15 ເພິ່ນຈະຫັກເອົາໜຶ່ງສ່ວນສິບຂອງເຂົ້າສາລີແລະໝາກອະງຸ່ນຂອງພວກເຈົ້າ ສຳລັບນາຍທະຫານປະຈຳວັງແລະສຳລັບຂ້າຣາຊການຄົນອື່ນໆຂອງເພິ່ນ.
ໃນເວລາດຽວກັນນັ້ນໃນປະເທດເອຢິບ ຊາວມາດີອານໄດ້ຂາຍໂຢເຊັບໃຫ້ໂປຕີຟາ ນາຍທະຫານຄົນໜຶ່ງທີ່ເປັນຫົວໜ້າຮັກສາວັງຂອງກະສັດ.
ພວກທີ່ເປັນເຊື້ອສາຍແທ້ຂອງທ່ານບາງຄົນຈະຖືກຈັບໄປເປັນຊາຍຕອນ ເພື່ອຮັບໃຊ້ຢູ່ໃນວັງຂອງກະສັດແຫ່ງບາບີໂລນ.”
ເມື່ອຄົບສາມປີທີ່ກະສັດກຳນົດໃຫ້ ອັດຊະເປນັດກໍນຳເອົາຊາຍໜຸ່ມທັງໝົດ ເຂົ້າໄປຫາກະສັດເນບູກາດເນັດຊາ.
ກະສັດໄດ້ສັ່ງອັດຊະເປນັດ ຜູ້ເປັນຫົວໜ້າບັນດາຂ້າຣາຊການຂອງຕົນ ໃຫ້ເລືອກເຟັ້ນເອົາຊາຍໜຸ່ມຈາກພວກອິດສະຣາເອນພັດຖິ່ນບາງຄົນ ທີ່ເປັນເຊື້ອສາຍໃນຄອບຄົວຂອງກະສັດ ແລະໃນຄອບຄົວຂອງເຈົ້ານາຍຂຸນນາງ.
ເພິ່ນຈະຢຶດເອົານາທົ່ງດີທີ່ສຸດຂອງພວກເຈົ້າ ພ້ອມທັງສວນອະງຸ່ນແລະສວນໝາກກອກເທດຂອງພວກເຈົ້າ ໄປໃຫ້ພວກຂ້າຣາຊການຂອງເພິ່ນ.
ເພິ່ນຈະເອົາບັນດາຄົນຮັບໃຊ້ທັງຊາຍຍິງກັບຝູງງົວ ແລະຝູງລໍໂຕດີທີ່ສຸດຂອງພວກເຈົ້າໄປໃຊ້ເຮັດວຽກໃຫ້ເພິ່ນ.