຍແກ່ເມຄີເຊເດັກ ເມຄີເຊເດັກແປຢ່າງໜຶ່ງວ່າ ກະສັດແຫ່ງຄວາມຊອບທຳຕາມຄວາມໝາຍແຫ່ງພຣະນາມຂອງທ່ານ ແລະອີກທັງເປັນກະສັດແຫ່ງສັນຕິສຸກ ຕາມຄວາມໝາຍຂອງຊື່ເມືອງຊາເລັມ.
ໂກລີອາດຢືນຮ້ອງແຜດສຽງໃສ່ພວກອິດສະຣາເອນວ່າ, “ພວກສູກຳລັງເຮັດຫຍັງຢູ່ທີ່ນີ້, ລຽນແຖວເຂົ້າມາສູ້ຮົບຊັ້ນບໍ? ກູເປັນຄົນຟີລິດສະຕິນ ພວກສູເປັນທາດຮັບໃຊ້ຂອງໂຊນ ຈົ່ງເລືອກເອົາທະຫານຄົນໜຶ່ງໃນພວກສູອອກມາຕໍ່ສູ້ກັບກູ.
ເພິ່ນຈະເອົາບັນດາຄົນຮັບໃຊ້ທັງຊາຍຍິງກັບຝູງງົວ ແລະຝູງລໍໂຕດີທີ່ສຸດຂອງພວກເຈົ້າໄປໃຊ້ເຮັດວຽກໃຫ້ເພິ່ນ.
ເມື່ອເວລາມາເຖິງ ພວກເຈົ້າຈະຈົ່ມຢ່າງຂົມຂື່ນໃນຈິດໃຈ ເພາະກະສັດທີ່ພວກເຈົ້າໄດ້ເລືອກເອົານັ້ນ, ແຕ່ພຣະເຈົ້າຢາເວຈະບໍ່ຟັງຄຳຈົ່ມໃດໆຂອງພວກເຈົ້າທັງສິ້ນ.”